Saturday, July 27, 2024
Homeຂ່າວຕ່າງປະເທດຜູ້ອອກແຮງງານຕ່າງປະເທດຈະໄດ້ຮັບໃບອະນຸຍາດເຮັດວຽກ ແລະ ພັກເຊົາຮ່ວມກັນຂອງ EU

ຜູ້ອອກແຮງງານຕ່າງປະເທດຈະໄດ້ຮັບໃບອະນຸຍາດເຮັດວຽກ ແລະ ພັກເຊົາຮ່ວມກັນຂອງ EU

ວິທະຍຸກະຈາຍສຽງຫວຽດນາມລາຍງານ ທ້າຍອາທິດຜ່ານມາ, ລັດຖະສະພາ ເອີຣົບ (EP) ແລະ ສະພາ ເອີຣົບ (EC) ໄດ້ບັນລຸຂໍ້ຕົກລົງກ່ຽວກັບການດັດປັບຂໍ້ກຳນົດການອອກໃບອະນຸຍາດ, ພ້ອມທັງການເຮັດວຽກ ແລະ ພັກເຊົາໃນສະຫະພາບ ເອີຣົບ (EU) ໃຫ້ແກ່ຜູ້ອອກແຮງງານຕ່າງປະເທດ, ແທນບັນດາລະບຽບການກຳນົດໃນປັດຈຸບັນ.

ຂໍ້ກຳນົດໃໝ່ໄດ້ປົກປ້ອງຜູ້ອອກແຮງງານທີ່ມາຈາກປະເທດທີ 3 ຫຼາຍຂຶ້ນ, ດ້ວຍວິທີອະນຸຍາດໃຫ້ເຂົາເຈົ້າສາມາດປ່ຽນຜູ້ນຳໃຊ້ແຮງງານ, ຮັບປະກັນຄວາມຍຸຕິທຳໃນວິວັດການຮັບສະໝັກ, ຄື: ຍອມຮັບໃບປະກາດ, ສ້າງເງື່ອນໄຂເຮັດວຽກ, ການຊ່ວຍເຫຼືອສັງຄົມ ແລະ ຜົນປະໂຫຍດດ້ານພາສີ. ໃນຂະນະນັ້ນ, ບັນດາຜູ້ອອກແຮງງານຢູ່ນອກ EU ກໍຕ້ອງປະຕິບັດຕາມບັນດາຂໍ້ກຳນົດກ່ຽວກັບເວລາເຮັດວຽກ ເພື່ອຈະບໍ່ຖືກຖອນໃບອະນຸຍາດເຮັດວຽກ ແລະ ພັກເຊົາ.

EC ຖືວ່າ, ນີ້ແມ່ນບາດກ້າວສຳຄັນໃນຄວາມພະຍາຍາມຂອງກຸ່ມ ເພື່ອດຶງດູດຊາວຕ່າງປະເທດ ຜູ້ມີຄວາມສາມາດ ມາເຂດທີ່ພວມຂາດຜູ້ອອກແຮງງານ. ບັນດາຂໍ້ກຳນົດໃໝ່ກໍຈະຊ່ວຍໃຫ້ EU ສ້າງລະບົບອົບພະຍົບຢ່າງຮອບດ້ານ, ມີຄວາມຍຸຕິທຳ ແລະ ເຂັ້ມແຂງກວ່າເກົ່າ. ຂໍ້ຕົກລົງນີ້ຍັງຕ້ອງໄດ້ຮັບການໃຫ້ສັດຕະຍາບັນຈາກບັນດານັກສ້າງກົດໝາຍຈຶ່ງມີຜົນສັກສິດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments