Sunday, September 8, 2024
Homeທ່ອງທ່ຽວທ່ຽວວັງວຽງປີນີ້ມ່ວນ! ມີ 8 ກິດຈະກຳຊວນຄົນໄປນອນຄ້າງ

ທ່ຽວວັງວຽງປີນີ້ມ່ວນ! ມີ 8 ກິດຈະກຳຊວນຄົນໄປນອນຄ້າງ

ເມືອງວັງວຽງ ແຂວງວຽງຈັນ ປາຍທາງແຫ່ງການທ່ອງທ່ຽວຂອງຫລາຍໆຄົນ ປີນີ້ໄດ້ກຽມຄວາມພ້ອມຫລາຍດ້ານ ຕ້ອນຮັບປີທ່ອງທ່ຽວລາວ 2024 ຊຶ່ງສ້າງຄວາມແຕກຕ່າງໃຫ້ແຂກທີ່ເລືອກມາທ່ຽວວັງວຽງໃຫ້ເຫັນຫລາຍກວ່າຄວາມງາມຂອງທຳມະຊາດ.

ໃນນັ້ນໄດ້ປັບປຸງ ແລະ ຟື້ນຟູສະຖານທີ່ທ່ອງທ່ຽວ, ການບໍລິການອາຫານ, ເຮືອນພັກ-ໂຮງແຮມ ແລະ ສິ່ງອຳນວຍຄວາມສະດວກອື່ນໆ ເພື່ອຮອງຮັບນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ທີ່ຈະເດີນທາງມາທ່ອງທ່ຽວພາຍໃນເມືອງວັງວຽງ. ຄະນະຮັບຜິດຊອບ ຖວທເມືອງວັງວຽງ ໄດ້ໃຫ້ຮູ້ວ່າ: ເມືອງວັງວຽງ ໄດ້ຈັດຕັ້ງປະຕິບັດກິດຈະກຳຕິດພັນກັບແຜນການເຄື່ອນໄຫວຂອງແຂວງ ແລະ ແຜນກິດຈະກຳຕ້ອນຮັບປີທ່ອງທ່ຽວລາວ 2024 ຂັ້ນສູນກາງກຳນົດມີ 14 ກິດຈະກຳ, ຂັ້ນແຂວງມີ 6 ກິດຈະກຳ ແລະ ເມືອງວັງວຽງມີ 8 ກິດຈະກຳຄື: ບຸນກິນຈຽງ, ບຸນກະເຣີ, ກິດຈະກຳງານກິລາມາລາທອນວັງວຽງ,ງານແຫ່ນາງ ສັງຂານ ປີໃໝ່ລາວ,ກິດຈະກຳບຸນບັ້ງໄຟ, ງານແຫ່ທຽນພັນສາ , ງານກິລາແລ່ນວິບາກວັງວຽງ , ງານເທສະການໝາກກ້ຽງຫວານ, ງານເທສະການຄອນເສີດວັງວຽງເພື່ອສ້າງຂະບວນການໃຫ້ຟົດຟື້ນ ໃນຂອບເຂດທົ່ວປະເທດ ແລະ ພາຍໃນເເຂວງ ຕະຫລອດຮອດຂັ້ນເມືອງ ຕາມສະພາບທ່າແຮງຂອງການທ່ອງທ່ຽວຂອງຕົນ.

ປັດຈຸບັນທົ່ວເມືອງມີໂຮງແຮມ 43 ແຫ່ງ, ເຮືອນພັກ 117 ແຫ່ງ, ຣີສອດ 18 ແຫ່ງ, ວິນລາ 6 ແຫ່ງ, ບັງກາໂລ 12 ແຫ່ງ, ລວມສະຖານທີ່ພັກແຮມ 196 ແຫ່ງ.

ຂ່າວຈາກ: ປະຊາຊົນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments