Home ຂ່າວພາຍໃນ ກອງປະຊຸມອົງການປົກຄອງແຂວງຈຳປາສັກ ເປີດກວ້າງ ຄັ້ງທີ II ປີ 2023

ກອງປະຊຸມອົງການປົກຄອງແຂວງຈຳປາສັກ ເປີດກວ້າງ ຄັ້ງທີ II ປີ 2023

0

ກອງປະຊຸມອົງການປົກຄອງແຂວງຈຳປາສັກ ເປີດກວ້າງ ຄັ້ງທີ II ປະຈໍາປີ 2023 ໄດ້ຈັດຂຶ້ນໃນວັນທີ 29 ທັນວາ ນີ້ ທີ່ຫ້ອງວ່າການແຂວງ. ພາຍໃຕ້ການເປັນປະທານຂອງ ທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງຈໍາປາສັກ ມີ ທ່ານ ຮອງເຈົ້າແຂວງ, ບັນດາຫົວໜ້າພະແນກການ-ກົມກອງອ້ອມຂ້າງແຂວງ, ອົງການທຽບເທົ່າຂັ້ນແຂວງ, ເຈົ້ານະຄອນປາກເຊ ແລະ ເຈົ້າເມືອງ 9 ເມືອງ ເຂົ້າຮ່ວມ.

ທ່ານ ວິໄລວົງ ບຸດດາຄໍາ ກ່າວບາງຕອນວ່າ: ກອງປະຊຸມຄັ້ງນີ້ ພວກເຮົາຈະໄດ້ສະຫຼຸບ-ຕີລາຄາຄືນ ຜົນການຈັດຕັ້ງປະຕິບັດວຽກງານຂອງອົງການປົກຄອງແຂວງ ໃນໄລຍະ 1 ປີຜ່ານມາ ແລະ ລົງເລິກຄົ້ນຄວ້າປຶກສາຫາລື ໃນບາງຂົງເຂດວຽກງານຈໍານວນໜຶ່ງ ຕາມຫົວຂໍ້ທີ່ກໍານົດໃນວາລະຂອງກອງປະຊຸມທີ່ພະແນກການ, ກົມກອງ, ນະຄອນ ແລະ ບັນດາເມືອງ ໄດ້ກະກຽມເນື້ອໃນລາຍງານ ຕໍ່ກອງປະຊຸມໃນເທື່ອນີ້, ກອງປະຊຸມຈະໄດ້ດຳເນີນ ເປັນເວລາ 1 ວັນເຕັມ, ແຕ່ເນື້ອໃນທີ່ຈະຄົ້ນຄວ້າປຶກສາຫາລື ແລະ ປະກອບຄໍາເຫັນມີຫຼາຍ, ສະນັ້ນ ຜູ້ແທນກອງປະຊຸມ ຈົ່ງໄດ້ເອົາໃຈໃສ່ຕິດຕາມ ແລະ ສຸມໃສ່ການປະກອບຄຳເຫັນ ດ້ວຍຄວາມຮັບຜິດຊອບສູງ.

ໃນກອງປະຊຸມຄັ້ງນີ້ໄດ້ຮັບຟັງລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມປະ ຈຳປີ 2023 ແລະ ທິດທາງແຜນການ ປີ 2024, ທິດທາງວຽກຈຸດສຸມ 3 ເດືອນ ປີ 2024. ແຜນການຈັດສັນການລົງທຶນຂອງລັດ ປີ 2024. ລາຍງານການສະຫຼຸບຕີລາຄາການຄຸ້ມຄອງການລົງທຶນຂັ້ນແຂວງ ຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ ລາຍງານການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2023 ແລະ ທິດທາງແຜນການ ປີ 2024, ວຽກງານຈຸດສຸມ 3 ເດືອນຕົ້ນປີ 2024, ລາຍງານການແກ້ໄຂ ບັນຫາໜີ້ສິນຂອງເຂວງ (ໜີ້ຕ້ອງຮັບ-ໜີ້ຕ້ອງສົ່ງ), ການຄຸ້ມຄອງ, ການຊໍາລະຄ່າບໍລິການສິນຄ້າຜ່ານ ລະບົບທະນາຄານ ແລະ ກົນໄກການຄຸ້ມຄອງການ ນຳເຂົ້າ-ສົ່ງອອກສິນຄ້າ ໃນໄລຍະ 1 ປີຜ່ານມາ ແລະ ທິດທາງແກ້ໄຂໃນຕໍ່ໜ້າ, ການຈັດຕັ້ງຜັນຂະຫຍາຍດໍາລັດ 205/ລບ ວ່າດ້ວຍມາດຕະການປະຢັດ ແລະ ຕ້ານການຟຸ່ມເຟືອຍ ພ້ອມທັງສະເໜີວິທີການ ແລະ ມາດຕະການໃນການຈັດຕັ້ງປະຕິບັດ, ການປະຕິບັດມາດຕະການຫຼຸດຜ່ອນການນໍາເຂົ້າ ພ້ອມທັງນໍາສະເໜີວິທີການ ແລະ ມາດຕະການໃນການຈັດຕັ້ງປະຕິບັດ: ລາຍງານການຈັດຕັ້ງປະຕິບັດ ແລະ ການຄຸ້ມຄອງໂຄງການລົງທຶນຂອງລັດ, ໂຄງການກໍ່ສ້າງ ແລະ ສ້ອມແປງເສັ້ນທາງໃນປີ 2023 ຜ່ານມາ ແລະ ທິດທາງແຜນການປີ 2024. ລາຍງານການຈັດຕັ້ງປະຕິບັດການຄຸ້ມຄອງມົນລະພິດຂອງຫົວໜ່ວຍທຸລະກິດ ທີ່ດຳເນີນກິດຈະການລານມັນຕົ້ນໃນໄລຍະຜ່ານມາ ແລະ ທິດທາງມາດຕະການໃນຕໍ່ໜ້າ ແລະ ວຽກງານສຳຄັນອື່ນໆອີກ. ນອກຈາກການລາຍງານແລ້ວ ຜູ້ແທນກອງປະຊຸມກໍໄດ້ປະກອຍຄຳເຫັນດ້ວຍຄວາມຮັບຜິດຊອບເພື່ອປັບປຸງແຜນພັດທະນາຮອບດ້ານເພື່ອນຳໄປຈັດຕັ້ງປະຕິບັດໃນຕໍ່ໜ້າໃຫ້ໄດ້ຮັບຜົນດີ.

(ຂ່າວ-ພາບ: ຈຳປາສັກ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version