Sunday, September 8, 2024
Homeຂ່າວພາຍໃນພິທີເປີດນໍາໃຊ້ຮູບຈໍາລອງແຄນລາວ ຢູ່ເມືອງໃໝ່, ແຂວງຜົ້ງສາລີ.

ພິທີເປີດນໍາໃຊ້ຮູບຈໍາລອງແຄນລາວ ຢູ່ເມືອງໃໝ່, ແຂວງຜົ້ງສາລີ.

ໃນຕອນເຊົ້າວັນທີ 19 ທັນວາ 2023 ໄດ້ມີພິທີເປີດນໍາໃຊ້ຮູບຈໍາລອງແຄນລາວ ຢ່າງເປັນທາງການ ທີ່ເທດ ສະບານເມືອງໃໝ່, ແຂວງຜົ້ງສາລີ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ອາລຸນໄຊ ສູນນະລາດ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ; ມີທ່ານ ສອນສະໜຸກ ສີສຸລາດ ເຈົ້າເມືອງໆໃໝ່, ທ່ານ ອາຈົ່ງ ຮອງປະທານບໍລິສັດ ຊິໂນ ອາກຣີ ຈຳກັດ, ພ້ອມດ້ວຍການນຳ, ພະນັກງານ-ລັດຖະກອນພາຍໃນເມືອງ, ບັນດານາຍບ້ານເທດສະບານເມືອງ ເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ສອນສະໜຸກ ສີສຸລາດ ເຈົ້າເມືອງໆໃໝ່ ໄດ້ລາຍງານໃຫ້ຮູ້ວ່າ: ແຄນ ແມ່ນເຄື່ອງດົນຕີປະເພດເປົ່າຊະນິດໜຶ່ງ ຂອງຄົນລາວ, ມີປະຫວັດຄວາມເປັນມາ ຄຽງຄູ່ຊາດລາວເຮົາ ເປັນເວລາຫຼາຍພັນປີ ໂດຍ ສາມາດເວົ້າໄດ້ວ່າ ແຄນ ເປັນສ່ວນໜຶ່ງທີ່ສໍາຄັນທີ່ສຸດ ໃນການດຳລົງຊີວິດຂອງປະຊາຊົນລາວບັນດາເຜົ່າ. ສຽງແຄນລາວ ເປັນມໍລະດົກທາງວັດທະນາທຳຂອງຄົນລາວ ເຊິ່ງໄດ້ຖືກຮັບຮອງເປັນມໍລະດົກໂລກ ຈາກອົງການສຶກສາວິທະຍາສາດ ແລະ ວັດທະນາທຳ ແຫ່ງ ສະຫະປະຊາຊາດ ໃນວັນທີ 7 ທັນວາ 2017 ທີ່ເກາະເຊຈຸ, ສ.ເກົາຫຼີ. ສຳລັບການສ້າງແຄນລາວຢູ່ເມືອງໃໝ່ ແມ່ນໄດ້ຮັບການເຫັນດີຈາກ ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແຂວງຜົ້ງສາລີ, ເປັນແນວຄິດລິເລີ່ມຂອງທ່ານ ອາລຸນໄຊ ສູນນະລາດ ແລະ ນຳພາປະຕິບັດໂດຍທ່ານ ເຈົ້າເມືອງໆໃໝ່ ພ້ອມດ້ວຍການນຳພັກ-ລັດຂອງເມືອງ ສະໄໝທີ XIV ເຊິ່ງອອກແບບການກໍ່ສ້າງໂດຍທ່ານ ຄໍາແພງ ໄຊຍະສານ ຮອງຫົວໜ້າຫ້ອງການ ຖວທ ເມືອງ, ໄດ້ເລີ່ມກໍ່ສ້າງໃນວັນທີ 28 ກັນຍາ ແລະ ສຳເລັດ ໃນວັນທີ 19 ຕຸລາ 2023 ມີມູນຄ່າໃນການກໍ່ສ້າງ 21 ລ້ານກ່ວາກີບ ເຊິ່ງແມ່ນການລະດົມທຶນຂອງທ່ານ ລັດຖະມົນຕີ, ຫົວໜ້າ ຫສນຍ ແລະ ໄດ້ຮັບການສະໜັບສະໜູນທຶນ ຈາກບໍລິສັດ ຊີໂນ ອາກຣີ ຈຳກັດ.

ໃນພິທີສຳຄັນນີ້, ທ່ານ ອາລຸນໄຊ ສູນນະລາດ ກໍ່ໄດ້ໃຫ້ກຽດມີຄຳເຫັນຕໍ່ພິທີ ໂດຍໄດ້ແຈ້ງໃຫ້ຊາບ ກ່ຽວກັບຈຸດປະສົງຂອງການເຄື່ອນໄຫວເຮັດວຽກຢູ່ແຂວງຜົ້ງສາລີ ກໍ່ຄືເມືອງໃໝ່ ໃນຄັ້ງນີ້ ໂດຍສະເພາະ ເພື່ອຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຂອງແຂວງ, ຂອງເມືອງ ຕິດພັນກັບການແກ້ໄຂຄວາມທຸກຍາກຂອງປະຊາຊົນ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງເມືອງ ທີ່ເປັນພື້ນຖານການປະຕິວັດ ຂອງ ສປປ ລາວ ເຂົ້າໃນການພັດທະນາ, ລວມທັງ ແນວຄິດ ແລະ ຄວາມເປັນມາ ໃນການກໍ່ສ້າງຮູບຈຳລອງແຄນລາວ ຢູ່ເທດສະບານເມືອງໃໝ່. ອັນສຳຄັນ, ທ່ານ ໄດ້ສະເໜີການນຳຫຼັກແຫຼ່ງ ແລະ ພາກສ່ວນກ່ຽວຂ້ອງຂອງເມືອງ ພິຈາລະນາຕື່ມບາງດ້ານ ເປັນຕົ້ນ ສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມຂອງທ້ອງຖິ່ນ ໂດຍສະເພາະ ມູນເຊື້ອປະຕິວັດ, ມູນເຊື້ອວິລະຊົນຄົນອາດຫານ, ມູນເຊື້ອຄວາມສາມັກຄີຮັກແພງ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງເມືອງ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ນັບມຶື້ດີຂຶ້ນເປັນກ້າວໆ. ຫຼັງຈາກນັ້ນ, ບັນດາທ່ານ ການນຳທີ່ເຂົ້າຮ່ວມພິທີ ກໍ່ໄດ້ໃຫ້ກຽດຂຶ້ນຕັດແຖບຜ້າ ແລະ ເປີດປ້າຍ ນຳໃຊ້ຮູບຈຳລອງແຄນລາວດັ່ງກ່າວ ຢ່າງເປັນທາງການ.

ໃນໂອກາດເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງໃໝ່ ຄັ້ງນີ້, ທ່ານ ລັດຖະມົນຕີ, ຫົວໜ້າ ຫສນຍ ຍັງໄດ້ເປັນສັກຂີພິຍານ ການມອບ-ຮັບເງິນສົມທົບ ເພື່ອກໍ່ສ້າງໂຮງຮຽນ ຢູ່ກຸ່ມບ້ານສະຫຼວງ (ຫ່າງຈາກເທດສະບານເມືອງໃໝ່ 90 ກວ່າກິໂລແມັດ) ມູນຄ່າ 497 ລ້ານກີບ ເຊິ່ງກ່າວມອບໂດຍທ່ານ ອາຈົ່ງ ຮອງປະທານບໍລິສັດ ຊິໂນ ອາກຣີ ຈຳກັດ ແລະ ກ່າວຮັບໂດຍທ່ານ ສອນສະໜຸກ ສີສຸລາດ ເຈົ້າເມືອງໆໃໝ່; ໄດ້ໄປມອບເຄື່ອງນຸ່ງຫົ່ມກັນໜາວ ໃຫ້ປະຊາຊົນບ້ານຊ່າງແຄນ; ແລະ ໄດ້ໄປເບິ່ງສະຖານທີ່ດຳເນີນກອງປະຊຸມໃຫຍ່ ຄັ້ງທີ II ຂອງອົງຄະນະພັກແຂວງຜົ້ງສາລີ ທີ່ໄດ້ຈັດຂຶ້ນໃນເດືອນສິງຫາ 1971 ທີ່ບ້ານຫ້ວຍອຸ່ນ ເພື່ອເປັນຂໍ້ມູນຄົ້ນຄວ້າ ສ້າງຂະບວນການ ຫຼື ກິດຈະກຳ ກ່ຽວກັບການຫວນຄືນມູນເຊື້ອປະຫວັດສາດ ຂອງສະຖານທີ່ ແລະ ເນື້ອໃນ ທີ່ປະທານ ໄກສອນ ພົມວິຫານ ໄດ້ເຂົ້າຮ່ວມຊີ້ນຳກອງປະຊຸມຄັ້ງດັ່ງກ່າວ ຕາມຄວາມເໝາະສົມ ຕື່ມອີກ.

#Medialaos#phongsaly

#ສື່ມວນຊົນແຂວງຜົ້ງສາລີ#ເມືອງໃໝ່ວິລະຊົນ

( ພາບ -ຂ່າວ: ແສງຄຳ ສາລີວັນ )

———–000000000————-

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments