Saturday, July 27, 2024
Homeຂ່າວໜ້າໜຶ່ງລາວ,ໄທ ແລະກໍາປູເຈຍ ຖອດຖອນບົດຮຽນເພື່ອປັບປຸງການຈັດຕັ້ງປະຕິບັດວຽກງານໃຫ້ວັກຊີນກັນພະຍາດໂຄວິດ-19

ລາວ,ໄທ ແລະກໍາປູເຈຍ ຖອດຖອນບົດຮຽນເພື່ອປັບປຸງການຈັດຕັ້ງປະຕິບັດວຽກງານໃຫ້ວັກຊີນກັນພະຍາດໂຄວິດ-19

ວັນທີ 20 ທັນວາ 2023 ທີ່ຫ້ອງປະຊຸມໂຮງແຮມ ພູແມນ ນະຄອນ ຫຼວງພະບາງ ສູນຄວບຄຸມ ແລະ ປ້ອງກັນພະຍາດ ສ. ອາເມລິກາ, ຮ່ວມກັບ ກະຊວງສາທາລະນະສຸກຂອງ ສປປ ລາວ, ກຳປູເຈຍ ແລະ ໄທ ພ້ອມດ້ວຍຄູ່ຮ່ວມງານ ເປັນຕົ້ນ ສູນແມ່ ແລະ ເດັກ ແລະ Task Force for Global Health (TFGH) ໄດ້ເປັນເຈົ້າພາບຮ່ວມຈັດກອງປະຊຸມຖອດຖອນບົດຮຽນເພື່ອປັບປຸງການຈັດຕັ້ງປະຕິບັດວຽກງານໃຫ້ວັກຊີນກັນພະຍາດໂຄວິດ-19 ໂດຍມີ ທ່ານ ປອ ດຣ ຈັນຖະຫນອມ ມະນີທິບ ຫົວໜ້າຫ້ອງການກະຊວງສາທາລະນະສຸກ,ທ່ານ ມິດແຊວ ເອົ້າລໍ( Mrs Michelle Outlaw )ອຸປະທູດແຫ່ງສະຫະລັດອາເມລິກາ ປະຈໍາ ສປປ ລາວ,ຕາງໜ້າ CDC ຫ້ອງການພາກພື້ນ ທີ່ Atlanta, ສະຫະລັດອາເມລິກາ ທີ່ ບາງກອງປະເທດໄທ ,ຜູ້ຕາງໜ້າອົງການ USCDC ປະຈໍາ ສປປ ລາວ,ກະຊວງສາທາລະນະສຸກ, ອົງການ WHO, UNICEF, ແລະ ອົງການຈັດຕັ້ງສາກົນຂອງ 3 ປະເທດ ລາວ ໄທ, ກໍາປູເຈຍ ,ຕາງໜ້າກົມເອີລົບ-ອາເມລິກາ, ກະຊວງການຕ່າງປະເທດ ,ບັນດາຂະແໜງການ ພະແນກສາທາລະນະສຸກ ແລະ ຜູ້ຕາງໜ້ານະຄອນຫຼວງພະບາງເຂົ້າຮ່ວມ.

ທ່ານ ປອ ດຣ ນາງ ຈັນຖະໜອນ ມະນີທິບ ຫົວໜ້າຫ້ອງການກະຊວງສາທາລະນະສຸກ ກ່າວວ່າ: ກອງປະຊຸມຄັ້ງນີ້ ແມ່ນການແລກປ່ຽນປະສົບການ ກ່ຽວກັບການຈັດຕັ້ງປະຕິບັດໂຄງການໃຫ້ວັກຊີນກັນພະຍາດໂຄວິດ-19 ແລະ ຄົ້ນຄວ້າປຶກສາຫາລືບັນຫາ ສິ່ງທ້າທາຍ ແລະ ບັນດາຄໍາແນະນໍາພາຍຫຼັງການປະເມີນຜົນຊີພາຍ(cPIE), ເພື່ອທົບທວນຄືນຄວາມຄຶບຫນ້າໃນການຈັດຕັ້ງປະຕິບັດຕາມຄໍາແນະນໍາໃນການປະເມີນຜົນ ແລະ ຄົ້ນຄວ້າຍຸດທະສາດເພີ້ມເຕີມ ເພື່ອຊຸກຍູ້ການປັບປຸງໄລຍະສັ້ນ ໄລຍະຍາວ ເຂົ້າມາປັບປຸງໃສ່ໃນການບໍລິການໃຫ້ວັກຊີນກັນພະຍາດໂຄວິດ-19 ໂດຍເຊື່ອມສານກັບການບໍລິການໃຫ້ວັກຊີນກັນພະຍາດປົກກະຕິໄປພ້ອມໆກັບ ໂດຍສະເພາະວັກຊີນໄຂ້ຫວັດລະດູການ ຫຼື ຮູບແບບການຮັກສາສຸຂະພາບຂັ້ນຕົ້ນ ລວມທັງຄວາມຕ້ອງການວັກຊີນໃນຂັ້ນຊຸມຊົນ ແລະ ຄວາມປອດໄພຂອງວັກຊີນອີກດ້ວຍ. ແລະເປັນການເຕົ້າໂຮມເອົາບັນດາຄູ່ຮ່ວມງານ ແລະ ສ່ຽວຊານຈາກກະຊວງສາທາລະນະສຸກ ຂອງ ສປປລາວ, ກຳປູເຈຍ ແລະ ໄທ, ສູນ ຄວບຄຸມ ແລະ ປ້ອງກັນພະຍາດ ສ. ອາເມລິກາ (USCDC), ອົງການອະນາໄມໂລກ, ອົງການ UNICEF, ຄະນະກຳມາທິການວັກຊີນແຫ່ງຊາດ (NITAG), TFGH, CHAI, ແລະ ທະນາຄານໂລກ.ເພື່ອທົບທວນ ແລະຖອດຖອນບົດຮຽນ ເພື່ອປັບປຸງ ໃນການຈັດຕັ້ງປະຕິບັດວຽກງານໃຫ້ວັກຊີນກັນພະຍາດໂຄວິດ-19. ແຕ່ປີ 2021 ເປັນຕົ້ນມາ, ເຊິ່ງ USCDC ໄດ້ຮ່ວມມືກັບກະຊວງສາທາລະນະສຸກ ແລະ ອົງການຈັດຕັ້ງຄູ່ຮ່ວມງານສາກົນ ເພື່ອພັດທະນາຄວາມອາດສາມາດແຫ່ງຊາດ ໃນການວາງແຜນ, ການຈັດຕັ້ງປະຕິບັດ ແລະ ປະເມີນຜົນຂອງວຽກງານໃຫ້ວັກຊີນກັນພະຍາດ ໂຄວິດ-19. ການປະເມີນໂຄງການ ລວມເຖິງການປະເມີນຜົນຫຼັງການແນະນຳ ການໃຫ້ວັກຊີນກັນພະຍາດໂຄວິດ-19 (cPIE), ມີຄວາມສຳຄັນໃນການກໍານົດການປະຕິບັດທີ່ດີ, ບັນທຶກບົດຮຽນທີ່ຖອດຖອນໄດ້ ແລະ ການປັບປຸງການຈັດຕັ້ງປະຕິບັດໂຄງການ. ຜົນສຳເລັດຂອງກອງປະຊຸມມີຄື: ແລກປ່ຽນປະສົບການ ແລະ ການຈັດຕັ້ງປະຕິບັດທີ່ດີ ຂອງວຽກງານໃຫ້ວັກຊີນກັນພະຍາດໂຄວວິດ-19 ,ສົນທະນາເຊີງເລິກກ່ຽວກັບສາເຫດຕົ້ນຕໍ່ຂອງສິ່ງທ້າທາຍໃນການໃຫ້ວັກຊີນປ້ອງກັນພະຍາດ ແລະ ທົບທວນຄືນວິທີການແກ້ໄຂທີ່ມີປະສິດທິພາບຕ່າງໆ. ຜົນຄົ້ນຄວ້າຈາກການປະເມີນຜົນ ຫຼັງການແນະນຳວັກຊີນກັນພະຍາດໂຄວິດ-19 ແລະ ການປະເມີນຂອງປະເທດອື່ນ ຈະຖືກນຳໃຊ້ເປັນຂໍ້ມູນໃນການພັດທະນາແຜນຈັດຕັ້ງປະຕິບັດ ລວມເຖິງ ຄາດຄະເນຄ່າໃຊ້ຈ່າຍ ໃນການພັດທະນາແຜນດັ່ງກ່າວ. ແຜນງານເຫຼົ່ານີ້ ຈະມີການພິຈາລະນາເຖິງ ຄວາມຍືນຍົງຂອງແຜນງານ ແລະ ກິດຈະກຳທີ່ຈຳເປັນຕ່າງໆ ເພື່ອເຊື່ອມສານການວັກຊີນ ໂຄວິດ-19 ແລະ ການບໍລິການສຸຂະພາບປົກກະຕິ. ຜົນໄດ້ຮັບຈາກກອງປະຊຸມຄັ້ງນີ້ ລວມເຖິງ ຄຳແນະນຳຕ່າງໆ ຈະຖືກນຳໄປຈັດຕັ້ງຜັນຂະຫຍາຍ ແລະ ເປັນຫຼັກຖານອ້າງອີງໃນການ ປັບປຸງແຜນງານການໃຫ້ວັກຊີນແຫ່ງຊາດ (NDVP), ຍຸດທະຍາດ ເພື່ອຜັນຂະຫາຍການປົກຄຸມຂອງວັກຊີນ ແລະ ເພື່ອເປັນການລະດົມຊັບພະຍາກອນ ສະໜັບສະໜູນຄວາມພະຍາຍາມນີ້ໃນອະນາຄົດ.

ໃນກອງປະຊຸມຄັ້ງນີ້ ໄດ້ມີຜູ້ເຂົ້າຮ່ວມປະມານ 70 ທ່ານ ເຊິ່ງລວມມີ ຕົວແທນຈາກ ກະຊວງສາທາລະນະສຸກ ຂອງ ສປປ ລາວ, ກຳປູເຈຍ, ໄທ, ອົງການ CDC, ອົງການອະນາໄມໂລກ., ອົງການ UNICEF, NITA, TFGH, CHAI ແລະ ທະນາຄານໂລກ.

ຂ່າວ: ເພັດສາຄອນ ສິມມະວົງ

#luangprabang

#MediaLaos

————————-

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments