Saturday, July 27, 2024
Homeຂ່າວຕ່າງປະເທດ60 ປີຜ່ານມາ ຈີນ ໄດ້ປະຕິບັດວຽກນີ້ມາໂດຍຕະຫລອດ

60 ປີຜ່ານມາ ຈີນ ໄດ້ປະຕິບັດວຽກນີ້ມາໂດຍຕະຫລອດ

ວິທະຍຸສາກົນ ແຫ່ງປະເທດຈີນ (CRI) ໄດ້ລາຍງານວ່າ: ຫວ່າງບໍ່ດົນມານີ້, ພິທີລະນຶກກ່ຽວກັບຈີນ ໄດ້ສົ່ງໜ່ວຍງານການແພດໄປຊ່ວຍເຫລືອຕ່າງປະເທດ ຄົບຮອບ 60 ປີ ແລະ ພິທີຍ້ອງຍໍໄດ້ຈັດຂຶ້ນຢູ່ນະຄອນຫລວງປັກກິ່ງ. ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ. ຄະນະນຳຂັ້ນສູງຂອງຈີນ ໄດ້ສະແດງຄວາມຍ້ອງຍໍຢ່າງສຸດໃຈຕໍ່ຜົນງານໃນດ້ານວຽກງານການຊ່ວຍເຫລືອຕ່າງປະເທດດ້ານການແພດ, ສົ່ງເສີມພວກເຂົາເຈົ້າ ປະກອບສ່ວນໃຫ້ຫລາຍກວ່າເກົ່າເຂົ້າໃນການຊຸກຍູ້ການສ້າງປະຊາຄົມຮ່ວມສາທາລະນະສຸກຂອງມວນມະນຸດ.

ຜົນງານການຊ່ວຍເຫລືອຕ່າງປະເທດດ້ານການແພດ ໃນ 60 ປີຜ່ານມາ, ໄດ້ກາຍເປັນຊ່ອງທາງໜຶ່ງທີ່ວົງການພາຍນອກໄດ້ສັງເກດເຫັນຄວາມຮັບຜິດຊອບຂອງຈີນ. ເມື່ອສັງເກດເບິ່ງຈາກຕົວເລກແລ້ວເຫັນວ່າ, ຈີນ ໄດ້ສົ່ງໜ່ວຍງານການແພດ 3 ໝື່ນເທື່ອຄົນໄປສູ່ 76 ປະເທດ ແລະ ເຂດແຄວ້ນ ເພື່ອຊ່ວຍເຫລືອສ້າງສິ່ງກໍ່ສ້າງສາທາລະນະສຸກ 130 ກວ່າແຫ່ງ, ປິ່ນປົວຄົນເຈັບເກືອບ 300 ລ້ານເທື່ອຄົນ. ເມື່ອເບິ່ງຈາກການປະກອບສ່ວນແລ້ວເຫັນວ່າ ຂົງເຂດ ແລະ ເນື້ອໃນແຫ່ງການຊ່ວຍເຫລືອໃນດ້ານການປິ່ນປົວພະຍາດຂອງຈີນ ໄດ້ເພີ່ມຂຶ້ນເລື້ອຍໆ, ໂດຍສະເພາະໃນ 10 ປີຜ່ານມານີ້, ຈີນ ໄດ້ສະເໜີທັດສະນະໃນການຊຸກຍູ້ການສ້າງປະຊາຄົມຮ່ວມສາທາລະນະສຸກຂອງມວນມະນຸດ, ການຊ່ວຍເຫລືອຕ່າງປະເທດດ້ານການປິ່ນປົວພະຍາດກໍໄດ້ຫັນຈາກການຊ່ວຍເຫລືອປິ່ນປົວຄົນເຈັບ, ຍົກລະດັບກ້າວຂຶ້ນມາເປັນການຊ່ວຍເຫລືອສ້າງລະບົບການປິ່ນປົວ ແລະ ຍົກສູງຄວາມສາມາດດ້ານການປິ່ນປົວໃຫ້ແກ່ປະເທດທີ່ໄດ້ຮັບການຊ່ວຍເຫລືອ; ຈາກການຊ່ວຍເຫລືອແບບການສົ່ງເລືອດ ກາຍເປັນການຮ່ວມມືແບບການສ້າງເລືອດຢ່າງຕໍ່ເນື່ອງ, ສະໜັບສະໜູນປະເທດທີ່ຮັບການຊ່ວຍເຫລືອນັ້ນບັນລຸການພັດທະນາແບບກ້າວກະໂດດ.

60 ປີ ບໍ່ແມ່ນຈຸດສິ້ນສຸດ ແຕ່ແມ່ນຈຸດເລີ່ມຕົ້ນໃໝ່ ເມື່ອເບິ່ງຈາກເລື່ອງລາວຂອງການຊ່ວຍເຫລືອຕ່າງປະເທດດ້ານການປິ່ນປົວພະຍາດຂອງຈີນ, ຊາວໂລກກໍໄດ້ຮັບຮູ້ວ່າ ປະຊາຊົນຈີນ ແມ່ນຮັກຫອມສັນຕິພາບ ທະນຸຖະໜອມຊີວິດ, ຮັບຮູ້ເຖິງຄວາມຮັບຜິດຊອບຂອງຈີນ ໃນຖານະເປັນປະເທດໃຫຍ່ ແລະ ກໍໄດ້ເຂົ້າໃຈເຖິງຄຳໝັ້ນສັນຍາອັນໜັກແໜ້ນຂອງຈີນ ທີ່ມີຕໍ່ທົ່ວໂລກຄື: ຂໍພຽງແຕ່ເປັນເລື່ອງທີ່ມີຜົນດີຕໍ່ມວນມະນຸດ, ຈີນ ຈະປະຕິບັດໃຫ້ດີຢ່າງເດັດດ່ຽວ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments