Sunday, September 8, 2024
Homeຂ່າວໜ້າໜຶ່ງກະກຽມການເປັນປະທານອາຊຽນຂອງສປປ ລາວ ໃນປີ 2024 ຂອງເສົາຄໍ້າວັດທະນະທໍາ-ສັງຄົມອາຊຽນ

ກະກຽມການເປັນປະທານອາຊຽນຂອງສປປ ລາວ ໃນປີ 2024 ຂອງເສົາຄໍ້າວັດທະນະທໍາ-ສັງຄົມອາຊຽນ

ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຈັດກອງປະຊຸມປຶກສາຫາລືແລກປ່ຽນຄວາມຄິດເຫັນໃນການກະກຽມ ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ຂອງເສົາຄໍ້າວັດທະນະທໍາ-ສັງຄົມອາຊຽນ ໃນວັນທີ 3 ມັງກອນ 2024 ທີ່ກະຊວງດັ່ງກ່າວ ໂດຍການເປັນປະທານຂອງທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ຖວທ ມີບັນດາຮອງລັດຖະມົນຕີຈາກກະຊວງ ຂະແໜງການໃນເສົາຄໍ້າວັດທະນະທໍາ-ສັງຄົມອາຊຽນ ບັນດາຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ພ້ອມດ້ວຍພະນັກງານກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຄຳພູ ເພັຍສັກຂາ ຮອງຫົວໜ້າກົມແຜນການ ແລະ ການຮ່ວມມືສາກົນ ເຈົ້າໜ້າທີ່ອາວຸໂສປະຊາຄົມວັດທະນະທຳ-ສັງຄົມອາຊຽນລາວ ລາຍງານວ່າ: ໃນປີ 2024 ນີ້ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ແລະ ດຳເນີນການເປັນປະທານອາຊຽນເປັນຄັ້ງທີ 3 ເຊິ່ງຄັ້ງທຳອິດຈັດຂຶ້ນໃນປີ 2004-2005 ຄັ້ງທີ 2 ປີ 2016 ສຳລັບການກະກຽມເປັນເຈົ້າພາບກອງປະຊຸມສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນໃນປີ 2024 ໄດ້ມີການປະຊຸມກັນພາຍໃນຫຼາຍຄັ້ງ ແລະ ໄດ້ມີແຜນການຈັດກອງປະຊຸມລັດຖະມົນຕີສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ 2 ຄັ້ງຄື ຄັ້ງທີ 31 ແລະ ຄັ້ງທີ 32 ສຳລັບກອງປະຊຸມລັດຖະມົນຕີສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນຄັ້ງທີ 31 ແລະ ກອງປະຊຸມປິ່ນອ້ອມແມ່ນຈະໄດ້ຈັດຂຶ້ນໃນວັນທີ 25-30 ມີນາ 2024 ຢູູ່ແຂວງຫຼວງພະບາງ ແລະ ກອງປະຊຸມລັດຖະມົນຕີສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນຄັ້ງທີ 32 ຄາດວ່າຈະຈັດຂຶ້ນໃນວັນທີ 23-27 ກັນຍາ 2024 ທີ່ນະຄອນຫຼວງວຽງຈັນ.

ສຳລັບຫົວຂໍ້ບູລິມະສິດຂອງເສົາຄໍ້າວັດທະນະທໍາ-ສັງຄົມອາຊຽນໃນປີ 2024 ສປປ ລາວມີ 4 ບູລິມະສິດຄື: 1 ດ້ານວັດທະນະທຳ: ສົ່ງເສີມບົດບາດວັດທະນະທໍາ ແລະ ສິລະປະໃນອາຊຽນໃຫ້ກວມລວມ ແລະ ຍືນຍົງ ໄດ້ຮັບຮອງ ແລະ ເຫັນດີຢູ່ກອງປະຊຸມເຈົ້າໜ້າທີ່ອາວຸໂສວັດທະນະທໍາ ແລະ ສິລະປະອາຊຽນຄັ້ງທີ 19 ໃນວັນທີ 24 ຕຸລາ 2023 ທີ່ວັງວຽງແຂວງວຽງຈັນ ປັດຈຸບັນພວມຢູ່ໃນຂັ້ນຕອນຂໍການຮັບຮອງຈາກທ່ານລັດຖະມົນຕີວັດທະນະທໍາ ແລະ ສີລະປະຈາກບັນດາປະເທດສະມາຊິກອາຊຽນ ໂດຍຜ່ານທາງຈົດໝາຍອີເລັກໂທຣນິກ ເຊິ່ງທ້າຍເດືອນມັງກອນນີ້ຈະສໍາເລັດ ພ້ອມດຽວກັນນັ້ນ ເພື່ອສະເໜີໃຫ້ຜູ້ນຳອາຊຽນຮັບຮອງທີ່ກອງປະຊຸມສຸດຍອດອາຊຽນຄັ້ງທີ 44 ທີ່ນະຄອນຫຼວງວຽງຈັນປີ 2024 ໂດຍຜ່ານການຮັບຮອງທີ່ກອງປະຊຸມລັດຖະມົນຕີສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນຄັ້ງທີ 31 ໃນວັນທີ 25-30 ມີນາ 2024 ທີ່ຫຼວງພະບາງ ເຊິ່ງແນວຄວາມຄິດລິເລີ່ມ ຖະແຫຼງການວັງວຽງ ວ່າດ້ວຍການສົ່ງເສີມຜະລິດຕະພັນວັດທະນະທຳຂະໜາດນ້ອຍ ແລະ ຂະໜາດກາງ ຄຽງຄູ່ກັບການເຕີບໂຕສີຂຽວ ແລະ ການພັດທະນາແບບຍືນຍົງ.

ສຳລັບກິດຈະກຳສະໜັບສະໜູນ: ການສະແດງສິລະປະທີ່ດີເດັ່ນອາຊຽນ 2024 ເວທີໜຶ່ງດຽວ ກິດຈະກຳຜະລິດຕະພັນວິຈິດສິນທີ່ສ້າງສັນຊາວໜຸ່ມອາຊຽນ-ຍີ່ປຸ່ນ; ບຸນມະໂຫລານດົນຕີອາຊຽນ-ສ.ເກົາຫຼີ 2024 ກິດຈະກຳແລກປ່ຽນເຄື່ອງດົນຕີສຳຫຼັບນັກຮຽນອາຊຽນ ກອງປະຊຸມສຳມະນາກ່ຽວກັບເຈ້ຍປໍສາ ເພື່ອສົ່ງເສີມການປອດພາສຕິກໃນອາຊຽນ ການເຜີຍແຜ່ມໍລະດົກວັດທະນະທຳຕາມແລວເສັ້ນທາງລົດໄຟເພື່ອຊຸກຍູ້ການເຊື່ອມໂຍງນຳໄປສູ່ຄວາມຫຼາກຫຼາຍຂອງອາຊຽນ 2 ການສົ່ງເສີມການຮ່ວມມືດ້ານສິ່ງແວດລ້ອມ ຄວາມທົນທານຕໍ່ການປ່ຽນແປງດິນຟ້າອາກາດ ຊຶ່ງແນວຄວາມຄິດລິເລີ່ມ ຖະແຫຼງການຮ່ວມອາຊຽນ ວ່າດ້ວຍການປ່ຽນແປງດິນຟ້າອາກາດຕໍ່ກອງປະຊຸມລັດພາຄີສົນທິສັນຍາ ວ່າດ້ວຍການປ່ຽນແປງດິນຟ້າອາກາດຄັ້ງທີ 29 ການສ້າງແຜນງານກ່ຽວກັບການຈັດຕັ້ງປະຕິບັດແຜນແມ່ບົດ ດ້ານບັນຫາມົນລະພິດໝອກຄວັນຂ້າມຊາຍແດນ ຂອບແຜນງານອາຊຽນກ່ຽວກັບມົນລະພິດຈາກພາສຕິກ ແລະ ເສດຖະກິດໝູນວຽນ ແຜນງານການສ້າງຄວາມສາມາດສໍາລັບອາຊຽນ ເພື່ອການເຂົ້າເຖິງການເງິນສີຂຽວ 3 ແມ່ຍິງ ແລະ ເດັກນ້ອຍ ການສົ່ງ ເສີມບົດບາດຂອງແມ່ຍິງ ແລະ ເດັກນ້ອຍເພື່ອການຫັນປ່ຽນພຶດຕິກຳໃນອາຊຽນ ແນວຄວາມຄິດລິເລີ່ມ ຖະແຫຼງ ການວ່າດ້ວຍການເສີມຂະຫຍາຍເສດຖະກິດການດູແລ ແລະ ຄວາມເຂັ້ມແຂງ ເພື່ອນໍາໄປສູ່ປະຊາຄົມອາຊຽນຫຼັງປີ 2025 ສຳລັບກິດຈະກຳສະໜັບສະໜູນ ກອງປະຊຸມສຸດຍອດການນໍາແມ່ຍິງອາຊຽນຄັ້ງທີ 3 ເສີມຂະຫຍາຍເສດຖະກິດການດູແລ ແລະ ຄວາມເຂັ້ມແຂງ ເພື່ອນໍາໄປສູ່ປະຊາຄົມອາຊຽນຫຼັງປີ 2025 4 ດ້ານສາທາ ລະນະສຸກ ການຫັນປ່ຽນການປັບປຸງສຸຂະພາບຂອງອາຊຽນໃນສະພາບການໃໝ່ແນວຄວາມຄິດລິເລີ່ມ ຖະແຫຼງການຂອງຜູ້ນໍາອາຊຽນ ກ່ຽວກັບຄວາມປອດໄພ ແລະ ຄວາມໝັ້ນຄົງດ້ານຊີວະພາບ ການສ້າງແຜນງານຈັດຕັ້ງປະຕິ ບັດຖະແຫຼງການຂອງຜູ້ນໍາອາຊຽນ ກ່ຽວກັບການຢຸດຕິຄວາມບໍ່ເທົ່າທຽມກັນ ແລະ ກ້າວໄປເຖິງການຢຸດຕິການແຜ່ລະບາດຂອງພະຍາດເອດ ພາຍໃນປີ 2030 ສໍາລັບກິດຈະກໍາສະໜັບສະໜູນ ສະເຫຼີມສະຫຼອງຄົບຮອບ 10 ປີແຫ່ງການຫຼຸດຜ່ອນໄພຂົ່ມຂູ່ທາງຊີວະພາບອາຊຽນ ຄວາມຄືບໜ້າເພື່ອຢຸດຕິໂລກເອດສ ໃນປີ 2030 ການມອບລາງວັນປະເທດປອດຄວັນຢາສູບໃນພາກພື້ນອາຊຽນ.

(ຂ່າວ-ພາບ: ວັນເພັງ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments