Sunday, September 8, 2024
Homeຂ່າວຕ່າງປະເທດທ່າອ່ຽງເສດຖະກິດຈີນພັດທະນາໄປໃນທິດທາງທີ່ດີໃນໄລຍະຍາວ

ທ່າອ່ຽງເສດຖະກິດຈີນພັດທະນາໄປໃນທິດທາງທີ່ດີໃນໄລຍະຍາວ

ຂ່າວສານຊີອາໄອລາຍງານ ເມື່ອທ້າຍອາທິດຜ່ານມາ, ທ່ານ ຫວ່າງເວີນປີ່ນ ໂຄສົກກະຊວງການຕ່າງປະເທດຈີນ ກ່າວໃນເວລາຕອບຄຳຖາມນັກຂ່າວໃນກອງປະຊຸມຖະແຫຼງຂ່າວວ່າ: ເງື່ອນໄຂທີ່ເປັນຜົນດີໃນການພັດທະນາຂອງຈີນແມ່ນເຂັ້ມແຂງກວ່າເງື່ອນໄຂທີ່ເປັນຜົນຮ້າຍ, ທ່ວງທ່າພື້ນຖານທີ່ເສດຖະກິດຈີນພັດທະນາໄປໃນທິດທາງທີ່ດີ ແລະ ພັດທະນາໄປໃນທິດທາງທີ່ດີເປັນໄລຍະຍາວນັ້ນບໍ່ມີການປ່ຽນແປງ, ເງື່ອນໄຂທີ່ເປັນຜົນດີດ້ານປັດໄຈໃນການສະໜັບສະໜູນການພັດທະນາທີ່ມີຄຸນນະພາບສູງເພີ່ມຂຶ້ນຫຼາຍກວ່າເກົ່າຢ່າງບໍ່ຢຸດຢັ້ງ.

ຫວ່າງບໍ່ດົນມານີ້, ທ່ານ ສະຕີເວນ ບາເນັດ ຜູ້ແທນຂອງອົງການກອງທຶນເງິນຕາສາກົນ(IMF) ປະຈຳຈີນກ່າວໃນເວລາໃຫ້ສຳພາດວ່າ: ຈີນຈະປະກອບສ່ວນພະລັງແຮງໜຶ່ງສ່ວນສາມເຂົ້າໃນການເຕີບໂຕດ້ານເສດຖະກິດຂອງໂລກໃນປີ 2023 ແລະ ຄາດຄະເນວ່າເສດຖະກິດຈີນຈະຮັກສາການເຕີບໂຕໄດ້ເປັນຢ່າງດີໃນປີ 2024. ທ່ານ ຫວ່າງເວີນປີ່ນ ກ່າວກ່ຽວກັບເລື່ອງນີ້ວ່າ: ຫວ່າງມໍ່ໆມານີ້, ອົງການກອງທຶນເງິນຕາສາກົນ, ອົງການຈັດຕັ້ງການຮ່ວມມື ແລະ ການພັດທະນາດ້ານເສດຖະກິດ ແລະ ອົງການຈັດຕັ້ງສາກົນອື່ນໆຫຼາຍແຫ່ງໄດ້ທະຍອຍກັນຍົກໂຕເລກຄາດໝາຍການເຕີບໂຕດ້ານເສດຖະກິດຂອງຈີນໃນປີ 2023, ເບິ່ງໄປໃນແງ່ດີຕໍ່ທ່າອ່ຽງການເຕີບໂຕດ້ານເສດຖະກິດຂອງຈີນໃນປີ 2024. ຝ່າຍຕ່າງໆເຫັນໂດຍທົ່ວໄປວ່າ: ຈີນແມ່ນແຮງຂັບເຄື່ອນໃຫຍ່ທີ່ສຸດໃນການເຕີບໂຕດ້ານເສດຖະກິດຂອງໂລກ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments