Saturday, July 27, 2024
Homeຂ່າວໜ້າໜຶ່ງໄຂກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປີ 2023

ໄຂກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປີ 2023

ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປີ 2023 ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າວັນທີ 26 ທັນວາ 2023 ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ; ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ເຈົ້າແຂວງ, ເຈົ້າຄອງນະຄອນ ຫຼວງວຽງຈັນ, ຜູ້ຕາງໜ້າອົງການຈັດຕັ້ງພັກ-ລັດທຽບເທົ່າກະຊວງ, ສູນກາງແນວລາວສ້າງຊາດ, ອົງການນິຕິບັນຍັດ, ອົງການຕຸລາການ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ບັນດາອົງການຈັດຕັ້ງມະຫາຊົນ, ອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ ເຂົ້າຮ່ວມ.

ກອງປະຊຸມລັດຖະບານເປີດກວ້າງຄັ້ງນີ້ ຈະດໍາເນີນໃນລະຫວ່າງວັນທີ 26-27 ທັນວາ 2023 ຊຶ່ງລັດຖະບານຈະໄດ້ສະຫຼຸບຜົນການຈັດຕັ້ງປະຕິບັດບັນດາມາດຕະການວຽກງານສະເພາະ ແລະ ແຜນວຽກຂອງລັດຖະບານ ໃນໄລຍະຜ່ານມາ; ຈະໄດ້ເຜີຍແຜ່ໃຫ້ຮັບຮູ້ ແລະ ເຂົ້າໃຈເປັນເອກະພາບ ກ່ຽວກັບການກຳນົດໜ້າວຽກຕົວຈິງ ແລະ ແບ່ງຄວາມຮັບຜິດຊອບໃຫ້ແຕ່ລະຂະແໜງການລະອຽດ ໃນການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ມະຕິຂອງຄະນະບໍລິຫານງານສູນກາງພັກ ເລກທີ 05/ຄບສພ ວ່າດ້ວຍສືບຕໍ່ຊຸກຍູ້ການຜັນຂະຫຍາຍແນວທາງປ່ຽນແປງໃໝ່ສູ່ລວງເລິກ ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ໃນການນຳພາຂອງພັກ ຕິດພັນກັບແຜນວຽກຈຸດສຸມຂອງລັດຖະບານ ທີ່ຈະຕ້ອງໄດ້ບຸກທະລຸໃນປີ 2024. ສຳລັບຫົວຂໍ້ຕົ້ນຕໍ, ກອງປະຊຸມ ຈະໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນດ້ວຍຄວາມເອົາໃຈໃສ່ ຕໍ່ 3 ວາລະສຳຄັນ ດັ່ງນີ້ :

1. ສະຫຼຸບການປະຕິບັດ ມະຕິກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ເລກທີ 08/ລບ, ລົງວັນທີ 12 ກໍລະກົດ 2023 ແລະ ລົງເລິກການຕີລາຄາການເຄື່ອນໄຫວວຽກ ຂອງຄະນະສະເພາະກິດ ຮັບຜິດຊອບແກ້ໄຂບັນຫາເຄັ່ງຮ້ອນຂອງເສດຖະກິດ-ການເງິນ, ບັນຫາເງິນເຟີ້, ອັດຕາແລກປ່ຽນເງິນຕາ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ ຕາມມະຕິຕົກລົງ ເລກທີ 19/ກມສພ ໃນໄລຍະ 6 ເດືອນ, ພ້ອມທັງ ສະເໜີວຽກຈຸດສຸມຂອງລັດຖະບານ ປີ 2024 ຕິດພັນກັບການເຜີຍແຜ່ດຳລັດ ວ່າດ້ວຍການແບ່ງຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ແລະ ແຜນເງິນຕາ ປີ 2024 ແລະ ການແກ້ໄຂຜົນການກວດສອບ; ແລະ ເຜີຍແຜ່ມະຕິ ວ່າດ້ວຍການແບ່ງຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດມະຕິ 05/ຄບສພ.

2. ປຶກສາຫາລືການແບ່ງຄວາມຮັບຜິດຊອບຕົວຈິງໃຫ້ທ້ອງຖິ່ນ ໃນວຽກງານຈໍານວນໜຶ່ງ ຄື: (1) ການມອບຄວາມຮັບຜິດຊອບໃຫ້ທ້ອງຖິ່ນເປັນເຈົ້າການຕິດຕາມກວດກາ, ຊຸກຍູ້ ແລະ ຄຸ້ມຄອງໂຄງການລົງທຶນ ທີ່ສູນກາງອະນຸມັດ ໂດຍໃຫ້ມີບັນຊີໂຄງການຕົວຈິງ ມອບໃຫ້ແຕ່ລະແຂວງ; (2) ການແບ່ງ ແລະ ມອບໂອນຫົວໜ່ວຍລາຍຮັບ ທີ່ເປັນພູດຂອງສູນກາງ ໃຫ້ທ້ອງຖິ່ນເປັນຜູ້ເກັບ ໂດຍໃຫ້ມີບັນຊີຫົວໜ່ວຍລາຍຮັບຕົວຈິງ ມອບໃຫ້ແຕ່ລະແຂວງ.

3. ວຽກງານແຂ່ງຂັນຍ້ອງຍໍ : (1) ສະຫຼຸບບວຽກງານແຂ່ງຂັນຍ້ອງຍໍ ລະດັບຊາດ ປີ 2023 ແລະ ສະເໜີທິດທາງ ແລະ ຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ ປະຈຳປີ 2024; (2) ລາຍງານຜົນການແກ້ໄຂບັນຫາເຂດແດນເຊື່ອມຕໍ່ ລະຫວ່າງ ນະຄອນຫຼວງວຽງຈັນ ກັບແຂວງ, ລະຫວ່າງແຂວງກັບແຂວງ ໃນທົ່ວປະເທດ; (3) ບັນດາຂະແໜງການ ແລະ ທ້ອງຖິ່ນ ໃຫ້ສະເໜີໂຄງການແຂ່ງຂັນຮັກຊາດ ແລະ ພັດທະນາຂອງຕົນ ໃນປີ 2024.

ໃນໂອກາດກ່າວເປີດກອງປະຊຸມ, ທ່ານ ນາຍົກລັດຖະມົນຕີ ໄດ້ກ່າວວ່າ: ກອງປະຊຸມເປີດກວ້າງເທື່ອນີ້ ໄດ້ຈັດຂຶ້ນໃນທ່າມກາງທີ່ສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປຢ່າງສະຫຼັບຊັບຊ້ອນ ເຊິ່ງສະພາບການດັ່ງກ່າວ ໄດ້ເປັນສາເຫດປັດໄຈສົ່ງຜົນກະທົບຊ້ຳເຕີມຕໍ່ການຟື້ນຕົວ ແລະ ການຂະຫຍາຍຕົວທາງດ້ານເສດຖະກິດ-ການຄ້າໂລກ ຢ່າງຫຼີກລ່ຽງໄດ້ຍາກ. ສຳລັບຢູ່ປະເທດເຮົາ ແມ່ນໄດ້ຮັບຜົນກະທົບທາງກົງ ແລະ ທາງອ້ອມ ໂດຍສະເພາະ ບັນຫາອັດຕາເງິນເຟີ້ເພີ່ມຂຶ້ນສູງ, ລາຄາສິນຄ້າແພງຂຶ້ນ, ຄ່າຄອງຊີບສູງຂຶ້ນ ແຕກໂຕນກັບລາຍຮັບ ເຮັດໃຫ້ເພີ່ມຄວາມກົດດັນຕໍ່ຊີວິດການເປັນຢູ່ຂອງປະຊາຊົນ. ຕໍ່ສະພາບການດັ່ງກ່າວ, ລັດຖະບານ ຈະຕ້ອງໄດ້ພ້ອມຈິດພ້ອມໃຈ ເລັ່ງໃສ່ປະຕິບັດມາດຕະການແກ້ໄຂຕ່າງໆ ໂດຍສະເພາະ ອັນທີ່ໄດ້ຮ່ວມກັນກຳນົດອອກມາເປັນນິຕິກຳ, ເປັນແຜນປະຕິບັດຕົວຈິງຜ່ານມາ. ບົນຈິດໃຈດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງບັນດາທ່ານສະມາຊິກລັດຖະບານ, ບັນດາທ່ານ ເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ ແລະ ແຂກຖືກເຊີນ ທີ່ເຂົ້າຮ່ວມກອງປະຊຸມຄັ້ງນີ້ ຈົ່ງເພີ່ມທະວີຄວາມພະຍາຍາມເປັນເຈົ້າການຮ່ວມກັນ, ສຸມທຸກສະຕິປັນຍາ ແລະ ຍົກສູງຄວາມຕັດສິນໃຈທາງການເມືອງ ທີ່ເປັນເອກະພາບກັນ ເພື່ອໃຫ້ສາມາດແກ້ໄຂບັນດາສິ່ງທ້າທາຍດັ່ງກ່າວ ໃຫ້ຕົກໄປເທື່ອລະກ້າວ; ຈົ່ງພ້ອມກັນເອົາໃຈໃສ່ຄົ້ນຄວ້າ ແລະ ມີສ່ວນຮ່ວມຮັບຜິດຊອບປະກອບຄໍາເຫັນຕໍ່ກອງປະຊຸມ ຢ່າງເລິກເຊິ່ງ ໂດຍການສະເໜີທັດສະນະທີ່ສ້າງສັນ, ກົງໄປກົງມາ, ກະທັດຮັດ, ມີຈຸດສຸມ ແລະ ຈະແຈ້ງ ເພື່ອໃຫ້ກອງປະຊຸມ ຄັ້ງນີ້ ມີປະສິດທິຜົນສູງ ແລະ ບັນລຸຕາມຄາດໝາຍທີ່ໄດ້ກໍານົດໄວ້.

ຂ່າວ,ພາບ: ກົມປະຊາສຳພັນ ຫສນຍ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments