Saturday, July 27, 2024
Homeຂ່າວພາຍໃນກອງປະຊຸມບໍລິຫານຄຸ້ມຄອງໂຄງການປັບປຸງຊີວິດຂອງຄົນທີ່ມີບັນຫາສຸຂະພາບຈິດ ແລະ ພະຍາດບ້າໝູທີ່ ແຂວງວຽງຈັນ.

ກອງປະຊຸມບໍລິຫານຄຸ້ມຄອງໂຄງການປັບປຸງຊີວິດຂອງຄົນທີ່ມີບັນຫາສຸຂະພາບຈິດ ແລະ ພະຍາດບ້າໝູທີ່ ແຂວງວຽງຈັນ.

ກອງປະຊຸມ ບໍລິຫານຄຸ້ມຄອງ ໂຄງການ ປັບປຸງຊີວິດຂອງຄົນທີ່ມີບັນຫາສຸຂະພາບຈິດ ແລະ ພະຍາດບ້າໝູທີ່ແຂວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ 21 ທັນວາ 2023 ນີ້ຢູ່ທີ່ຣີສອດນາປະກວາງເມືອງແກ້ວອຸດົມແຂວງວຽງຈັນ, ໂດຍການເປັນກຽດເຂົ້າຮ່ວມຂອງທ່ານນາງໂດຍການເປັນກຽດເຂົ້າຮ່ວມຂອງທ່ານນາງແສງເດືອນຫົວໜ້າຫ້ອງການບໍລິຫານພະແນກສາທາລະນະສຸກແຂວງວຽງຈັນ,ທ່ານ ໂຄລິນ ດັດຈອງ( Colin Dudgeon ) ຜູ້ອຳນວຍການ ອົງການຊ່ວຍເຫຼືອເຊິ່ງກັນແລະກັນ(SFE), ທ່ານ ຮສ ດຣ ນາງ ຈັນທາຣາວາດີ ຈຸລາມະນີ ຈິດຕະແພດ, ຫົວໜ້າໂຄງການສຸຂະພາບຈິດຊຸມຊົນ, ມີຕາງໜ້າພະແນກການກ່ຽວຂ້ອງຂອງແຂວງ, ເຈົ້າເມືອງ, ຮອງເຈົ້າເມືອງ, ຫົວໜ້າຫ້ອງການສາທາລະນະສຸກເມືອງ ແລະ ຕາງໜ້າຈາກໂຮງໝໍນ້ອຍ 8 ແຫ່ງ ຈາກ 4 ເມືອງເປົ້າໝາຍ ເຂົ້າຮ່ວມ.

ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອ ສະຫຼຸບ ສັງລວມ ການຈັດຕັ້ງປະຕິບັດ ໂຄງການ “ປັບປຸງຊີວິດ ຂອງບຸກຄົນທີ່ມີບັນຫາສຸຂະພາບຈິດ ແລະ ພະຍາດບ້າໝູ ທີ່ ແຂວງວຽງຈັນ” ໃນໄລຍະເດືອນ

ມັງກອນ 2021 ຫາ ເດືອນພະຈິກ 2023; ເພື່ອລາຍງານ ກ່ຽວກັບ ງົບປະມານ ທີ່ໄດ້ ນຳໃຊ້ ໃນໄລຍະ ເດືອນ ມັງກອນ 2021 ຫາ ເດືອນພະຈິກ 2023 ແລະ ເພື່ອລາຍງານ ຜົນຂອງການປະເມີນການສີ້ນສຸດໂຄງການ (ນັບແຕ່ ວັນທີ 01 -30 ພະຈິກ 2023).

ໂຄງການ ປັບປຸງຊິວິດ ຂອງຄົນທີ່ມີບັນຫາສຸຂະພາບຈິດ ແລະ ພະຍາດບ້າຫມູ ຢູ່ແຂວງວຽງຈັນ ໄດ້ເລີ່ມຈັດຕັ້ງປະຕິບັດແຕ່ເດືອນ ມັງກອນ ປີ 2021 ແລະ ຈະສິ້ນສຸດລົງ ໃນວັນທີ 31 ທັນວາ 2023 ໂດຍໄດ້ຮັບທຶນຊ່ວຍເຫຼືອລ້າຈາກມູນນິທິກາດູຣີ ເພື່ອການກຸສົນ 5 ແສນກວ່າ ໂດລາສະຫະລັດ,ເຊິ່ງມີເປົ້າຫມາຍໂຮງໝໍນ້ອຍ 8 ແຫ່ງຂອງ 4 ເມືອງຄື ເມືອງວັງວຽງ ມີໂຮງໝໍນ້ອຍຜາຕັ້ງ ແລະ ນາມອນ, ເມືອງຫີນເຫີບ ມີໂຮງໝໍນ້ອຍ ໂພນທອງ ແລະ ຜາບ່ອງ, ເມືອງໂພນໂຮງ ມີໂຮງໝໍນ້ອຍ ໂພນໄຊ ແລະ ບ້ານທາດ, ເມືອງທຸລະຄົມ ມີໂຮງໝໍນ້ອຍ ໂພນຄຳ ແລະ ບຸ່ງພ້າວ.

ຈຸດປະສົງຂອງໂຄງການກໍເພື່ອເພີ່ມທະວີການເຂົ້າເຖິງການປິ່ນປົວສຸຂະພາບຈິດ ຢູ່ໂຮງໝໍນ້ອຍ ຂອງ 4 ເມືອງເປົ້າໝາຍ ຂອງ ແຂວງວຽງຈັນ, ເພຶ່ອເສີມສ້າງຄວາມສາມາດ ຂອງພະນັກງານແພດໝໍ ຢູ່ໂຮງໝໍນ້ອຍ ລວມທັງ ອາສາສະໝັກບ້ານ, ຄູ່ຮ່ວມໂຄງການ ແລະ ອໍານາດການປົກຄອງທ້ອງຖິ່ນ ຢູ່ ເຂດປົກຄຸມ ຂອງ ໂຮງໝໍນ້ອຍ 8 ແຫ່ງຂອງ 4 ເມືອງເປົ້າໝາຍ ໄດ້ເຂົ້າເຖິງການຮັກສາສຸຂະພາບຈິດ ຢູ່ລະດັບຊຸມຊົນ, ເພຶ່ອປັບປຸງຊີວິດການເປັນຢູ່ ຂອງຄົນເຈັບພະຍາດຈິດ ແລະ ພະຍາດບ້າໝູ ໂດຍຜ່ານກິດຈະກຳປັບປຸງຊີວິດການເປັນຢູ່, ມີຂໍ້ມູນທີ່ເກັບກໍາ ຈາກການປະຕິບັດ ແລະ ການພັດທະນາວຽກງານສຸຂະພາບຈິດດີຂຶ້ນ.

ໃນກອງປະຊຸມໄດ້ຮັບຟັງການສະຫຼູບລາຍງານ, ຮັບຊົມຮູບພາບ ການເຄື່ອນໄຫວຈັດຕັ້ງປະຕິບັດບັນດາກິດຈະກຳ ຂອງໂຄງການ ຈາກທີມງານສຸຂະພາບຈິດຂອງໂຮງໝໍນ້ອຍ 8 ແຫ່ງຂອງ 4 ເມືອງເປົ້າໝາຍຂອງໂຄງການ ແລະ ຜົນງານໂດຍສະເພາະແມ່ນການປູກຝັງລ້ຽງສັດຂອງຄົນເຈັບພະຍາດຈິດ ທີ່ໄດ້ຮັບການຊ່ວຍເຫຼືອຈາກໂຄງການ.

#ພາບ-ຂ່າວ: ບຸນມາ ແກ້ວບຸດດາ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments