Home ຂ່າວການເມືອງ ການນຳແຂວງຜົ້ງສາລີ ແຫ່ງ ສປປລາວ ເຂົ້າພົບ ການນໍາ ນະຄອນພູເອີ ແຫ່ງ ສປ ຈີນ.

ການນຳແຂວງຜົ້ງສາລີ ແຫ່ງ ສປປລາວ ເຂົ້າພົບ ການນໍາ ນະຄອນພູເອີ ແຫ່ງ ສປ ຈີນ.

0

ເນື່່ອງໃນໂອກາດທີ່ແຂວງຜົ້ງສາລີເຂົ້າຮ່ວມ ງານມະຫະກຳກິລາໂຍນໝາກຄອນ 3 ປະເທດຄື: ລາວ, ຫວຽດນາມ ແລະ ຈີນ ຄັ້ງທີ VII ທີ່ ເມືອງຈຽງເຊີນ ນະຄອນພູເອີ ແຫ່ງ ສປ ຈີນນັ້ນ. ຕອນບ່າຍຂອງວັນທີ 22 ທັນວາ 2023 ທ່ານ ສັນຕິ ແກ້ວຍະສານ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ ທັງເປັນຫົວໜ້າຄະນະຮັບຜິດຊອບເຂົ້າຮ່ວມ ງານມະຫະກຳໂຍນໝາກຄອນ 3 ປະເທດ, ພ້ອມດ້ວຍຄະນະ ໄດ້ເຂົ້າພົບ ທ່ານ ຢາງ ເສົາ ວູ ຮອງເຈົ້າຄອງນະຄອນພູເອີ ພ້ອມດ້ວຍຄະນະ ຢູ່ທີ່ໂຮຝແຮມ ທຽນຮາວ ໂກກູສາຍ ເມືອງຈຽງເຊີນ.

ໂອກາດນີ້, ທ່ານ ຢາງເສົາວູ ຮອງເຈົ້າຄອງນະຄອນພູເອີ ກໍ່ໄດ້ກ່າວສະແດງຄວາມຕ້ອນຮັບ ແລະ ຕິລາຄາສູງຕໍ່ການເຂົ້າພົບຂອງການນຳແຂວງຜົ້ງສາລີ ພ້ອມດ້ວຍຄະນະໃນຄັ້ງນີ້, ພ້ອມກັນນັ້ນທັງສອງຝ່າຍກໍ່ລາຍງານສະພາບຈຸດພິເສດ ແລະ ການພັດທະນາເສດຖະກີດ – ສັງຄົມໃຫ້ກັນຊາບ, ພ້ອມທັງໄດ້ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ໃນໄລຍະຜ່ານມາຂອງແຕ່ລະຂົງເຂດວຽກງານ, ເວົ້າລວມ ແມ່ນການພົວພັນຮ່ວມມືຂອງການນໍາຂັ້ນສູງຂອງສອງປະເທດ ລາວ-ຈີນ ການພົວພັນຮ່ວມມືຮອບດ້ານ, ລະຫວ່າງສອງພັກ, ສອງລັດ, ປະຊາຊົນສອງຊາດ ຈີນ – ລາວ ເວົ້າສະເພາະແຂວງຜົ້ງສາລີ ແລະ ນະຄອນພູເອີ ແລະ ເມືອງ ຍອດອູ ກັບ ເມືອງຈຽງເຊີນ ນັບມື້ເຂົ້າສູ່ລວງເລິກ.

ໂອກາດນີ້, ທ່ານ ສັນຕິ ແກ້ວຍະສານ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ ກໍ່ໄດ້ກ່າວສະແດງຄວາມຂອບໃຈຕໍ່ການນຳນະຄອນພູເອີ ແຫ່ງ ສປ ຈີນ ທີ່ໄດ້ຕ້ອນຄະນະຜູ້ແທນແຂວງຜົ້ງສາລີໃນຄັ້ງນີ້, ພ້ອມກັນນັ້ນທ່ານໄດ້ກ່າວວ່າ: ສອງປະເທດລາວ-ຈີນໄດ້ມີພົວພັນມາແຕ່ດົນນານ ເຊິ່ງອັນນີ້ມັນໄດ້ສະແດງໃຫ້ເຫັນເຖີ່ງການເສີມຂະຫຍາຍມູນເຊື້ອ, ຢ່າງສະເໝີຕົ້ນສະເໝີປາຍ ແລະ ໃນເງື່ອນໄຂໃໝ່ ເຖິງວ່າສະພາບການ ຂອງໂລກ, ພາກພື້ນຈະມີການຜັນແປຢ່າງສັບສົນປານໃດກໍ່ຕາມ, ຈະສືບຕໍ່ຮັກສາ ແລະ ເພີ່ມທະວີຄວາມສາມັກຄີ, ການພົວພັນຮ່ວມມືຮອບດ້ານ ໃຫ້ໝັນຄົງທະນົງແກ່ນຕະຫຼອດໄປ ແລະ ງານມະຫະກຳ ໂຍນໝາກຄອນສາມປະເທດ ລາວ-ຫວຽດ-ຈີນ ຄັ້ງທີ VII ທີ່ໄດ້ຈັດຂຶ້ນທີ່ເມືອງຈຽງເຊີນໃນຄັ້ງນີ້ ເປັນໂອກາດໃຫ້ທັງສອງຝ່າຍແລກປ່ຽນສິນລະປະວັນນະຄະດີ, ຮີດຄອງປະເພນີ ແລະ ກິລາດ້ານຕ່າງໆ ໄດ້ເພີ່ມທະວີຄວາມເຊື້ອໝັ້ນ, ເຂົ້າໃຈເຊິ່ງກັນ ແລະ ກັນ, ເພື່ອຜັນຂະຫຍາຍຄູ່ຮ່ວມຊະຕາກໍາດຽວກັນ ລະຫວ່າງ ລາວ – ຈີນ ເວົ້າລວມ ແຂວງຜົ້ງສາລີ ກັບນະຄອນພູເອີ, ເວົ້າສະເພາະ ເມືອງຍອດອູ ກັບເມືອງຈຽງເຊີນ ແຫ່ງ ສປ ຈີນ, ພ້ອມກັນເພີ່ມພູນຄູນສ້າງສາຍພົວພັນແບບພິເສດ ລາວ-ຈີນ ໃຫ້ນັບມື້ແຕກດອກອອກຜົນ.

ໂອກາດນີ້, ຕາງໜ້າຄະນະຜູ້ແທນແຂວງຜົ້ງສາລີ ທ່ານ ສັນຕິ ແກ້ວຍະສານ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ ກໍ່ໄດ້ ມີຄຳເຫັນແລກປ່ຽນສະເໜີຕໍ່ຝ່າຍຈີນເປັນຕົ້ນແມ່ນ: ສືບຕໍ່ຊ່ວຍເຫຼືອກໍ່ສ້າງຊັບພະຍາກອນມະນຸດ ໃຫ້ແກ່ແຂວງຜົ້ງສາລີ ຕື່ມ, ສືບຕໍ່ເພີ່ມພູນສ້າງສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ, ຄູ່ຮ່ວມຊະຕາກໍາດຽວກັນ ລະ ຫວ່າງ ລາວ – ຈີນ ເວົ້າລວມ ແຂວງຜົ້ງສາລີ ກັບນະຄອນພູເອີ, ເວົ້າສະເພາະ ເມືອງຍອດອູ ກັບເມືອງຈຽງເຊີນ ແຫ່ງ ສປ ຈີນ ໃຫ້ເປັນປົກກະຕິ; ສືບຕໍ່ໃນການເປັນໃຈກາງ, ເປັນຂົວຕໍ່ໃນການປະສານ, ປຸກລະດົມ ຊຸກຍູ້ບັນດານັກທຸລະກິດ, ຫົວໜ່ວຍທຸລະກິດ ຂອງ ສປ ຈີນ ທີ່ມີຄວາມສາມາດ ແລະ ເງື່ອນໄຂ ເຂົ້າມາສຳຫຼວດລົງທຶນ ຢູ່ແຂວງຜົ້ງສາລີ ໃຫ້ຫຼາຍຂຶ້ນ; ຊ່ວຍປະສານພາກສ່ວນກ່ຽວຂ້ອງຂອງຈີນ ພິຈາລະນາອະນຸມັດໂກຕາ ແລະ ດ່ານນໍາເຂົ້າຈີນ ຜົນຜະລິດ, ຊຶ່ງຜ່ານມາການສົ່ງອອກ ຍັງພົບຄວາມຫຍຸ້ງຍາກ ແລະ ຊ່ວຍພິຈະນາການບຳລຸງຮຽນພາສາຈີນໄລຍະສັນໃຫ້ແກ່ການນຳແຂວງຜົ້ງສາລີ ອີກດ້ວຍ.

#MediaLaos#phongsaly

#ເມືອງຈຽງເຊີນ#ນະຄອນພູເອີ

ພາບ-ຂ່າວ: ແສງຄຳ ສາລີວັນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version