Sunday, September 8, 2024
Homeຂ່າວການເມືອງຫົວໜ້າ ຄອສພ ຕ້ອນຮັບ ຮອງບັນນາທິການໃຫຍ່ໜັງສືພິມ ເຍິນເຢິນ

ຫົວໜ້າ ຄອສພ ຕ້ອນຮັບ ຮອງບັນນາທິການໃຫຍ່ໜັງສືພິມ ເຍິນເຢິນ

ທ່ານ ຄໍາພັນ ເຜີຍຍະວົງ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ດິງ ຍື ຮວານ ຮອງບັນນາທິການໃຫຍ່ໜັງສືພິມເຍິນເຢິນ ສຽງຂອງສູນກາງພັກ-ລັດ ແລະ ປະຊາຊົນຫວຽດນາມ ພ້ອມຄະນະ ໃນວັນທີ 25 ທັນວາ ນີ້ ທີ່ ຄອສພ ເນື່ອງໃນໂອກາດທີ່ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 24-29 ທັນວານີ້.

ໃນ​ໂອ​ກາດ​ດັ່ງ​ກ່າວ ທ່ານ ຫົວໜ້າ ຄອສພ ໄດ້ກ່າວຕ້ອນຮັບ ແລະ ຕີລາຄາສູງຕໍ່ຄະນະດັ່ງກ່າວ ທີ່ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຊຶ່ງເປັນການປະກອບສ່ວນສຳຄັນໃນການເສີມຂະຫຍາຍສາຍພົວພັນອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ລະ​ຫວ່າງສອງພັກ-ສອງລັດ ລາວ-ຫວຽດນາມ, ຫວຽດນາມ-ລາວ ເວົ້າ​ລວມ, ເວົ້າ​ສະ​ເພາະ​ແມ່ນ​ການ​ພົວ​ພັນ​ຮ່ວມ​ມື ລະ​ຫວ່າງ​ໜັງ​ສື​ພິມ​ປະ​ຊາ​ຊົນ ແລະ ໜັງ​ສື​ພິມ​ເຍິນ​ເຢິນ ໃຫ້​ນັບ​ມື້​ເລິກ​ເຊິ່ງ​ຍິ່ງໆ​ຂຶ້ນ. ພ້ອມດຽວກັນ, ກໍໄດ້ສະແດງຄວາມຂອບໃຈຍັງສູງມາຍັງໜັງສືພິມເຍິນເຢິນ ທີ່ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດ ຕາມການພົບປະລະຫວ່າງ ຄອສພ ແລະ ຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ ທີ່ໄດ້ຕົກລົງກັນໃນແຕ່ລະໜ້າວຽກດ້ວຍການຈັດຕັ້ງປະຕິບັດຕົວຈິງ ຊຶ່ງໜັງສືພິມເຍິນເຢິນ ກໍໄດ້ກະກຽມທາງດ້ານເນື້ອໃນ, ເຕັກນິກ, ພະນັກງານ-ຊ່ຽວຊານ ມາຊ່ວຍໃນການວາງແຜນ ແລະ ການກະກຽມດ້ານຕ່າງໆ ເພື່ອເຮັດໃຫ້ເວັບໄຊຂອງໜັງສືພິມປະຊາຊົນໄດ້ມີການຫັນໄປສູ່ບາດກ້າວໃໝ່ ທີ່ທັນສະໄໝ.

ທ່ານ ຮອງຫົວໜ້າບັນນາທິການໃຫຍ່ໜັງສືພິມເຍິນເຢິນ ໄດ້ສະແດງຄວາມຂອບໃຈຢ່າງສູງຕໍ່ທ່ານຫົວໜ້າ ຄອສພ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງລາຍງານກ່ຽວກັບການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ​ໃນ​ຄັ້ງ​ນີ້ ແມ່ນເພື່ອ​ການຮ່ວມມື ສະນັບສະໜຸນຊ່ວຍເຫຼືອການປັບປຸງເວັບໄຊຂອງໜັງສືພິມປະຊາຊົນ. ທ່າແຮງຂອງໜັງສືພິມແມ່ນຕ້ອງໄດ້ຫັນເປັນດີຈີຕອນ, ຫັນເປັນທັນສະໄໝ ໂດຍສະເພາະໜັງສືພິມຂອງພັກຕ້ອງໄດ້ມີການຫັນປ່ຽນໃໝ່ ເພື່ອຈະກ້າວໄປສູ່ການເຜີຍແຜ່ໂຄສະນາແນວທາງນະໂຍບາຍຂອງພັກ, ຂອງລັດ ໄປເຂົ້າເຖິງປະຊາຊົນກວ້າງ​ຂວາງ ແລະ ວ່ອງ​ໄວຂຶ້ນ​. ໄລຍະຜ່ານມາ ໂດຍສະເພາະ 2 ປີຜ່ານມານີ້, ໜັງສືພິມເຍິນເ​ຢິນ ກໍໄດ້ມີການປັບປຸງພື້ນຖານໂຄງລ່າງໃນການຫັນເປັນດີຈີຕອນ ຢ່າງກ້າວກະໂດດ ຊຶ່ງການມາໃນຄັ້ງນີ້ກໍໄດ້ນໍາເອົາບົດຮຽນປະສົບການມາແບ່ງປັນໃຫ້ໜັງສືພິມປະຊາຊົນ, ສ້າງເງື່ອນໄຂໃຫ້ໜັງສືພິມປະຊາຊົນໄດ້ສືບຕໍ່ພັດທະນາຕົນເອງ. ອະນາຄົດໃກ້ນີ້, ໜັງສືພິມເຍີນເຢິນ ຈະໄດ້ຊ່ວຍຝຶກອົບຮົມດ້ານບຸກຄະລາກອນ ນໍາໃຊ້ເຄື່ອງມືທັນສະໄໝ ຊຶ່ງອາດຈະມີໃນ 3 ຮູບແບບ ບາງເທື່ອກໍອາດຈະຝຶກທາງອອນລາຍ ຫຼື ນໍາເອົາຊ່ຽວຊານເຕັກນິກຈາກຫວຽດນາມມາຊ່ວຍຝຶກໃຫ້ ແລະ ອາດຈະໃຫ້ບຸກຄະລາກອນຂອງໜັງສືພິມປະຊາຊົນໄປຝຶກອົບຮົບມຢູ່ ສສ ຫວຽດນາມ.

ຕອນທ້າຍ, ທ່ານ ຄໍາພັນ ເຜີຍຍະວົງ ກໍໄດ້ກ່າວສະແດງຄວາມເຫັນດີເປັນເອກະພາບທັງໝົດ ກ່ຽວກັບຜົນການພົບປະສອງຝ່າຍ ລະຫວ່າງ ໜັງສືພິມເຍິນເຢິນ ແລະ ໜັງສືພິມປະຊາຊົນ ຊຶ່ງການມາຊ່ວຍຄັ້ງນີ້ ຈະເປັນໂອກາດດີທີ່ສຸດ ແລະ ມີຄວາມໝາຍສຳຄັນທີ່ສຸດ ທີ່ຈະເຮັດໃຫ້ໜັງສືພິມປະຊາຊົນ ກ້າວໄປສູ່ການຫັນປ່ຽນໃໝ່ທີ່ເລິກເຊິ່ງ ແລະ ຮອບດ້ານ. ພ້ອມດຽວກັນ, ກໍໄດ້ອວຍພອນໃຫ້ ທ່ານ ດິງ ຍື ຮວານ ພ້ອມຄະນະ ຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຈົ່ງ​ປະ​ສົບ​ຜົນ​ສຳ​ເລັດ​ຕາມ​ລະ​ດັບ​ຄາດ​ໝາຍ, ອວຍພອນໄຊ ໃຫ້​ແກ່ສາຍພົວພັນອັນຍິ່ງໃຫຍ່, ຄວາມສາມັກສຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ໂດຍສະເພາະສອງໜັງສືພິມ ຈົ່ງໝັ້ນຄົງທະນົງແກ່ນຂຶ້ນເລື້ອຍໆ.

ໃນໂອກາດດຽວກັນນີ້, ຄະນະຜູ້ແທນໜັງສືພິມເຍິນເຢິນ ແລະ ໜັງສືພິມປະຊາຊົນ ກໍໄດ້ສືບຕໍ່ພົບປະແລກປ່ຽນຂໍ້ມູນກັບກົມຂໍ້ມູນຂ່າວສານ ຄອສພ ໂດຍມີ ທ່ານ ວັນຕຸລາ ຣັກນຸດ ຫົວໜ້າກົມດັ່ງກ່າວ ພ້ອມດ້ວຍຄະນະໃຫ້ການຕ້ອນຮັບ. ການພົບປະຄັ້ງນີ້, ແມ່ນເພື່ອແລກປ່ຽນຂໍ້ມູນດ້ານພື້ນຖານໂຄງລ່າງ ທີ່ຈະສາມາດຮັບຮອງ ການທີ່ຈະເອົາເວັບໄຊຂອງໜັງສືພິມປະຊາຊົນມາຂຶ້ນກັບ ຊຶ່ງທາງກົມຂໍ້ມູນຂ່າວສານ ໄດ້ມີການກະກຽມແນວໃດແ​ດ່ແລ້ວ.

ທ່ານ ວັນຕຸລາ ຮັກນຸດ ກໍໄດ້ລາຍງານໃຫ້ຮູ້ວ່າ: ປັດຈຸບັນ, ແມ່ນໄດ້ຄຸ້ມຄອງ 20 ເວັບໄຊ ທີ່ຂຶ້ນກັບ ຄອສພ; ໄລຍະຜ່ານມາ, ກໍໄດ້ຄົ້ນຄິດວ່າຈະສ້າງເປັນລະບົບດຽວກັນ ເພື່ອໃຫ້ຄຸ້ມຄອງໄດ້ສະດວກ ບັນດາເວັບໄຊຂອງຄະນະໂຄສະນາອົບຮົມຂັ້ນທ້ອງຖິ່ນ ແລະ ເວບໄຊຂອງບັນດາກົມທີ່ຂຶ້ນກັບ ຄອສພ. ເພື່ອຈະເຮັດໄດ້ແນວນັ້ນ, ຄອສພ ກໍໄດ້ປຶກສາຫາລື ແລະ ເຊັນສັນຍາກັບກະຊວງເຕັກໂນໂລຊີ ແລະ ການສື່ສານ (ຕສ) ເພື່ອຈະໄດ້ຮັບຮອງການມີເຊີເວີ ເປັນຂອງຕົນເອງເພື່ອຮັບປະກັນຕໍ່ການໂພສຕ່າງໆໃນເວັບໄຊຂອງພວກເຮົາ. ຂະນະທີ່, ທີ່ໜັງສືພິມປະ​ຊາ​ຊົນຈະຝາກເວບໄຊນໍາ ແມ່ນສາມາດຮັບປະກັນໄດ້ ເພາະການພັດທະນາຜ່ານມາ ຮັບແຕ່​ປີ 2012 ກໍບໍ່ຄ່ອຍມີບັນຫາ ເພາະໄດ້ເຊົ່າເຊີເວີ​ເປັນ​ຂອງຕົນເອງ ແລະ ພັດທະນາເວັບໄຊ, ລະບົບໄອທີເອງ. ແຕ່ຢ່າງໃດກໍຕາມ, ລະບົບໃໝ່ທີ່ທັນສະໄໝທີ່ສຸດ ຊຶ່ງພວກເຮົາຍັງຕ້ອງໄດ້ສືບຕໍ່ໃນການປຶກສາຫາລື ແລະ ແລກປ່ຽນກັນຕື່ມອີກ.

(ຂ່າວ-ພາບ: ສຸກສະຫວັນ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments