Saturday, July 27, 2024
Homeຂ່າວໜ້າໜຶ່ງສຸມໃສ່ປັບປຸງການຄຸ້ມຄອງງົບປະມານການລົງທຶນຂອງລັດ ໃຫ້ມີປະສິດທິພາບກວ່າເກົ່າ

ສຸມໃສ່ປັບປຸງການຄຸ້ມຄອງງົບປະມານການລົງທຶນຂອງລັດ ໃຫ້ມີປະສິດທິພາບກວ່າເກົ່າ

ກອງ​ປະຊຸມວຽກງານແຜນການ ແລະ ການລົງທຶນ ທົ່ວປະເທດ ປະຈຳປີ 2023 ແລະ ທິດທາງແຜນການ ປີ 2024 ຈັດຂຶ້ນວັນທີ 21-22 ທັນວາ 2023 ທີ່ກະຊວງແຜນການ ແລະ ການລົງທຶນ ນະ ຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ຄໍາເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ເປັນກຽດເຂົ້າຮ່ວມ ແລະ ໂອ້ລົມຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ມີຄະ ນະນໍາກະຊວງ ອົງການທຽບເທົ່າ ເຈົ້າແຂວງ ຮອງເຈົ້າຄອງນະຄອນຫຼວງ ຫົວໜ້າກົມ ແລະ ຫົວໜ້າພະແນກແຜນການ ແລະ ການລົງທຶນທົ່ວປະເທດເຂົ້າຮ່ວມ.

ໃນກອງປະຊຸມ ທ່ານ ຄຳເຈນ ວົງໂພສີ ໄດ້ລາຍງານຜົນຂອງການດຳເນີນກອງປະຊຸມສະຫຼຸບວຽກງານແຜນການ ແລະ ການລົງທຶນ ທົ່ວປະເທດ ປະຈຳປີ 2023 ເຊິ່ງໄດ້ສະຫຼຸບຕີລາຄາການຕັ້ງປະຕິບັດວຽກງານຂອງຂະແໜງແຜນການ ແລະ ການລົງທຶນ ປະຈຳປີ 2023 ແລະ ຜ່ານທິດທາງແຜນການປີ 2024 ຕິດພັນກັບການຮັບຟັງການເຜີຍແຜ່ (ຮ່າງ) ດຳລັດຂອງທ່ານນາຍົກລັດຖະມົນຕີ ວ່າດ້ວຍການກຳນົດໜ້າວຽກ ແລະ ແບ່ງຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ທ້າຍສະໄໜຮອດປີ 2025 ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະຈຳປີ 2024 ແລະ ແຜນການແກ້ໄຂຜົນການກວດສອບ ແລະ (ຮ່າງ) ບົດແນະນໍາຂອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ແລະ ແຜນການລົງທຶນຂອງລັດ ປະຈຳປີ 2024 ຕໍ່ທ່ານນາຍົກລັດຖະມົນຕີໄດ້ ຮັບຊາບ.

ໃນໂອກາດນີ້ ທ່ານນາຍົກລັດຖະມົນຕີ ຍັງໄດ້ແລກປ່ຽນຄຳເຫັນ ພ້ອມທັງເນັ້ນໜັກບາງຈຸດຕື່ມ ເພື່ອໃຫ້ຂະແໜງແຜນການ ແລະ ການລົງທຶນ ບັນດາຂະແໜງການຂັ້ນສູນກາງ ແລະ ຂັ້ນທ້ອງຖີ່ນ ຕ້ອງໄດ້ເອົາໃຈໃສ່ບາງຂະແໜງການ ດັ່ງນີ້: ຂະແໜງແຜນການ ແລະ ການລົງທຶນ ໃຫ້ສືບຕໍ່ຈັດຕັ້ງປະຕິບັດບັນດາຄາດໝາຍ ແລະ ວຽກງານຈຸດສຸມຂອງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ທ້າຍສະໄໝ ຮອດປີ 2025 ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ປະຈໍາປີ 2024 ສົມທົບກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ແລະ ວຽກງານເຄັ່ງຮ້ອນດ້ານເສດຖະກິດ-ການເງິນ ໃນການແກ້ໄຂອັດຕາເງິນເຟີ້ ລາຄາສິນຄ້າ ອັດຕາແລກປ່ຽນ ແລະ ໜີ້ສິນ ໂດຍການຫັນເປັນອັນລະອຽດ ແລະ ເປັນຄວາມຮັບຜິດຊອບໃນທົ່ວການຈັດຕັ້ງພັກ-ລັດ ສຸມໃສ່ປັບປຸງການຄຸ້ມຄອງງົບປະມານການລົງທຶນຂອງລັດ ໃຫ້ມີປະສິດທິພາບກວ່າເກົ່າ ໂດຍການປັບປຸງກົນໄກ ນິຕິກໍາຕ່າງໆ ຂະຫຍາຍຖານລາຍຮັບພາສີ-ອາກອນໃໝ່ທີ່ຍືນຍົງ ແລະ ເລັ່ງຂະຫຍາຍການຫັນເປັນທັນສະໄໝໃນການເກັບລາຍຮັບ ຄຽງຄູ່ກັບການປະຕິບັດມາດຕະການປະຢັດ ແລະ ຕ້ານການຟູມເຟື້ອຍ ຕິດພັນກັບການຍົກສູງປະສິດທິພາບການຄຸ້ມຄອງໂຄງການລົງທຶນຂອງລັດ ໃຫ້ດີຂຶ້ນກວ່າເກົ່າ ແລະ ຫຼີກລ້ຽງການສ້າງໜີ້ສິນເພີ່ມ ສືບຕໍ່ປັບປຸງກົນໄກ ລະບຽບການ ແລະ ສ້າງເງື່ອນໄຂ ເພື່ອດຶງດູດການລົງທຶນຈາກຕ່າງປະເທດໃຫ້ເພີ່ມຂຶ້ນ ຊຸກຍູ້ໂຄງການຂະໜາດໃຫຍ່ທີ່ໄດ້ອະນຸມັດແລ້ວ ໃຫ້ໄປຕາມແຜນທີ່ກຳນົດໄວ້.

ຂະແໜງການຂັ້ນສູນກາງ-ອົງການ ສຸມໃສ່ຊຸກຍູ້ການຜະລິດເພື່ອທົດແທນການນຳເຂົ້າ ແລະ ເປັນສິນຄ້າສົ່ງອອກ ຕິດພັນກັບການສ້າງກຸ່ມການລິດໃຫ້ມີຄວາມເຂັ້ມແຂງ ສົ່ງເສີມການທ່ອງທ່ຽວໃຫ້ເພີ່ມຂຶ້ນເອົາໃຈໃສ່ປະຕິບັດນະໂຍບາຍເງິນຕາ ແລະ ນະໂຍບາຍອັດຕາແລກປ່ຽນ ໃຫ້ມີປະສິດທິຜົນ ຕິດຕາມ ແລະ ຄຸ້ມຄອງເງິນຕາຕ່າງປະເທດຈາກການສົ່ງອອກ ຈາກໂຄງການລົງທຶນຈາກຕ່າງປະເທດ ແລະ ອື່ນໆ ໃຫ້ເຂົ້າລະບົບທະນາຄານ ສະໜອງສິນເຊື່ອໃຫ້ແກ່ຈຸນລະວິສາຫະກິດ ແລະ ວິສາຫະກິດຂະແໜງໜາດນ້ອຍ ແລະ ກາງ ຄຸ້ມຄອງລາຄາສິນຄ້າໃຫ້ຢູ່ໃນລະດັບສົມເຫດສົມຜົນ ໄປຄຽງຄູ່ກັບໂຄສະນາ ແລະ ສົ່ງ ເສີມການນຳໃຊ້ສິນຄ້າພາຍໃນ ແລະ ເງິນກີບ ເພື່ອຫຼຸດຜ່ອນການໄຫຼອອກຂອງເງິນຕາ.

ອົງການປົກຄອງທ້ອງຖິ່ນ ສຸມໃສ່ຊຸກຍູ້ການຜະລິດເພື່ອທົດແທນການນໍາເຂົ້າ ແລະ ສົ່ງອອກ ຄຸ້ມຄອງໂຄງການລົງທຶນຂອງລັດຕາມຂອບເຂດ ແລະ ສິດຂອງຕົນ ຮຽກຮ້ອງໃຫ້ບັນດາທ້ອງຖິ່ນທີ່ມີເຂດເສດຖະກິດພິເສດສືບຕໍ່ລົງຕິດຕາມ ກວດກາຢ່າງໃກ້ຊິດໃນການຄຸ້ມຄອງບໍລິຫານໃຫ້ເຂົ້າສູ່ລະບຽບ ມີຄວາມສະຫງົບ ແລະ ເອົາການບໍລິການທີ່ມີຄວາມວ່ອງໄວ ສະດວກເພື່ອດຶງດູດການນັກລົງທຶນເຂົ້າໃນເຂດແຕ່ລະແຫ່ງ ໃຫ້ມີການຄົ້ນຄວ້າ ແລະ ປະສານງານກັນຢ່າງເລິກເຊິ່ງ ໃນການປັບປຸງກົງຈັກໃນແຕ່ລະຂັ້ນໃນຂະ ແໜງແຜນການ ແລະ ການລົງທຶນ ຕາມທິດກະທັກຮັດແຕ່ຮັບປະກັນໄດ້ ດ້ານປະສິດທີພາບຂອງວຽກງານ ພ້ອມນັ້ນ ກໍໄດ້ເລັ່ງກໍ່ສ້າງ ແລະ ຍົກລະດັບຄວາມຮູ້ຄວາມສາມາດຂອງພະນັກງານ ໃຫ້ສາມາດຕອບສະໜອງຕາມຄວາມຕ້ອງການຕາມໜ້າວຽກຕົວຈິງ ສັບຊ້ອນພະນັກງານກໍໃຫ້ອີງໃສ່ຄວາມຮູ້ ຄວາມສາມາດສະເພາະໃນແຕ່ລະດ້ານ.

ພາຍຫຼັງການໂອ້ລົມຂອງທ່ານນາຍົກລັດຖະມົນຕີແລ້ວ ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ກໍໄດ້ຂື້ນຮັບຄຳໂອ້ລົມ ແລະ ຈະນໍາເອົາຈິດໃຈຊີ້ນໍາຂອງຂັ້ນເທິງ ເພື່ອຈັດຕັ້ງຜັນຂະຫຍາຍໃຫ້ປະກົດຜົນເປັນຈິງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments