Saturday, July 27, 2024
Homeຂ່າວການເມືອງພະ​ນະ​ທ່ານນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສົ່ງສານ​ສະ​ແດງ​ຄວາມ​ສະ​ຫຼົດ​ໃຈ ຕໍ່​ເຫດ​ການ​ແຜ່ນ​ດິນ​ໄຫວ​ຢູ​່ ຍີ່​ປຸ່ນ

ພະ​ນະ​ທ່ານນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສົ່ງສານ​ສະ​ແດງ​ຄວາມ​ສະ​ຫຼົດ​ໃຈ ຕໍ່​ເຫດ​ການ​ແຜ່ນ​ດິນ​ໄຫວ​ຢູ​່ ຍີ່​ປຸ່ນ

ພະ​ນະ​ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ ສົ່ງ​ສານ​ສະ​ແດງ​ຄວາມ​ສະ​ຫຼົດ​ໃຈ​ ເຖິງ ພະນະທ່ານ ກິຊິດະ ຟຸມິໂອະ ນາຍົກລັດຖະມົນຕີ ແຫ່ງ ຍີ່ປຸ່ນ ຕໍ່​ເຫດ​ການ​ແຜ່ນ​ດີນ​ໄຫວທີ່ ແຂວງ ອິຊິກາວະ ໃນວັນທີ 1 ມັງກອນ 2024 ຜ່ານມາ ອັນໄດ້ສ້າງຄວາມເສຍຫາຍໃຫ້ແກ່ຊີວິດ ແລະ ຊັບສິນຂອງປະຊາຊົນຍີ່ປຸ່ນຢູ່ເຂດດັ່ງກ່າວ.

ໃນ​ໂທ​ລະ​ເລກ​ສະ​ບັບ​ດັ່ງ​ກ່າວ​ລະ​ບຸ​ວ່າ: ຂ້າພະເຈົ້າ ຮູ້ສຶກເສົ້າສະຫຼົດໃຈ ທີ່ໄດ້ຮັບຊາບຂ່າວເຫດການແຜ່ນດິນໄຫວຮຸນແຮງ ຢູ່ ຂົງເຂດພາກກາງ ແຄມຊາຍຝັ່ງທະເລທາງພາກຕາເວັນຕົກສ່ຽງເໜືອຂອງປະເທດຍີ່ປຸ່ນ ໂດຍສະເພາະແມ່ນ ແຂວງ ອິຊິກາວະ ໃນວັນທີ 01 ມັງກອນ 2024 ຜ່ານມາ ເຊິ່ງໄດ້ສ້າງຄວາມເສຍຫາຍໃຫ້ແກ່ຊີວິດ ແລະ ຊັບສິນຂອງປະຊາຊົນຍີ່ປຸ່ນຢູ່ເຂດດັ່ງກ່າວ.

ຕາງໜ້າໃຫ້ ລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາ ຊົນລາວ ກໍ່ຄືໃນນາມສ່ວນຕົວ ຂ້າພະເຈົ້າ ຂໍສະແດງຄວາມເສຍໃຈ ແລະ ເຫັນໃຈຢ່າງສຸດຊຶ້ງມາຍັງ ພະນະທ່ານ ແລະ ຜ່ານພະນະທ່ານ ໄປຍັງລັດຖະບານ ກໍຄື ປະຊາຊົນຍີ່ ປຸ່ນ ໂດຍສະເພາະຜູ້ທີ່ຖືກເຄາະຮ້າຍ ແລະ ຄອບຄົວຂອງເຂົາເຈົ້າຈາກເຫດການໄພພິ ບັດທາງທຳມະຊາດໃນຄັ້ງນີ້.

ຂ້າພະເຈົ້າ ເຊື່ອໝັ້ນວ່າ ດ້ວຍຄວາມເອົາໃຈໃສ່ຢ່າງໃກ້ຊິດຂອງລັດຖະບານຍີ່ປຸ່ນ ປະ ຊາຊົນຍີ່ປຸ່ນ ຈະສາມາດຜ່ານຜ່າຄວາມຫຍຸ້ງຍາກໃນຄັ້ງນີ້ ແລະ ຟື້ນຟູຊີວິດການເປັນຢູ່ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments