Home ຂ່າວພາຍໃນ ປີ 2023 ເສດຖະກິດແຂວງ ໄຊຍະບູລີ ຂະຫຍາຍຕົວ 5%

ປີ 2023 ເສດຖະກິດແຂວງ ໄຊຍະບູລີ ຂະຫຍາຍຕົວ 5%

0

ຕາມການລາຍງານຈາກ ທ່ານນາງ ຄໍາມີ ຈັນທີບ ຫົວໜ້າພະແນກ ແຜນການ ແລະ ການ ລົງທຶນແຂວງໄຊຍະບູລີ ກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມປີ 2023 ແລະ ທິດທາງແຜນການປີ 2024 ໃນກອງປະຊຸມ ຄົບຄະນະບໍລິຫານງານພັກແຂວງ ໄຊຍະບູລີ ຄັ້ງທີ 10 ສະໄໝທີ VII ວັນທີ 25 ທັນວາ 2023 ນີ້ວ່າ: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມປີ 2023 ເຖິງວ່າຈະພົບຄວາມຫຍຸ້ງຍາກ, ມີຫລາຍດ້ານທີ່ບໍ່ເອື້ອອໍານວຍໃຫ້ແກ່ການພັດທະນາ ແຕ່ແຂວງພວກເຮົາໄດ້ສຸມໃສ່ຈັດຕັ້ງປະຕິບັດດ້ວຍຈິດໃຈບຸກທະລຸ ຈຶ່ງເຮັດໃຫ້ເສດຂອງແຂວງສືບຕໍ່ຂະ ຫຍາຍຕົວໃນລະດັບ 5% ຊຶ່ງປະຕິບັດໄດ້ຕາມແຜນການທີ່ວາງໄວ້.

ໃນປີ 2023 ລວມຍອດຜະລິດຕະພັນພາຍໃນ ບັນລຸໄດ້ 14.935 ຕື້ກີບ, ສະເລ່ຍຕໍ່ຫົວຄົນ35,6 ລ້ານກີບ. ໃນນີ້, ກະສິກຳຂະຫຍາຍຕົວ 3,1% ກວມ 28% ຂອງລວມຍອດມູນຄ່າຜົນຜະລິດພາຍໃນ(GDP), ອຸດສາຫະກຳຂະ ຫຍາຍຕົວ 8,7% ກວມ 38% ຂອງ GDP, ການບໍລິການຂະຫຍາຍຕົວ 4,5% ກວມ 34% ຂອງGDP, ໄດ້ເອົາໃຈໃສ່ຄຸ້ມຄອງການຈັດເກັບລາຍຮັບງົບປະມານດ້ວຍການຫັນເປັນທັນສະໄໝ ແລະ ສຸມໃສ່ຈັດເກັບຕາມທ່າແຮງຂອງແຂວງ ແລະ ຫົວໜ່ວຍງົບປະມານທີ່ລັດຖະບານມອບໃຫ້ແຂວງຈັດເກັບເພີ່ມ, ເຮັດໃຫ້ສາມາດຈັດເກັບລາຍຮັບເຂົ້າງົບປະມານໄດ້ທັງໝົດ 1.674 ຕື້ກີບ, ລື່ນແຜນການ 8,7 %, ທຽບໃສ່ປີຜ່ານມາເພີ່ມຂຶ້ນ 39,84%, ໃນນັ້ນ ພູດສູນກາງປະຕິບັດໄດ້ 1.052 ຕື້ກີບ, ລື່ນແຜນ 4,2%, ພູດທ້ອງຖິ່ນປະຕິບັດໄດ້ 595 ຕື້ກີບ, ລື່ນແຜນ 17,89 %; ໄດ້ຄຸ້ມຄອງລາຍຈ່າຍຕາມແຜນ, ຖືກເປົ້າາໝາຍ, ປະຢັດ ແລະ ໂປ່ງໄສ ສາມາດປະຕິບັດໄດ້ 591,14 ຕື້ກີບ, ລື່ນແຜນການ 18,4%. ພ້ອມກັນນີ້, ສາມາດລະດົມການລົງທຶນທົ່ວສັງໄດ້ປະມານ 3.663 ຕື້ກີບ ເທົ່າກັບ 24,50% ຂອງ GDP ໃນນີ້, ທຶນຂອງລັດມູນຄ່າ 211,11 ຕື້ກີບກວມເອົາ 5,8% ຂອງທຶນທັງໝົດ, ທຶນຊ່ວຍ ເຫລືອທາງການເພື່ອການພັດທະນາ ມູນຄ່າ 226,45 ຕື້ກີບກວມ 6,2% ຂອງທຶນທັງໝົດ, ທຶນເອກະຊົນພາຍໃນ ແລະ ຕ່າງປະເທດ 2.107,52 ຕື້ກີບ ກວມ 57,5% ຂອງທຶນທັງໝົດ, ສິນເຊື່ອທະນາຄານໄດ້ 1.117,42 ຕື້ກວມເອົາ 30,5% ຂອງທຶນທັງໝົດ.

ທ່ານ ນາງ ຄໍາມີ ຈັນທີບ ຍັງໃຫ້ຮູ້ອີກວ່າ: ສໍາລັບແຜນການປີ 2024 ຈະສູ້ຊົນໃຫ້ລວມຍອດຜະລິດຕະພັນພາຍໃນ ຂະຫຍາຍຕົວ 5,5% ຂຶ້ນໄປ, ຄິດເປັນມູນຄ່າລາຄາໃນປີ 15,762 ຕື້ກີບ, ສະ ເລ່ຍຕໍ່ຄົນໃຫ້ໄດ້ 36,93 ລ້ານກີບ, ລະດົມທຶນພັດທະນາທົ່ວສັງຄົມໃຫ້ໄດ້ 24% ຂອງ GDP ຫລື ເທົ່າກັບ 3.782 ຕື້ກີບ ແລະ ສູ້ຊົນເກັບລາຍຮັບໃຫ້ໄດ້ 2.039,1 ຕື້ກີບ, ຄຸ້ມຄອງລາຍຈ່າຍໃຫ້ຢູ່ໃນລະດັບ 525,6 ຕື້ກີບ, ດູນໃຫ້ສູນກາງ 189 ຕື້ກີບ.

ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version