Saturday, July 27, 2024
Homeສາລະໜ້າຮູ້ສີ່ງທີ່ຜູ້ຂັບລົດຕ້ອງກວດເຊັກເປັນປະຈຳ

ສີ່ງທີ່ຜູ້ຂັບລົດຕ້ອງກວດເຊັກເປັນປະຈຳ

  1. ນໍ້າມັນເຄື່ອງ: ເປັນຫົວໃຈຫຼັກໃນການຫຼໍ່ລື່ນສ່ວນຕ່າງໆ ຂອງເຄື່ອງຈັກ ຄວນປ່ຽນຖ່າຍນໍ້າມັນເຄື່ອງຕາມກຳນົດທຸກໆ ຄັ້ງ.
  2. ໃບປັດນໍ້າຝົນ: ແສງແດດ ແລະ ນໍ້າຝົນເຮັດໃຫ້ກ້ານໃບປັດເປັນຂີ້ໝ້ຽງ ແລະ ງໍຜິດຮູບ ພ້ອມທັງໂຕໃບປັດທີ່ເຮັດດ້ວຍຢາງ ຈະກອບ ແລະ ແຕກໄດ້.
  3. ຫົວທຽນ: ເປັນຈຸດລະເບີດພະລັງງານຈາກເຊື້ອໄຟ ເຮັດໃຫ້ລົດເຄື່ອນທີ່ໄປມາໄດ້ ເມື່ອເຮົາໃຊ້ວຽກເປັນໄລຍະເວລາດົນໆ ຖ້າບໍ່ປ່ຽນຈະເຮັດໃຫ້ລະບົບສະຕາດລົດມີບັນຫາ.
  4. ໃສ້ກອງນໍ້າມັນເຄື່ອງ: ດັກຈັບ ແລະ ກຳຈັດສີ່ງແປກປອມໃນນໍ້າມັນເຄື່ອງ ເຊັ່ນ: ຄາບອນ ແລະ ເສດໂລຫະຕ່າງໆ ຖ້າໃຊ້ວຽກແບບບໍ່ປ່ຽນໂຕກອງຈະເຮັດໃຫ້ເກີດການອຸດຕັນ.
  5. ໃສ້ກອງອາກາດແອ: ລະອອງຝຸ່ນຈາກພາຍນອກກ່ອນເຂົ້າມາໃນຫ້ອງໂດຍສານ ເມື່ອໃຊ້ໄລຍະດົນໆ ຖ້າບໍ່ປ່ຽນຈະເຮັດໃຫ້ໃສ້ກອງແອຕັນ.
  6. ແບັດເຕີລີ້: ແມ່ນປ້ອງກັນກະແສໄຟຟ້າໃຫ້ອຸປະກອນຕ່າງໆ ຂອງເຄື່ອງຈັກເພື່ອໃຫ້ເຮັດວຽກປົກກະຕິ ຈະມີອາຍຸການໃຊ້ງານ 1-2 ປີ ຫຼັງຈາກນັ້ນແບັດເຕີລີ້ຈະເລີ່ມເສື່ອມສະມັດຕະພາບ.
  7. ຜ້າເບກ: ເປັນລະບົບທີ່ສຳຄັນຫຼາຍ ເພາະແມ່ນທາງດ້ານຄວາມປອດໄພໃນການຂັບຂີ່ ເມື່ອເຮົາໃຊ້ເປັນໄລຍະດົນໆ ຜ້າເບກກໍ່ຈະມີການເສື່ອມ.
RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments