Sunday, September 8, 2024
Homeທ່ອງທ່ຽວຖວທ ເມືອງວັງວຽງ ກຳນົດເອົາ 8 ກິດຈະກຳ ຕ້ອນຮັບປີທ່ອງທ່ຽວລາວ 2024

ຖວທ ເມືອງວັງວຽງ ກຳນົດເອົາ 8 ກິດຈະກຳ ຕ້ອນຮັບປີທ່ອງທ່ຽວລາວ 2024

ປັດຈຸບັນ, ຫ້ອງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ເມືອງວັງວຽງ ແຂວງວຽງຈັນ ໄດ້ກຽມຄວາມພ້ອມຫຼາຍດ້ານ ຕ້ອນຮັບປີທ່ອງທ່ຽວລາວ 2024 ທີ່ຈະມາເຖິງ ເປັນຕົ້ນການປັບປຸງ ແລະ ຟື້ນຟູສະຖານທີ່ທ່ອງທ່ຽວ, ການບໍລິການອາຫານ, ເຮືອນພັກ-ໂຮງແຮມ ແລະ ສິ່ງອຳນວຍຄວາມສະດວກອື່ນໆ ເພື່ອຮອງຮັບນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ທີ່ຈະເດີນທາງມາທ່ອງທ່ຽວພາຍໃນເມືອງ.

ທ່ານ ອັດສະຍາໄສ ມະນີວັນ ກຳມະການພັກເມືອງ ຫົວໜ້າຫ້ອງການຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ເມືອງວັງວຽງ ແຂວງວຽງຈັນ ໄດ້ໃຫ້ຮູ້ ກ່ຽວກັບການມີສ່ວນຮ່ວມສ້າງຂະບວນການຕ້ອນຮັບປີທ່ອງທ່ຽວລາວ 2024 ນີ້ວ່າ: ຫ້ອງການ ຖວທ ເມືອງວັງວຽງໄດ້ຖືເອົາການແຂ່ງຂັນປະຕິບັດວຽກງານວິຊາສະເພາະ,ຄຽງຄູ່ກັບການໂຄສະນາແນວ

ທາງຂອງພັກ, ນະໂຍບາຍຂອງລັດ, ເກັບກໍາການເຄື່ອນໄຫວຂອງພາກສ່ວນຕ່າງໆຢູ່ພາຍໃນເມືອງ ເພື່ອຂຽນຂ່າວ, ອອກຂ່າວໃຫ້ສັງຄົມ, ປະຊາຊົນຊັ້ນຄົນຮັບຮູ້ຂໍ້ມູນຂ່າວສານສຳຄັນຕ່າງໆ, ສົມທົບກັບກໍາລັງປ້ອງກັນຄວາມສະຫງົບເມືອງ ແລະ ພາກສ່ວນກ່ຽວຂ້ອງເພື່ອຈັນສັນຄວາມເປັນລະບຽບຮຽບຮ້ອຍຄວາມສະອາດຈົບງາມພາຍໃນເມືອງ, ສືບຕໍ່ແຜນຈັດສັນທາງຂຶ້ນທາງລ່ອງເພື່ອເຮັດໃຫ້ການສັນຈອນ ແລະ ການເຂົ້າອອກຂອງລົດນັກທ່ອງທ່ຽວໃຫ້ມີຄວາມສະດວກສະບາຍຫຼຸດຜ່ອນຄວາມແອອັດພາຍໃນຕົວເມືອງ. ໄດ້ຈັດສັນລົດນໍາສົ່ງນັກທ່ອງທ່ຽວຢູ່ຕາມສະຖານນີລົດໄຟເພື່ອບໍລິການຮັບສົ່ງນັກທ່ອງທ່ຽວໄປສູ່ຈຸດໝາຍປາຍທາງຂອງການທ່ອງທ່ຽວ . ປັດຈຸບັນທົ່ວແຂວງມີບໍລິສັດທ່ອງທ່ຽວ 24 ບໍລິສັດ ແລະ 3 ສາຂາບໍລິສັດ, ມີລົດນໍາທ່ຽວປະເພດລົດບັດ, ລົດຕູ້, ລົດກະບະຕິດຫຼັງຄາຈຳນວນ 200 ກວ່າຄັນ; ນອກນັ້ນຍັງມີປະເພດລົດບັກກີ່, ລົດຈັກ, ລົດຖີ, ເຮຶອນໍາທ່ຽວ, ເຮືອແພ, ເຮືອກາຍັກ, ເຮືອຈັກຫ່າງຍາວ, ກົງເບັງ, ມີພາລາມໍເຕີ ແລະ ບັນລູມ ໄວ້ບໍລິການນັກທ່ອງທ່ຽວຢ່າງພຽງພໍ. ຕິດຕາມການບໍລິການຂອງບັນດາຮ້ານອາຫານ, ຮ້ານບັນເທີງ, ເຮືອນພັກ, ສະຖານທີ່ທ່ອງທ່ຽວ ໃຫ້ດໍາເນີນທຸລະກິດພາຍໃຕ້ລະບຽບກົດໝາຍ, ຄວບຄຸມ, ຈໍາກັດ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນຂະແໜງການທ່ອງທ່ຽວ; ສົ່ງເສີມຜູ້ປະກອບການປັບປຸງຂອດບໍລິການ ໃຫ້ມີຄວາມວ່ອງໄວ, ສະອາດ, ລາຄາໃຊ້ບໍລິການທີ່ສົມເຫດສົມຜົນບໍ່ເອົາປຽບລູກຄ້າ ແນະນໍາຫົວໜ່ວຍທຸລະກິດໃຫ້ມີຄວາມສາມັກຄີ, ຄ້າຂາຍຮ່ວມກັນແບບມີສ່ວນຮ່ວມ ແລະ ກະຈາຍລາຍໄດ້ ຊຶ່ງກັນ ແລະ ກັນ; ຄຸ້ມຄອງເວລາເປີດ, ປິດບໍ່ໃຫ້ກາຍໂມງເວລາ; ສືບຕໍ່ຕິດປ້າຍລະບຸຂໍ້ຫ້າມບັນດາຮ້ານອາຫານ, ຮ້ານກິນດື່ມໃຫ້ທົ່ວເຖິງ; ສົ່ງເສີມປະຊາຊົນບັນດາເຜົ່າຊາວເມືອງອະນຸລັກຮັກສາວັດທະນະທໍາຮີດຄອງປະເພນີຂອງຊາດ,ຂອງທ້ອງຖິ່ນ, ສົ່ງເສີມວັດທະນະທໍາຮີດຄອງປະເພນີທີ່ຕັ້ງໜ້າ, ປະດິດສ້າງ, ຄ່ອຍໆປະປ່ອຍຮີດຄອງປະເພນີລັກສະນະງົມງວາຍທີ່ກົດໜ່ວງຖ່ວງດຶງ ແລະ ອື່ນໆ.

ເພື່ອເປັນການຕ້ອນຮັບການທ່ອງທ່ຽວໃຫ້ມີຄວາມຄຶກຄື້ນ ຫ້ອງການ ຖວທ ເມືອງ ກໍໄດ້ເອົາໃຈໃສ່ເປັນເຈົ້າການປະສານສົມທົບກັບບັນດາຂະເເໜງການທີ່ກ່ຽວຂ້ອງພາກລັດ, ພາກທຸລະກິດ ໄດ້ກຳນົດແຜນຈັດຕັ້ງປະຕິບັດກິດຈະກຳຕິດພັນກັບແຜນການເຄື່ອນໄຫວຂອງແຂວງ ແລະ ແຜນກິດຈະກຳຂອງຂັ້ນສູນກາງຄື: ຂັ້ນສູນກາງກຳນົດມີ 14 ກິດຈະກຳ, ຂັ້ນແຂວງມີ 6 ກິດຈະກຳ ແລະ ເມືອງວັງວຽງມີ 8 ກິດຈະກຳຄື: 1. ບຸນກິນຈຽງ, ບຸນເກີຣ ຈະຈັດຂຶ້ນລະຫວ່າງ ເດືອນ ມັງກອນ 2024; 2. ກິດຈະກຳ ງານກິລາມາລາທອນວັງວຽງເທຣວຈະຈັດຂຶ້ນລະຫວ່າງ ເດືອນກຸມພາ 2024;3. ງານແຫ່ນາງ ສັງຂານ ປີໃໝ່ລາວຈະຈັດຂຶ້ນລະຫວ່າງ ເດືອນເມສາ 2024; 4. ກິດຈະກຳບຸນບັ້ງໄຟຈະຈັດຂຶ້ນລະຫວ່າງ ມີຖຸນາ 2024; 5. ງານແຫ່ທຽນພັນສາ ຈັດຂຶ້ນລະຫວ່າງ ເດືອນສີງຫາ2024; 6. ງານກິລາແລ່ນວິບາກວັງວຽງ ເອັກສະເຣດ ຈັດຂຶ້ນລະຫວ່າງ ເດືອນສິງຫາ 2024; 7. ງານເທດສະການໝາກກ້ຽງຫວານ ຈະຈັດຂຶ້ນລະຫວ່າງ ເດືອນພະຈິກ-ເດືອນທັນວາ 2024 ແລະ 8. ງານເທດສະການຄອນເສີດວັງວຽງເຟຣດຕີໂບ ຈັດຂຶ້ນລະຫວ່າງເດືອນພະຈິກ-ເດືອນທັນວາ 2024 ທັງໝົດນີ້ ແມ່ນບາງເນື້ອໃນຈິດໃຈຂອງການກະກຽມຄວາມພ້ອມຂອງເມືອງວັງວຽງໃນການເປີດປີທ່ອງທ່ຽວລາວ 2024 ແລະ ເພື່ອເປັນສ້າງຂະບວນການໃຫ້ຟົດຟື້ນໃນຂອບເຂດທົ່ວປະເທດ ແລະ ພາຍໃນເເຂວງ ຕະຫຼອດຮອດຂັ້ນເມືອງ ຕາມສະພາບທ່າເເຮງຂອງການທ່ອງທ່ຽວຂອງຕົນ. ທົ່ວເມືອງມີໂຮງແຮມ 43 ແຫ່ງ. ເຮືອນພັກ 117 ແຫ່ງ. ຣີສອດ 18 ແຫ່ງ, ວີນລາ 6 ແຫ່ງ, ບັງກາໂລ 12 ແຫ່ງ, ລວມສະຖານທີ່ພັກແຮມ 196 ແຫ່ງ, ມີຕຽງນອນທັງໝົດ 6.672 ຕຽງ, ສາມາດບໍລິການຕ້ອນຮັບນັກທ່ອງທ່ຽວທີ່ມາພັກເຊົາໄດ້ເຖິງ 13.344 ຄົນຕໍ່ວັນ ໃນນັ້ນມີລະດັບໂຮງແຮມ 5 ດາວ 1 ຫົວໜ່ວຍ, 4 ດາວ 1 ຫົວໜ່ວຍ, 2 ດາວ 1 ຫົວໜ່ວຍ ແລະ ລາງວັນມາດຕະຖານໂຮງແຮມຂຽວອາຊ່ຽນ 6 ຫົວໜ່ວຍ, ລາງວັນມາດຕະຖານເຮືອນພັກແຮມປະຊາຊນ 1 ຫົວໜ່ວຍ, ມີຮ້ານອາຫານ, ຮ້ານກີນດື່ມ 160 ຫົວໜ່ວຍແລະ ທົ່ວເມືອງວັງວຽງ ມີສະຖານທີ່ທ່ອງທ່ຽວທີ່ໄດ້ຂື້ນບັນຊີແລ້ວທັງໝົດ 37ແຫ່ງ ໃນນີ້ເປັນຖ້ຳ 24 ແຫ່ງ, ຈຸດຊົມວີວ 6 ແຫ່ງ, ນ້ຳຕົກຕາດ 6 ແຫ່ງແລະ ອ່າງນ້ຳທຳມະຊາດ 1 ແຫ່ງ, ນອກນີ້ຍັງມີບັນດາກິດຈະກຳການທ່ອງທ່ຽວຄື: ກຸ່ມບໍລິການເຮືອກາຍັກ, ກຸ່ມບໍລິການກົງເບັງ, ກຸ່ມບໍລິການເຮືອຈັກຫາງຍາວ, ບໍລິການຂີ່ສະລີງ, ບໍລິການປີນຜາ, ກິດຈະກຳທ່ອງທ່ຽວທາງອາກາດປະກອບມີ ຂີ່ບາລູນ, ຂີ່ພາລາມໍເຕີອັນທີ່ໂດດເດັ່ນເປັນທີ່ນິຍົມຂອງນັກທ່ອງທ່ຽວ.ເພື່ອຮອງຮັບນັກທ່ອງທ່ຽວ ພວກເຮົາໄດ້ປະສານສົມທົບກັບອົງການປົກຄອງບ້ານ, ຜູ້ປະກອບການສະຖານທີທ່ອງທ່ຽວ ປັບປຸງເສັ້ນທາງເຂົ້າເຖິງ, ປ້າຍຊີ້ບອກ, ຂໍ້ມູນແຫຼ່ງທ່ອງທ່ຽວ, ຫ້ອງນ້ຳສະອາດ, ຮ້ານສະດວກຊື້, ຮ້ານອາຫານໃຫ້ເປັນທີ່ປະທັບໃຈ ແລະ ໄດ້ມາດຕະຖານ. ປັດຈຸບັນ ສາມາດປະເມີນ ແລະ ຮັບຮອງເປັນແຫຼ່ງທ່ອງທ່ຽວປະຊາຊົນມີສ່ວນຮ່ວມຕາມມາດຕະຖານອາຊ່ຽນ 1 ແຫ່ງ, ລາງວັນການພັດທະນາແຫຼ່ງທ່ອງທ່ຽວດີເດັ່ນຢືນຍົງ 3 ແຫ່ງ, ລາງວັນຮ້ານອາຫານສະອາດປອດໄພ 3 ແຫ່ງ, ຫ້ອງນໍ້າສາທາລະນະສະອາດອາຊ່ຽນ 1 ແຫ່ງ.

ທ່ານ ອັດສະຍາໄສ ມະນີວັນ ໃຫ້ຮູ້ອີກວ່າ: ວຽກງານ ຖວທ ເປັນປັດໄຈສໍາຄັນຍູ້ແຮງເສດຖະກິດຂອງຊາດ, ແກ້ໄຂວຽກເຮັດງານທໍາ ເປັນວຽກບຸລິມະສິດໜຶ່ງຊຶ່ງພັກ ແລະ ລັດຖະບານ ເອົາໃຈໃສ່ຊີ້ນໍາຕິດຕາມໃກ້ຊິດ, ໂຄສະນາ ແລະ ສົ່ງເສີມເລື້ອຍມາ ເພື່ອຂຸດຄົ້ນລາຍໄດ້ຈາກການທ່ອງທ່ຽວ ໄປພ້ອມວຽກສໍາຄັນອື່ນໆ ພັດທະນາເສດຖະກິດ-ສັງຄົມໃຫ້ກ້າວຂຶ້ນຕາມຈຸດໝາຍທີ່ວາງໄວ້; ວຽກງານທ່ອງທ່ຽວສາມາດສ້າງຊື່ສຽງໃຫ້ກັບປະເທດຊາດ, ເຮັດໃຫ້ພາກພື້ນ, ສາກົນ ຮັບຮູ້ ສປປ ລາວ ຫຼາຍຂຶ້ນ, ປະເທດລາວມີຄວາມງາມຂອງສະຖານທີ່ທ່ອງທ່ຽວທໍາມະຊາດ, ປະຫວັດສາດ ແລະ ວັດທະນະທໍາ ຫຼາຍແຫ່ງທີ່ມີຊື່ສຽງທີ່ບໍ່ໜ້ອຍໜ້າຊາດອື່ນ.

( ຂໍ້ມູນຈາກ ຖວທ ເມືອງວັງວຽງ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments