Sunday, September 8, 2024
Homeຂ່າວກິລາທີ່ສຸດຂອງໂລກ ! ໂຣນັນໂດ ກາຍເປັນດາວຍິງສູງສຸດ ປີ 2023

ທີ່ສຸດຂອງໂລກ ! ໂຣນັນໂດ ກາຍເປັນດາວຍິງສູງສຸດ ປີ 2023

ຄຣິສເຕຍໂນ ໂຣນັນໂດ ດາວເຕະຕົວເກັ່ງຂອງ ອັນ ນາສເຊີ ແຊງຂຶ້ນນໍາດາວຍິງສູງສຸດຂອງປີ 2023 ຫຼັງຈາກຍິງເພີ່ມ 2 ປະຕູໃນນັດຫຼ້າສຸດ.

ຫຼັງຈາກ ອັນ ເນສເຊີ ບຸກເອົາຊະນະ ອັນ ອິຕີຮັດ ແຊ້ມເກົ່າໃນເວທີ ຊາອຸດີ ໂປຣລີກ ໄປໄດ້ 5-2 ນັດໃຫຍ່ຂອງລີກສູງສຸດ ຊາອຸດີ ອາຣະເບຍ ເມື່ອວັນອັງຄານທີ 26 ທັນວາທີ່ຜ່ານມານີ້

ແລະເກມດັ່ງກ່າວ ດາວດັງຂອງທີມໄປຢາມຢ່າງ ຄຣິສເຕຍໂນ ໂຣນັນໂດ ມາຍິງ 2 ປະຕູຈາກຈຸດໂທດ ເພີ່ມສະຖິຕິການຍິງປະຕູໃນຮອບປີ 2023 ເປັນ 53 ປະຕູ.

ແລະ 53 ປະຕູທີ່ເຮັດໄດ້ ກໍເປັນສະຖິຕິໃໝ່ຂອງນັກເຕະທີ່ສາມາດຍິງປະຕູໄດ້ຫຼາຍທີ່ສຸດໃນປະຕິທິນປີ 2023 ແຊງໜ້າ ເອີລິ່ງ ຮາລັນ ແລະ ຄີລີຢັນ ເອັມບັບເປ ທີ່ຍິງໄປຄົນລະ 52 ປະຕູ ຂຶ້ນເປັນດາວຍິງສູງສຸດຂອງປີນີ້ຮຽບຮ້ອຍ.

ເຊິ່ງທັງ ແຮຣີ່ ເຄນ ຂອງ ບາເຢິນ ມິວນິກ ກັບ ເອັມບັບເປ ຂອງ PSG ບໍ່ສາມາດຍິງປະຕູແຊງ ໂຣນັນໂດ ໃນປີນີ້ໄດ້ແລ້ວ ເພາະວ່າ ບຸນເດສລີກາ ກັບ ລີກ 1 ຈະກັບມາເຕະອີກຄັ້ງໃນປີໜ້າ.

ແຕ່ຍັງມີ ເອີລິ່ງ ເບຣົາ ຮາລັນ ທີ່ກໍາລັງເອີ້ນຫາຄວາມສົມບູນຢູ່ ຫາກໄດ້ລົງສະໜາມໃນເກມພຣີເມຍລີກ ພົບກັບ ເອຟເວີຕັນ ໃນວັນພຸດທີ 27 ທັນວານີ້ ກໍອາດຈະຍິງປະຕູເພີ່ມຈົນມາທຽບເທົ່າກັນ ຫຼື ແຊງໄດ້ ໂດຍກອງໜ້າຊາວນອກແວ ຍິງໄປ 50 ປະຕູໃນປີ 2023.

ສະຖິຕິດາວຍິງສູງສຸດຂອງປີ 2023

• 53 ປະຕູ: ຄຣິສເຕຍໂນ ໂຣນັນໂດ

• 52 ປະຕູ: ແຮຣີ່ ເຄນ

• 52 ປະຕູ: ຄີລີຢັນ ເອັມບັບເປ

• 50 ປະຕູ: ເອີລິ່ງ ເບຣົາ ຮາລັນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments