Saturday, July 27, 2024
Homeຂ່າວພາຍໃນພິທີປະກາດນໍາໃຊ້ກາໝາຍ ສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ(ODOP) ແຫ່ງຊາດ ຢູ່ ເມືອງທຸລະຄົມ

ພິທີປະກາດນໍາໃຊ້ກາໝາຍ ສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ(ODOP) ແຫ່ງຊາດ ຢູ່ ເມືອງທຸລະຄົມ

ພິທີປະກາດການນໍາໃຊ້ກາໝາຍສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນແຫ່ງຊາດ ຂອງເມືອງທຸລະຄົມ ແຂວງວຽງຈັນ ຈັດຂຶ້ນໃນຕອນເຊົ້າວັນທີ 20 ທັນວາ 2023 ຢູ່ທີ່ສະໂມສອນເມືອງ, ໂດຍການເປັນປະທານຮ່ວມຂອງທ່ານ ນາງ ວົງເດືອນ ວັດຕະໂສ ເຈົ້າເມືອງໆທຸລະຄົມ ແລະ ທ່ານ ຄໍາເພັດ ທອງພາລິດ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ແຂວງວຽງຈັນ, ມີບັນດາຫ້ອງການກ່ຽວຂອງ, ພະນັກງານ-ລັດຖະກອນພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ທ່ານ ຄໍາບູ່ ສີຈັນທອນ ອໍານວຍການໂຮງງານຜະລິດຢາສະໝຸນໄພພື້ນເມືອງລາວ ບ້ານຫາດໄຊ, ທ່ານ ບຸນປະເສີດ ເທບວົງສາ ຜູ້ອຳນວຍການໂຮງງານລາວອຸດສາຫະກໍາ ແລະ ກະສິກໍາ ຈໍາກັດ, ແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ບົວວັນ ຊາມຸນຕີ ຫົວໜ້າຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງທຸລະຄົມ ໄດ້ຂຶ້ນຜ່ານບົດລາຍງານວຽກງານຊຸກຍູ້ສິນຄ້າ ODOP ແຫ່ງຊາດ ໃນໄລຍະຜ່ານມາ, ຊຶ່ງໄດ້ວາງເປົ້າໝາຍຊຸກຍູ້ 2 ຫົວໜ່ວຍທຸລະກິດໄດ້ຈັດພິທີປະກາດຮັບຮອງໃນຄັ້ງນີ້, ຈາກນັ້ນ ທ່ານ ຄໍາບູ່ ສີຈັນທອນ ໄດ້ລາຍງານປະຫວັດຄວາມເປັນມາຂອງຢາພື້ນເມືອງລາວ, ການຜະລິດຢາພື້ນເມືອງປົວພະຍາດໂຮງງານຂອງຕົນ, ພ້ອມທັງຮັບຟັງການລາຍງານຄວາມເປັນມາຂອງການຜະລິດນົມສາລີຫວານ ຈາກ ທ່ານ ບຸນປະເສີດ ເທບວົງສາ.

ໃນພິທີພາຍຫລັງສໍາເລັດການລາຍງານຂອງ 2 ພາກສ່ວນແລ້ວ ທ່ານ ພອນໄຊ ລາດຊະວົງ ຫົວໜ້າຂະແໜງສົ່ງເສີມວິສາຫະກິດ ແລະ ການຄ້າ ພະແນກອຸດສາຫະກໍາ ແລະ ການຄ້າແຂວງ ໄດ້ຂຶ້ນຜ່ານໃບອະນຸຍາດນໍາໃຊ້ກາໝາຍໜຶ່ງເມືອງໜຶ່ງຜະລິດຕະພັນແຫ່ງຊາດ ຫຼື ODOP, ໃນນັ້ນຜະລິດຕະພັນຂອງໂຮງງານຜະລິດຢາສະໝຸນໄພພື້ນເມືອງລາວປະກອບມີ 4 ລາຍການ ຄື: ຢາດີປົວກະເພາະ, ຢາດີປົວລໍາໄສ້, ຢາດີປົວມະເຮັງມົດລູກ, ຢາດີປົວກ້ອນເບົ້າ; ສໍາລັບຜະ ລິດຕະພັນຂອງໂຮງງານລາວອຸດສາຫະກໍາ ແລະ ກະສິກໍາຈໍາກັດ ໄດ້ຮັບກາໝາຍໜຶ່ງລາຍການ ຄື: ນົມສາລີຫວານ. ພິທີມອບໃບອະນຸຍາດນໍາໃຊ້ກາໝາຍຂອງ 2 ຫົວໜ່ວຍ ໂດຍແມ່ນ ທ່ານ ເຈົ້າເມືອງ ແລະ ທ່ານຮອງຫົວໜ້າພະແນກ, ພ້ອມທັງຜັດປ່ຽນກັນມີຄໍາເຫັນໂອ້ລົມກ່າວປິດພິທີຢ່າງເປັນທາງການໃນຕອນເຊົ້າຂອງວັນດຽວກັນ.

ຂ່າວ: ເມືອງທຸລະຄົມ.

#Medialaos

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments