Saturday, July 27, 2024
Homeຂ່າວຕ່າງປະເທດ11 ເດືອນທຳອິດ ການຈັດຕັ້ງທຸລະກິດໃໝ່ໃນກຳປູເຈຍ ມີ 11.506 ແຫ່ງ

11 ເດືອນທຳອິດ ການຈັດຕັ້ງທຸລະກິດໃໝ່ໃນກຳປູເຈຍ ມີ 11.506 ແຫ່ງ

ຂ່າວຕ່າງປະເທດລາຍງານ ເມື່ອທ້າຍອາທິດຜ່ານມາ, ກະຊວງການຄ້າຂອງກຳປູເຈຍໄດ້ເປີດເຜີຍບົດລາຍງານໂດຍລະບຸວ່າ: ກຳປູເຈຍໄດ້ອອກໃບອະນຸຍາດປະກອບກິດຈະການໃຫ້ແກ່ບໍລິສັດ ແລະ ຜູ້ປະກອບການໃໝ່ຈຳນວນ 11.506 ແຫ່ງໃນໄລຍະເດືອນມັງກອນ-ພະຈິກຂອງປີນີ້ ຊຶ່ງເພີ່ມຂຶ້ນ 14,5% ຈາກໄລຍະເວລາດຽວກັນຂອງປີຜ່ານມາ.

ທ່ານ ເພັນ ໂສວິຊິດ ຮອງ ແລະ ໂຄສົກກະຊວງການຄ້າຂອງກຳປູເຈຍກ່າວວ່າ: ສະຖານປະກອບທຸລະກິດແຫ່ງໃໝ່ເຫຼົ່ານີ້ດຳເນີນງານໂດຍຄົນທ້ອງຖິ່ນ ແລະ ຊາວຕ່າງປະເທດຈາກຈີນ, ສ ເກົາຫຼີ, ຍີ່ປຸ່ນ, ໄທ, ມາເລເຊຍ, ຫວຽດນາມ ແລະ ອື່ນໆ ໂດຍການຈົດທະບຽນທຸລະກິດໃໝ່ທີ່ເພີ່ມຂຶ້ນຢ່າງຫຼວງຫຼາຍສະທ້ອນໃຫ້ເຫັນເຖິງຄວາມເຊື່ອໝັ້ນຂອງນັກທຸລະກິດ ແລະ ນັກລົງທຶນທີ່ມີຕໍ່ຄວາມສະ ຫງົບ, ສະຖຽນລະພາບທາງການເມືອງ ແລະ ໂອກາດອັນດີຂອງການເຮັດທຸລະກິດໃນກຳປູເຈຍ ລວມເຖິງສະທ້ອນໃຫ້ເຫັນສະພາບແວດລ້ອມທາງທຸລະກິດທີ່ດີຂຶ້ນຂອງກຳປູເຈຍພາຍຫຼັງການແຜ່ລະບາດຂອງພະຍາດໂຄວິດ-19.

ບົດລາຍງານລະບຸວ່າ: ມີບໍລິສັດ ແລະ ຜູ້ປະກອບການປິດຕົວລົງໃນໄລຍະ 11 ເດືອນທຳອິດຂອງປີນີ້ ປະມານ 967 ແຫ່ງ ຊຶ່ງເພີ່ມຂຶ້ນ 21,7% ຈາກໄລຍະເວລາດຽວກັນຂອງປີຜ່ານມາ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments