Saturday, July 27, 2024
Homeຂ່າວພາຍໃນກະຊວງຍຸຕິທໍາ ປິດຊຸດຝຶກອົບຮົມວຽກງານທະບຽນສານ

ກະຊວງຍຸຕິທໍາ ປິດຊຸດຝຶກອົບຮົມວຽກງານທະບຽນສານ

ໃນຕອນບ່າຍຂອງວັນທີ 29 ທັນວາ 2023 ຜ່ານມານີ້. ທີ່ສະຖາບັນຍຸຕິທຳແຫ່ງຊາດ ໄດ້ປີດຊຸດຝຶກອົບຮົມວຽກງານທະບຽນສານ ຂຶິ້ນ. ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ເກດສະໜາ ພົມມະຈັນ ຮອງລັດຖະມົນຕີກະ ຊວງຍຸຕິທຳ, ເຂົ້າຮ່ວມມີ ຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າ, ຮອງຫົວໜ້າສະຖາບັນຍຸຕິທໍາແຫ່ງຊາດ, ຄະນະຮັບ ຜິດຊອບ, ແຂກຖືກເຊີນ, ຄູ-ອາຈານ ແລະ ນັກຝຶກອົບຮົມ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ ທ່ານ ສີວິໄຊ ປະສານພອນ ຮອງຫົວໜ້າສະຖາບັນຍຸຕິທໍາແຫ່ງຊາດ ໄດ້ຂຶ້ນຜ່ານບົດລາຍງານຜົນສໍາເລັດຝຶກອົບຮົມວຽກງານທະບຽນສານ ຂອງກະຊວງຍຸຕິທຳ ຊຶ່ງຊຸດຝຶກອົບຮົມໄດ້ດຳເນີນ ມາແຕ່ວັນທີ 25 ຫາ 29 ທັນວາ 2023 ທີ່ຜ່ານມາ ໂດຍການສົມທົບກັນລະຫວ່າງ ສະຖາບັນຍຸຕິທໍາແຫ່ງຊາດ ກັບ ກົມທະບຽນສານ, ມີຜູ້ເຂົ້າຮ່ວມຊຸດຝຶກອົບຮົມທັງໝົດ ຈຳນວນ 62 ທ່ານ, ຍິງ 26 ທ່ານ. ທີ່ມາຈາກກົມທະບຽນສານ, ບັນດາພະແນກຍຸຕິທໍາແຂວງ, ບັນດາຫ້ອງການຍຸຕິທໍາເມືອງ ໃນຂອບເຂດທົ່ວປະເທດ. ຈຸດປະສົງການຝຶກອົບຮົມວຽກງານທະບຽນສານ ໃນຄັ້ງນີ້. ເພື່ອໃຫ້ພະນັກງານທະບຽນສານ ມີຄວາມຮັບຮູ້ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ມີທັດສະນະຫຼັກໝັ້ນ, ມີຈັນຍາບັນວິຊາຊີບ ແລະ ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານ, ເປັນການຍົກລະດັບໃຫ້ພະ ນັກງານທະບຽນສານ ຜູ້ທີ່ຍັງບໍ່ທັນໄດ້ຜ່ານການຝຶກອົບຮົມ ໃຫ້ເຫັນໄດ້ ແລະ ເຂົ້າໃຈກ່ຽວກັບພາລະບົດບາດ – ໜ້າທີ່ຂອງຕົນ ໃຫ້ກາຍເປັນພະນັກງານທະບຽນສານທີ່ມີຄວາມໜັກແໜ້ນທາງດ້ານວິຊາການເປັນຕົ້ນແມ່ນເພີ່ມຄວາມຮັບຮູ້ ແລະ ຄວາມເຂົ້າໃຈກ່ຽວກັບທັກສະການຄົ້ນຄ້ວາ ແລະ ກວດກາສັນຍາ, ກວດກາເອກະສານ ໃຫ້ມີຄວາມຖືກຕ້ອງກັບຄວາມເປັນຈິງ ແລະ ສອດຄ່ອງກັບກົດໝາຍ. ຊຶ່ງເປັນການປະກອບສ່ວນໂດຍກົງເຂົ້າໃນການສ້າງລັດທີ່ປົກຄອງດ້ວຍກົດໝາຍເທື່ອລະກ້າວ. ໃນພິທີກໍໄດ້ມີການມອບ – ຮັບໃບຢັ້ງຢືນໃຫ້ຜູ້ເຂົ້າຮ່ວມຝຶກອົບຮົມ ຊຶ່ງໃຫ້ກຽດມອບໂດຍທ່ານຮອງລັດຖະມົນຕີກະຊວງຍຸຕິທໍາ.

ໃນວາລະສຸດທ້າຍຂອງພິທີ ທ່ານ ເກດສະໜາ ພົມມະຈັນ ຮອງລັດຖະມົນຕີກະຊວງຍຸຕິທໍາ ກໍໄດ້ມີຄຳເຫັນໂອ້ລົມຕໍ່ຜົນສຳເລັດຂອງການຝຶກອົບຮົມຄັ້ງນີ້ວ່າ ຈະເປັນການສ້າງເງື່ອນໄຂ ແລະ ບາດກ້າວການຫັນປ່ຽນໃໝ່ໃນວຽກງານທະບຽນສານ, ເປັນກຳລັງແຮງໃຫ້ພະນັກງານຂັ້ນສູນກາງ, ພະນັກງານຂັ້ນທ້ອງຖິ່ນໃນວຽກດັ່ງກ່າວ ແລະ ຜູ້ທີ່ສໍາເລັດການຝຶກອົບຮົມຈະໄດ້ນຳເອົາຄວາມຮູ້ທີ່ໄດ້ຮັບຈາກການຝຶກອົບຮົມໄປຈັດຕັ້ງຜັນຂະຫຍາຍເຂົ້າໃນການເຄື່ອນໄຫວໜ້າທີ່ວຽກງານໃຫ້ປາກົດຜົນເປັນຈິງ.

ຂ່າວ: ໄຊຍະສິດ ບັນຍາວົງ

ພາບ: ເຂັມເພັດ ແສງທອງຄໍາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments