Saturday, July 27, 2024
Homeຂ່າວຕ່າງປະເທດຍີ່ປຸ່ນຕົກລົງສະໜອງລູກສອນໄຟນຳວິຖີປ້ອງກັນໄພທາງອາກາດ Patriot ໃຫ້ອາເມຣິກາ

ຍີ່ປຸ່ນຕົກລົງສະໜອງລູກສອນໄຟນຳວິຖີປ້ອງກັນໄພທາງອາກາດ Patriot ໃຫ້ອາເມຣິກາ

ກະຊວງການຕ່າງປະເທດຈີນຮຽກຮ້ອງໃຫ້ຍີ່ປຸ່ນ ຈົ່ງເຄົາລົບຄວາມສົນໃຈ ດ້ານຄວາມໝັ້ນຄົງຂອງປະເທດໃກ້ຄຽງຢ່າງແທ້ຈິງ ເພື່ອໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກປະເທດໃກ້ຄຽງໃນອາຊີແລະປະຊາຄົມໂລກດ້ວຍການກະທຳຕົວຈິງ

ວັນທີ 25 ທັນວານີ້, ທ່ານນາງ ເມົານີງ ໂຄສົກກະຊວງການຕ່າງປະເທດຈີນຈັດກອງປະຊຸມຖະແຫຼງຂ່າວ. ມີນັກຂ່າວຖາມວ່າ: ຕາມຂ່າວແຈ້ງວ່າ: ຫວ່າງມໍ່ໆມານີ້, ຍີ່ປຸ່ນຕົກລົງສະໜອງລູກສອນໄຟນຳວິຖີປ້ອງກັນໄພທາງອາກາດ Patriot ໃຫ້ອາເມຣິກາ. ນີ້ແມ່ນຍີ່ປຸ່ນອະນຸຍາດໃຫ້ສົ່ງອອກອາວຸດລ້າງຜານເທື່ອທຳອິດ ຫຼັງຈາກຄະນະລັດຖະບານຍີ່ປຸ່ນຮັບຮອງເອົາ “3 ຫຼັກການແຫ່ງການເຄື່ອນຍ້າຍອຸປະກອນປ້ອງກັນຊາດ”. ມື້ດຽວກັນ, ຄະນະລັດຖະບານຍີ່ປຸ່ນໄດ້ຜ່ານແຜນການງົບປະມານປະຈຳປີ 2024, ໃນນັ້ນ, ງົບປະມານດ້ານການປ້ອງກັນຊາດແມ່ນປະມານ 7.900 ຕື້ເຢັນ, ເພີ່ມຂຶ້ນ 16,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023, ເຊິ່ງໄດ້ສ້າງສະຖິຕິສູງສຸດໃນປະຫວັດສາດ. ຝ່າຍຈີນມີຄວາມເຫັນຄືແນວໃດຕໍ່ກັບເລື່ອງນີ້?

ທ່ານນາງ ເມົານີງ ຕອບວ່າ: ຍ້ອນລັດທິຂຸນເສິກຍີ່ປຸ່ນເຄີຍຮຸກຮານປະເທດອື່ນໃນສະໄໝໃໝ່, ສະນັ້ນ, ການເຄື່ອນໄຫວດ້ານການທະຫານຂອງຍີ່ປຸ່ນ ຈຶ່ງໄດ້ຮັບຄວາມສົນໃຈໃນລະດັບສູງຈາກປະເທດໃກ້ຄຽງໃນອາຊີແລະປະຊາຄົມໂລກ ມາໂດຍຕະຫຼອດ. ໄລຍະປີມໍ່ໆມານີ້, ຍີ່ປຸ່ນໄດ້ປັບປຸງນະໂຍບາຍດ້ານການປ້ອງກັນຊາດຢ່າງຂະໜາດໃຫຍ່, ເພີ່ມງົບປະມານດ້ານການປ້ອງກັນຊາດທຸກປີ, ຜ່ອນຄາຍການຈຳກັດການສົ່ງອອກອາວຸດໃຫ້ຕ່າງປະເທດຢ່າງຕໍ່ເນື່ອງ. ພວກເຮົາຮຽກຮ້ອງໃຫ້ຍີ່ປຸ່ນ ຈົ່ງເຄົາລົບຄວາມສົນໃຈດ້ານຄວາມໝັ້ນຄົງຂອງປະເທດໃກ້ຄຽງຢ່າງແທ້ຈິງ, ສຳຫຼວດປະຫວັດສາດການຮຸກຮານຂອງຕົນຄືນຢ່າງເລິກເຊິ່ງ, ຍຶດໝັ້ນເດີນຕາມເສັ້ນທາງພັດທະນາໂດຍສັນຕິ, ເພື່ອໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກປະເທດໃກ້ຄຽງໃນອາຊີ ແລະ ປະຊາຄົມໂລກດ້ວຍການກະທຳຕົວຈິງ.

ແຫຼ່ງຂ່າວມາຈາກ: CMG FM93

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments