Sunday, September 8, 2024
Homeຂ່າວການເມືອງວັນທີ 27 ທັນວາ ແຂວງເຊກອງ ລະດົມທຶນພັດທະນາໄດ້ 6 ພັນກວ່າຕື້ກີບ

ວັນທີ 27 ທັນວາ ແຂວງເຊກອງ ລະດົມທຶນພັດທະນາໄດ້ 6 ພັນກວ່າຕື້ກີບ

ຕາມການລາຍງານ ຂອງທ່ານ ຂັນຕີ ສີລະວົງສາ ຮອງເຈົ້າແຂວງເຊກອງ ເມື່ອບໍ່ດົນວ່າ: ໃນປີ 2023 ແຂວງເຊກອງ ສາມາດລະດົມທຶນເຂົ້າໃນການພັດທະນາໄດ້ທັງໝົດ 6.702,13 ຕື້ກີບ ທຽບໃສ່ແຜນລື່ນແຜນ 30,75% (ແຜນ 797 ຕື້ກີບ). ໃນນີ້, ການລົງທຶນຂອງລັດ 73,13 ຕື້ກີບ ທຽບໃສ່ແຜນລື່ນແຜນ 87,51%; ທຶນຊ່ວຍເຫລືອລ້າ-ກູ້ຢືມ 119 ຕື້ກີບ ທຽບໃສ່ແຜນປະຕິບັດໄດ້ 100%; ການລົງທຶນຂອງພາກເອກະຊົນພາຍໃນ ແລະ ຕ່າງປະເທດ 6.510 ຕື້ກີບ ທຽບໃສ່ແຜນປະຕິບັດໄດ້ເກີນແຜນ 11 ເທົ່າຕົວ.

ທ່ານ ຂັນຕີ ສີລະວົງສາ ກ່າວວ່າ: ການລົງທຶນຂອງລັດ ສະພາແຫ່ງຊາດ ອະນຸມັດທັງໝົດ 265 ໂຄງການ ມູນຄ່າລວມ 4.019,49 ຕື້ກີບ, ມູນຄ່າອະນຸມັດຕົວຈິງໃນປີຈໍານວນ 73,13 ຕື້ກີບ ຄື: ໂຄງການມູນຄ່າ 20 ຕື້ກີບຂຶ້ນໄປ ມີ 23 ໂຄງການ ມູນຄ່າລວມ 3.541,61 ຕື້ກີບ, ມູນຄ່າອະນຸມັດຕົວຈິງໃນປີຈໍານວນ 51,36 ຕື້ກີບ ແລະ ໂຄງການປົກກະຕິ 20 ຕື້ກີບລົງມາ ມີ 193 ໂຄງການ ມູນຄ່າລວມ 477,86 ຕື້ກີບ, ມູນຄ່າອະນຸມັດຕົວຈິງໃນປີຈໍານວນ 21,76 ຕື້ກີບ. ໃນນີ້, ບ້ວງທຶນປົກກະຕິອະນຸມັດ 9,14 ຕື້ກີບ; ບ້ວງພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ 2,25 ຕື້ກີບ; ບ້ວງຈັດສັນພູມລໍາເນົາ ແລະ ບ່ອນທໍາມາຫາກິນຖາວອນ 1,05 ຕື້ກີບ ແລະ ບ້ວງຟື້ນຟູໂຄງການໄພພິບັດ (ໂຄງການສືບຕໍ່ ແລະ ໂຄງການໃໝ່) 9,02 ຕື້ກີບ; ສ່ວນການລົງທຶນພາກເອກະຊົນ ອັນພົ້ນເດັ່ນແມ່ນໂຄງການໄຟຟ້າພະລັງລົມ ແລະ ໂຄງການພະລັງງານໄຟຟ້າເຊກອງ ຈໍາກັດ (ຖ່ານຫີນ).

ທ່ານຮອງເຈົ້າແຂວງເຊກອງ ກ່າວຕື່ມວ່າ: ໃນປີ 2024 ແຂວງມີຄວາມຕ້ອງການທຶນທັງໝົດ 1.223 ຕື້ກີບ. ໃນນີ້, ການລົງທຶນຂອງລັດ 73,38 ຕື້ກີບ; ທຶນຊ່ວຍເຫລືອລ້າ-ກູ້ຢືມ 146,76 ຕື້ກີບ ແລະ ທຶນຂອງພາກເອກະຊົນພາຍໃນ ແລະ ຕ່າງປະເທດ 1.003 ຕື້ກີບ. ພ້ອມນັ້ນ ກໍເອົາໃຈໃສ່ປັບປຸງກົນໄກການອະນຸຍາດ ແລະ ຄຸ້ມຄອງການລົງທຶນໃຫ້ມີປະສິດທິພາບ ແລະ ປະສິດທິຜົນ.

#Medialaos#sekong

ຂ່າວ-ພາບ: ສັນຍາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments