Saturday, July 27, 2024
Homeທຸລະກິດໄຟຟ້າຫົງສາ ກວດສອບ ແລະ ບໍາລຸງຮັກສາໂຮງໄຟຟ້າ ປະຈໍາປີ 2023

ໄຟຟ້າຫົງສາ ກວດສອບ ແລະ ບໍາລຸງຮັກສາໂຮງໄຟຟ້າ ປະຈໍາປີ 2023

ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ໄດ້ດໍາເນີນການກວດສອບ ແລະ ບໍາລຸງຮັກສາໂຮງໄຟຟ້າ ປະຈໍາປີ 2023 ທັງ 3 ໜ່ວຍຜະລິດຄື: ໂຮງໄຟຟ້າໜ່ວຍຜະລິດທີ 1 ກວດສອບ ແລະ ບໍາລຸງຮັກສາປະຈໍາປີ ລະຫວ່າງວັນທີ 24 ກໍລະກົດ ຫາ 20 ກັນຍາ 2023; ໂຮງໄຟຟ້າໜ່ວຍຜະລິດທີ 2 ກວດສອບ ແລະ ບໍາລຸງຮັກສາປະຈໍາປີ ລະຫວ່າງວັນທີ 8 ຕຸລາຫາ 2 ພະຈິກ 2023 ແລະ ໂຮງໄຟຟ້າໜ່ວຍຜະລິດທີ 3 ກວດສອບ ແລະ ບໍາລຸງຮັກສາປະຈໍາປີ ລະຫວ່າງວັນທີ 24 ທັນວາ 2023 ຫາ 16 ກຸມພາ 2024

ການດໍາເນີນການກວດສອບ ແລະ ບໍາລຸງຮັກສາປະຈໍາປີ ເປັນການດໍາເນີນງານທີ່ມີຄວາມສໍາຄັນຍ່າງຍິ່ງ ເຊິ່ງຈໍາເປັນຕ້ອງອາໄສຜູ້ຊ່ຽວຊານຈາກ ປະເທດໄທ ເຂົ້າມາປະຕິບັດງານພາຍໃນໂຄງການໂຮງໄຟຟ້າພະລັງງານຄວາມຮ້ອນຫົງສາ ຫລາຍກວ່າ 1.000 ຄົນ ໂດຍຜູ້ປະຕິບັດງານພາຍໃນໂຮງໄຟຟ້າ ທຸກຄົນຈະຕ້ອງປະຕິບັດຕາມກົດລະບຽບ ແລະ ມາດຕະການຕ່າງໆ ທີ່ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ກໍານົດໄວ້ຢ່າງເຄັ່ງຄັດ ເພື່ອໃຫ້ເປັນໄປຕາມມາດຕະຖານສາກົນ ດ້ານສິ່ງແວດລ້ອມສາກົນ ຫລື ISO 14001: 2015 ແລະ ມາດຕະຖານການຈັດການຄວາມປອດໄພ ອາຊີວະອານາໄມ ແລະ ສະພາບແວດລ້ອມໃນການເຮັດວຽກ ຫລື ISO 45001: 2018 ທີ່ບໍລິສັດໄດ້ຮັບການຮັບຮອງໄປເປັນທີ່ຮຽບຮ້ອຍ.

ການບໍາລຸງຮັກສາໂຮງໄຟຟ້າ ຄືການກວດສອບຄວາມພ້ອມຂອງອຸປະກອນ ຕາມໄລຍະເວລາທີ່ຜູ້ຜະລິດໄດ້ກໍານົດໄວ້ ເພື່ອໃຫ້ໂຮງໄຟຟ້າ ມີຄວາມພ້ອມໃນການເດີນເຄື່ອງ ແລະ ມີປະສິດທິພາບໃນການຜະລິດກະແສໄຟຟ້າສູງສຸດ ໂດຍຈະມີການກວດຄວາມພ້ອມເປັນປະຈໍາທຸກປີ ເພື່ອເສີມສ້າງຄວາມສະຖຽນລະພາບທາງດ້ານພະລັງງານໃຫ້ກັບ ສປປ ລາວ ແລະ ຣາຊະອານາຈັກໄທ ຕາມວິໄສທັດຂອງ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ຄືການເປັນ “ຜູ້ຜະລິດພະລັງງານໄຟຟ້າທີ່ດີທີ່ສຸດ ໃນ ສປປ ລາວ ດ້ວຍການດໍາເນີນງານທີ່ດີເລີດ ນໍາຄວາມສຸກມາສູ່ທຸກຄົນ” ພ້ອມທັງເນັ້ນຢໍ້າການເປັນ ໂຮງງານສີຂຽວ(Green factory) ແຫ່ງທໍາອິດຂອງ ສປປ ລາວ ຈາກກົມອຸດສາຫະກໍາ ແລະ ຫັດຖະກໍາ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments