Saturday, July 27, 2024
Homeຂ່າວກິລາສຳເລັດການແຂ່ງຂັນກິລາບານສົ່ງຍິງ-ຊາຍ ລາຍການ DP SPORTS CUB 2023

ສຳເລັດການແຂ່ງຂັນກິລາບານສົ່ງຍິງ-ຊາຍ ລາຍການ DP SPORTS CUB 2023

ການແຂ່ງຂັນກິລາບານສົ່ງ ຍິງ-ຊາຍ ລາຍການ DP SPORTS CUB 2023 ໄດ້ສຳເລັດລົງໃນວັນທີ 24 ທັນວາ ຜ່ານມາ ພາຍຫຼັງດໍາເນີນການແຂ່ງຂັນມາແຕ່ວັນທີ 22 ທັນວາ ຜ່ານມາ ທີ່ສະໜາມກິລາໃນຮົ່ມແຂວງຈໍາປາສັກ ໂດຍມີ ທ່ານ ໄພວອນ ຜາບຸນມີ ອະດີດຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຈຳປາສັກ, ທ່ານ ວຽງນະຄອນ ບົວລະພັນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຈຳປາສັກ, ທ່ານ ໂອດານ ສະທ້ານຟ້າ ເຈົ້າຂອງຮ້ານຂາຍເຄື່ອງກິລາ ດີພີ ສະປອດ “DP Sports” ທັງເປັນຄະນະຮັບຜິດຊອບຈັດການແຂ່ງຂັນ ພ້ອມດ້ວຍນັກກິລາ ເຂົ້າຮ່ວມ.

ການແຂ່ງກິລາບານສົ່ງຍິງ-ຊາຍ ລາຍການ DP SPORTS CUB 2023 ຊີງຂັນ ແລະ ເງິນລາງວັນລວມ 30 ລ້ານກວ່າກີບໃນຄັ້ງນີ້ ແມ່ນເປັນການຮ່ວມມືກັນຈັດຂຶ້ນລະຫວ່າງ ຮ້ານຂາຍເຄື່ອງກິລາດີພີສະປອດ “DP Sports”, ພະແນກສຶກສາທິການ ແລະ ກິລາແຂວງຈຳປາສັກ ແລະ ສະຫະພັນກິລາບານສົ່ງແຂວງ ໂດຍມີສະໂມສອນກິລາບານສົ່ງຊັ້ນນໍາຈາກຫຼາຍພາກສ່ວນໃນຂອບເຂດທົ່ວປະເທດເຂົ້າຮ່ວມການແຂ່ງຂັນ 15 ທີມ ຍິງ 5 ທີມ. ໃນນີ້ປະເພດທີມຊາຍ ປະກອບມີ ທີມ Souk Baber shop, ທີມມາດາມ ວີຊີ, ທີມນ້ອງດໍາ ວີຊີ, ຄຣິດຕຽນ ຂ່າວປະເສີດ, ທີມທະວີໂຊກ, ທີມຄໍາຕັນ 7444, ທີມແສງນາຄາ, ທີມ Studio Stationary VC ແລະ ແຂວງສາລະວັນ. ສ່ວມປະເພດທີມຍິງ ປະກອບມີ ທີມວັນໃໝ່, ທີມຄຣິດຕຽນ ຂາວປະເສີດ, ທີມເດັກປັ້ນສົມບັດ, ທີມກະຊັບມິດ ແລະ ທີມເມືອງມຸນລະປາໂມກ.

ຜ່ານການແຂ່ງຂັນປະເພດທີມຊາຍ ທີ1 ທີມມາດາມ ວີຊີ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນລາງວັນ 10 ລ້ານກີບ, ທີ 2 ທີມຄໍາຕັນ 7444 ໄດ້ຮັບເງິນລາງວັນ 5 ລ້ານກີບ ແລະ ທີ 3 ທີມ Studio Stationary VC ໄດ້ຮັບເງິນລາງວັນ 3 ລ້ານກີບ. ສ່ວນປະເພດທີມຍິງ ທີ 1 ທີມວັນໃໝ່ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນລາງວັນ 5 ລ້ານກີບ, ທີ 2 ທີມຄຣິດຕຽນ ຂາວປະເສີດ ໄດ້ຮັບເງິນລາງວັນ 3 ລ້ານກີບ ແລະ ທີ3 ທີມເດັກປັ້ນສົມບັດ ໄດ້ຮັບເງິນລາງວັນ 2 ລ້ານກີບ.

(ຂ່າວ-ພາບ: ຈຳປາສັກ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments