Saturday, July 27, 2024
Homeທ່ອງທ່ຽວຫຼວງນໍ້າທາ ພ້ອມແລ້ວເປີດປີທ່ອງທ່ຽວລາວ 2024 ມີ 15 ກິດຈະກໍາເປັນຫຼັກ

ຫຼວງນໍ້າທາ ພ້ອມແລ້ວເປີດປີທ່ອງທ່ຽວລາວ 2024 ມີ 15 ກິດຈະກໍາເປັນຫຼັກ

ຕາມການໃຫ້ສໍາພາດຂອງທ່ານ ສົມສະຫວາດ ນາມອິນທາ ຮອງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງຫຼວງນໍ້າທາ ທັງເປັນຫົວໜ້າກອງເລຂາ ໃນຕອນເຊົ້າວັນທີ 26 ທັນວາ 2023 ນີ້ວ່າ: ການຫ້າງຫາກະກຽມປີທ່ອງທ່ຽວລາວ 2024 ທີ່ແຂວງຫຼວງນໍ້າທາ ມາຮອດປັດຈຸບັນ ແມ່ນມີຄວາມພ້ອມ 100% , ພາຍຫຼັງທີ່ລັດຖະບານໄດ້ມີນະໂຍບາຍໃຫ້ຈັດປີທ່ອງທ່ຽວລາວ 2024 ອົງການປົກຄອງແຂວງ ໄດ້ແຕ່ງຕັ້ງ ໃຫ້ມີຄະນະຮັບຜິດຊອບ ພ້ອມກັນນັ້ນ, ຄະນະດັ່ງກ່າວກໍ່ໄດ້ຈັດກອງປະຊຸມປຶກສາຫາລືວຽກງານທີ່ກ່ຽວຂ້ອງ, ຮັບຮອງເອົາແຜນກິດຈະກໍາ ໂດຍສະເພາະແມ່ນບັນດາກິດຈະກໍາທີ່ຕິດພັນກັບງານບູນປະເພນີ ຂອງປະຊາ ຊົນບັນດາເຜົ່າ ແລະ ວາງແຜນການເຄື່ອນໄຫວຕະຫຼອດປີ 2024.

ການຈັດປີທ່ອງທ່ຽວລາວ 2024 ທີ່ແຂວງຫຼວງນໍ້າທານີ້ ແມ່ນຈະບໍ່ໄດ້ຈັດເປັນງານສະເພາະແຕ່ຈະສົ່ງເສີມການພັດທະນາໂຄ່ງລ່າງພື້ນຖານຂະໜາດນ້ອຍຢູ່ສະຖານທີ່ທ່ອງທ່ຽວ, ສົ່ງເສີມການຕະຫຼາດການທ່ອງທ່ຽວ,ຍົກລະດັບຄຸນນະພາບການບໍລິການຂອງທຸລະກິດທ່ອງທ່ຽວ ແລະ ຊຸກຍູ້ການຈັດງານບຸນປະເພນີ ຂອງປະຊາຊົນບັນດາເຜົ່າ ທີ່ເຄີຍຈັດຕັ້ງຜ່ານມາ. ກິດຈະກໍາທັງໝົດທົ່ວແຂວງ ມີ 15 ກິດຈະກໍາ; ໃນນີ້ກິດຈະກຳລະດັບຊາດມີ 1 ກິດຈະກໍາ, ລະດັບແຂວງ 5 ກິດຈະກໍາ ແລະ ລະດັບເມືອງ 9 ກິດຈະກໍາ ເປັນຕົ້ນ ກິດຈະກໍາລະດັບຊາດ: ແມ່ນງານບຸນນະມັດສະການພະທາດຫຼວງຈຽງຕຶງ (ເມືອງສິງ)ຈັດຂຶ້ນໃນວັນທີ 15-16 ພະຈິກ 2024. ຢູ່ເມືອງຫຼວງນໍ້າທາ: ມີ 5 ກິດຈະກໍາ ເຊັ່ນ: ງານບຸນເຜົ່າໄຕດໍາ ເຂດບ້ານທົ່ງດີ, ເທດສະການດົນຕີນໍ້າທາ, ງານບຸນນະມັດສະການພະທາດປຸມປຸກ, ງານບູນຊ່ວງເຮືອປະຈໍາປີ 2024 ແລະ ບຸນນະມັດ ສະການພະທາດຫຼວງນໍ້າທາ ປີ 2024. ເມືອງສິງ: ມີ 3 ກິດຈະກໍາ, ນອກຈາກກິດຈະກໍາລະດັບຊາດແລ້ວ, ມີບຸນປາງເມືອງທົ່ວເມືອງສິງ ແລະ ງານບຸນບັ້ງໄຟ ຫຼື ບຸນປອຍເຜົ່າໄຕ໋ລື້. ເມືອງວຽງພູຄາ: ມີ 2 ກິດຈະກໍາ ຄື: ບຸນກິນຈຽງເຜົ່າຢັ້ງ ແລະ ບຸນຊ່ວງເຮືອ ປະຈໍາປີ 2024. ເມືອງລອງ: ມີ 2 ກິດຈະກໍາ ຄື: ງານບຸນປາງເມືອງທົ່ວເມືອງລອງ ແລະ ບຸນກິນຈຽງ ເຜົ່າອາຄາທົ່ວເມືອງລອງ. ເມືອງນາແລ: ມີ 2 ກິດຈະກໍາ ຄື: ງານບູນຊ່ວງເຮືອປະຈໍາປີ 2024 ແລະ ງານບຸນເກຼິ ຫຼື ບຸນປົດນຶມເມືອງນາແລ ແລະ ເຂດພັດທະນາເສດຖະກິດພິເສດບໍ່ເຕ່ນແດນງາມ ມີ 1 ກິດຈະກໍາ ຄື: ບຸນປີໃໝ່ລາວ ພສ 2566.

ທ່ານຍັງກ່າວຕື່ມວ່າ : ສ່ວນກິດຈະກໍາໃຫຍ່ອີກອັນໜຶ່ງ ແມ່ນເທດສະການດົນຕີນໍ້າທາ ຈັດໂດຍ ບໍລິສັດ ນໍ້າດີພັດທະນາຈໍາກັດຜູ້ດຽວ ຮ່ວມກັບຄະນະຮັບຜິດຊອບປີທ່ອງທ່ຽວລາວ 2024, ນອກຈາກເທດສະການດົນຕີລະຫວ່າງປະເທດແລ້ວ, ຍັງມີກິດຈະກໍາທາງດ້ານວັດທະນະທໍາ, ການແຂ່ງຂັນກິລາເຕະບານມິດຕະພາບ ລາວ-ຈີນ-ຫວຽດ, ແລ່ນຮາບມາລາທອນ, ແຂ່ງຂັນຂີ່ລົດຖີບ, ກິລາກະຕໍ້ຫວາຍ ແລະ ກິດຈະກໍາປິດອ້ອມ ເຊັ່ນ: ການ ສະແດງພາລາມໍເຕີ, ຂີ່ບາລູນ, ຕະຫຼາດນັດ ແລະ ອື່ນໆ. ຈະຈັດຂຶ້ນໃນຊ່ວງວັນທີ 18-24 ກຸມພາ 2024 ທີ່ທົ່ງນາບ້ານນໍ້າດີ, ເມືອງ ແລະ ແຂວງຫຼວງນໍ້າທາ.

ສໍາລັບພິທີເປີດປີທ່ອງທ່ຽວລາວ 2024 ທີ່ແຂວງຫຼວງນໍ້າທາ ຢ່າງເປັນທາງການນັ້ນ ແມ່ນຈະໄດ້ຈັດຂຶ້ນ ໃນວັນທີ 26 ທັນວາ 2023 ຮ່ວມກັບງານບຸນນະມັດສະການພະທາດຫຼວງນໍ້າທາ. ສ່ວນການຫ້າງຫາກະກຽມມາຮອດມື້ນີ້ ແມ່ນ 100% ແລ້ວ ກິດຈະກໍາແມ່ນລາຍງານສະພາບການກະກຽມປີທ່ອງທ່ຽວລາວ 2024 ທີ່ແຂວງຫຼວງນໍ້າທາ, ສະເໜີການນໍາແຂວງເປີດພິທີຢ່າງເປັນທາງການ, ຄະນະປະທານຕັດແທບຜ້າ, ລັ່ນຄອງ 9 ບາດ, ຊົມການສະແດງສີລະປະ, ຈູດບັ້ງໄຟດອກ 9 ດອກ, ປ່ອຍໂຄມໄຟ 99 ດວງ. ຕໍ່ຈາກນັ້ນກໍ່ທ່ຽວຊົມງານບູນນະມັດສະການພະທາດຫຼວງນໍ້າທາຕາມວາລະ.

ໃນໂອກາດນີ້ ທ່ານ ສົມສະຫວາດ ນາມອິນທາ ຮອງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງຫຼວງນໍ້າທາ ທັງເປັນຫົວ ໜ້າກອງເລຂາເປີດປີທ່ອງທ່ຽວລາວ 2024 ທີ່ແຂວງຫຼວງນໍ້າທາ ກໍ່ໄດ້ຮຽກຮ້ອງມາຍັງທຸກອົງການຈັດຕັ້ງຂອງພັກ, ຂອງລັດ ແລະ ທົ່ວສັງຄົມຈົ່ງພ້ອມກັນສະ ໜັບສະໜູນ ແລະ ຕັ້ງໜ້າເຂົ້າຮ່ວມກິດຈະກໍາຕ່າງໆ ພ້ອມທັງຊຸກຍູ້ ແລະ ສົ່ງເສີມຂະບວນການຕ່າງໆໃຫ້ມີບັນຍາກາດຟົດຟື້ນ, ຕໍ່ເນື່ອງຕະຫຼອດປີ ແລະ ຕະຫຼອດໄປ ແລະ ຂໍສະແດງຄວາມຂອບໃຈ ຢ່າງຈີງໃຈຕໍ່ພະນັກງານ, ທະຫານ-ຕຳຫຼວດ, ພໍ່ຄ້າຊາວຂາຍ, ອົງການຈັດຕັ້ງທີ່ກ່ຽວຂ້ອງທຸກພາກສ່ວນ ຕະຫຼອດຮອດປະຊາຊົນບັນດາເຜົ່າ ທີ່ໃຫ້ການຮ່ວມມືເປັນຢ່າງດີ ໃນການສົ່ງເສີມໂຄສະນາການທ່ອງທ່ຽວ ປະກອບສ່ວນເຂົ້າໃນການຈັດປີທ່ອງທ່ຽວລາວ 2024 ແລະ ຂໍສະແດງຄວາມຊົມເຊີຍຕໍ່ຄະນະຊີ້ນໍາການຈັດປີທ່ອງທ່ຽວລາວ 2024 ຂັ້ນແຂວງ, ຂັ້ນເມືອງ ທີ່ໄດ້ເອົາໃຈໃສ່ໃນການຫ້າງຫາກະກຽມງານດັ່ງກ່າວນີ້ ດ້ວຍຄວາມຫ້າວຫັນ ແລະ ແຂງແຮງ ແລະ ຂໍອວຍພອນໄຊອັນປະເສີດໃຫ້ແກ່ບັນດາທ່ານ ຈົ່ງພົບແຕ່ຄວາມສຸກ, ຄວາມຈະເລີນ, ມີຜົນສໍາເລັດໃນໜ້າທີ່ການງານ ແລະ ຊີວິດສ່ວນຕົວຂອງທຸກໆທ່ານ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments