Saturday, July 27, 2024
Homeຂ່າວພາຍໃນກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາປະຊາຊົນແຂວງຫົວພັນ ຊຸດທີ II

ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາປະຊາຊົນແຂວງຫົວພັນ ຊຸດທີ II

ແຫຼ່ງຂ່າວຈາກ ແຂວງຫົວພັນ ໃຫ້ຮູ້ວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາປະຊາຊົນແຂວງຫົວພັນ ຊຸດທີ II ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 2-4 ມັງກອນ 2024 ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ປະທານສະພາປະຊາຊົນແຂວງຫົວພັນ ໂດຍມີ ທ່ານ ປອ ຄຳແພງ ໄຊສົມແພງ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຫົວພັນ ທ່ານ ຄຳແພງ ວິລະພັນ ກຳມະການຄະນະປະຈຳສະພາແຫ່ງຊາດ ປະທານກຳມາທິການຍຸຕິ ທໍາສະພາແຫ່ງຊາດ ມີບັນດາການນຳແຂວງ ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງ ສະພາປະຊາຊົນແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໃນກອງປະຊຸມ ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ໄດ້ໃຫ້ຮູ້ວ່າ: ກອງປະຊຸມຄັ້ງນີ້ ຈະໄດ້ພິຈາລະນາ ແລະ ຕົກລົງ 11 ບັນຫາສໍາຄັນພື້ນຖານ ຂອງແຂວງ ເປັນຕົ້ນ ບົດລາຍງານ ຂອງທ່ານເຈົ້າ ແຂວງ ກ່ຽວກັບການເຄື່ອນໄຫວວຽກງານທີ່ພົ້ນເດັ່ນ ປະຈຳປີ 2023 ແລະ ທິດທາງຈຸດສຸມ ປະຈຳປີ 2024 ຂອງແຂວງຫົວພັນບົດລາຍງານການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ປະຈຳປີ 2023 ແລະ ທິດທາງແຜນການ ປະຈຳປີ 2024 ບົດລາຍງານການຈັດຕັ້ງປະຕິບັດ ແຜນງົບປະມານແຫ່ງລັດຂອງແຂວງ ປະຈຳປີ 2023 ແລະ ທິດທາງແຜນການ ປະຈຳປີ 2024 ບົດລາຍງານການຈັດຕັ້ງປະຕິບັດວາລະແຫ່ງຊາດ 2 ວາລະແຫ່ງຊາດ ໄລຍະ 3 ປີຜ່ານມາ (2021-2023) ຢູ່ແຂວງຫົວພັນ ບົດສະຫຼຸບ ການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2023 ທິດທາງແຜນການເຄື່ອນໄຫວວຽກງານ ປະຈຳປີ 2024 ຂອງອົງການກວດສອບປະຈຳພາກ ເໜືອ ແລະ ບົດລາຍງານຜົນການກວດສອບ ບົດສະຫລຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2022 ບົດລາຍງານ ການຈັດຕັ້ງເຄື່ອນໄຫວວຽກງານ ປະຈຳປີ 2023 ແລະ ທິດທາງແຜນການ ປະຈຳປີ 2024 ຂອງອົງການກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ບົດລາຍງານການຈັດຕັ້ງປະຕິບັດວຽກງານ ປະຈຳປີ 2023 ແລະ ທິດທາງແຜນການ ປະຈຳປີ 2024 ຂອງອົງການໄອຍະການ ແລະ ສານປະຊາຊົນ ແຂວງຫົວພັນ ບົດລາຍງານ ການເຄື່ອນໄຫວວຽກງານ ປະຈໍາປີ 2013 ແລະ ທິດທາງແຜນການ ປະຈຳປີ 2020 ຂອງສະພາປະຊາຊົນ ແຂວງຫົວພັນ ບົດປະກອບຄຳເຫັນຂອງແນວລາວສ້າງຊາດ ຕາງໜ້າສະຫະພັນນັກຮົບເກົ່າ ແລະ ອົງການຈັດຕັ້ງມະຫາຊົນ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາປະຊາຊົນແຂວງ ຊຸດທີ IIນອກຈາກນັ້ນ ຍັງຈະໄດ້ຮັບຟັງການຊີ້ແຈງ ອະທິບາຍ ຂອງພາກສ່ວນກ່ຽວຂ້ອງຈຳນວນໜຶ່ງຕໍ່ຄຳຊັກຖາມ ຂອງບັນດາສະມາຊິກສະພາປະຊາຊົນແຂວງ.

ໂອກາດນີ້ ທ່ານປະທານສະພາປະຊາຊົນແຂວງຫົວພັນ ໄດ້ຮຽກຮ້ອງມາຍັງສະມາຊິກສະພາແຫ່ງຊາດ ສະມາຊິກສະພາປະຊາຊົນຂັ້ນແຂວງ ຈົ່ງໄດ້ນຳໃຊ້ສິດປະຊາທິປະໄຕ ເສີມຂະຫຍາຍຫົວຄິດປະດິດສ້າງ ແລະ ເຊີດຊູຄວາມຮັບຜິດຊອບທາງດ້ານການເມືອງຂອງຕົນ ສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າຢ່າງເລິກເຊິ່ງ ປະກອບຄຳຄິດ ຄຳເຫັນຕໍ່ທຸກບັນຫາຢ່າງຖີ່ຖ້ວນ ສ້າງສັນ ພາວະວິໄສ ມີເຫດມີຜົນ ແທດເໝາະກັບຕົວຈິງ ຮັດກຸມ ບົນພື້ນຖານແນວທາງປ່ຽນແປງໃໝ່ຂອງພັກ ລັດຖະທຳມະນູນ ກົດໝາຍຂອງລັດ ແລະ ສະພາບຄວາມເປັນຈິງທາງດ້ານເສດຖະກິດ-ສັງຄົມ ຂອງແຂວງຫົວພັນໃນປັດຈຸບັນ ພ້ອມກັນຊອກຫາວິທີທາງ ມາດຕະການແກ້ໄຂບັນດາບັນຫາທີ່ຍັງໜ້າເປັນຫ່ວງ ຮີບດ່ວນ ແລະ ເຄັ່ງຮ້ອນ ຂອງສັງຄົມໃນປັດຈຸບັນ ເພື່ອສ້າງຄວາມເປັນເອກະພາບສູງ ກັບເນື້ອໃນທີ່ນໍາມາພິຈາລະນາ ຮັບຮອງໃນກອງປະຊຸມຄັ້ງນີ້ ໃຫ້ມີຄຸນນະພາບ ແລະ ສາມາດນຳໄປຈັດຕັ້ງປະຕິບັດຢ່າງເປັນຮູບປະທຳຢ່າງແທ້ຈິງ.

ພ້ອມນີ້ ທ່ານສາມາດສົ່ງຄໍຳຄິດເຫັນ ແລະ ຄໍາສະເໜີໄປຍັງກອງປະຊຸມໄດ້ ຜ່ານສາຍດ່ວນໂທລະສັບໝາຍເລກ 064 312 075 ຫຼື 064 156 Facebook ສະພາປະຊາຊົນ ແຂວງຫົວພັນ ແລະ ສົ່ງອີເມວ: [email protected].

ຂ່າວ-ພາບ: ໄອແກ້ວ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments