Sunday, September 8, 2024
Homeແຈ້ງການສໍາຄັນອາກາດຍັງສືບຕໍ່ຫນາວຫາຫນາວເຢັນປົກຄຸມຢູ່ທົ່ວປະເທດລາວ ວັນທີ 27 ທັນວາ 2023

ອາກາດຍັງສືບຕໍ່ຫນາວຫາຫນາວເຢັນປົກຄຸມຢູ່ທົ່ວປະເທດລາວ ວັນທີ 27 ທັນວາ 2023

ອີງຕາມກົມອຸຕຸນິຍົມ ແລະ ອຸທົກກະສາດລາຍງານໃຫ້ຮູ້ວ່າ, ສະພາບອາກາດ ເຊົ້າວັນທີ 27 ທັນວາ 2023, ມວນອາກາດໜາວເຢັນ ຍັງຈະສືບຕໍໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງປານກາງ ຫາ ແຮງ, ສົມທົບກັບກະແສລົມຕາເວັນອອກສ່ຽງເໜືອພັດປົກຄຸມ. ຊຶ່ງຈະເຮັດໃຫ້ອາກາດຍັງຈະສືບຕໍໍ່ໜາວເຢັນ ຫາ ໜາວເຢັນຫລາຍ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນແຕ່ລະພາກ ແລະ ມີໝອກໜາ ປົກຫຸ້ມຢູ່ບາງທ້ອງຖິ່ນໃນຕອນເຊົ້າ ພ້ອມຈະມີລົມພັດແຮງເປັນບາງ ໂອກາດ.

ສໍາລັບນະຄອນຫລວງວຽງຈັນ ອາກາດຍັງຈະເຢັນ ຫາ ໜາວເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະ ຈະມີລົມພັດແຮງ ເປັນບາງໂອກາດ. ອຸນຫະພູມໃນລະຫວ່າງ 14-27 ອົງສາ.

ຂ່າວຈາກ: ກົມອຸຕຸນິຍົມ ແລະ ອຸທົກກະສາດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments