Saturday, July 27, 2024
Homeຂ່າວໜ້າໜຶ່ງກອງປະຊູມສຳມະນາສ້າງຄວາມເຂັ້ມແຂງວຽກງານຄວບຄຸມຢາສູບໃຫ້ສື່ມວນຊົນລາວ ສຳເລັດຢ່າງຈົບງາມ

ກອງປະຊູມສຳມະນາສ້າງຄວາມເຂັ້ມແຂງວຽກງານຄວບຄຸມຢາສູບໃຫ້ສື່ມວນຊົນລາວ ສຳເລັດຢ່າງຈົບງາມ


ສະຫະພັນຄວບຄຸມຢາສູບອາຊຽນ (SEATCA ) ຮ່ວມກັບມູນນິທິປຸກລະດົມ ເພື່ອການບໍ່ສູບຢາ ປະຈຳປະເທດໄທ ໄດ້ຈັດກອງປະຊຸມສໍາມະນາໃຫ້ແກ່ສື່ມວນຊົນລາວ ເພື່ອສ້າງຄວາມເຂັ້ມແຂງກ່ຽວກັບວຽກງານຄວບຄຸມຢາສູບ ໃນ ສປປ ລາວ ຂຶ້ນໃນລະຫວ່າງວັນທີ 19-20 ທັນວານີ້, ທີ່ ໂຮງແຮມປະຈັກຕຣາ ແຂວງ ອຸດອນທານີ ປະເທດໄທ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ນາງ ຄັດທະນະພອນ ພັນດວງສີ ຮອງຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ສປປ ລາວ, ມີ ທ່ານ ນາງ ບັງອອນ ຣິດທິພັກດີ ທີ່ປຶກສາກິດຕິມະສັກສະຫະພັນຄວບຄຸມຢາສູບອາຊຽນ ປະເທດໄທ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ນາງ ບັງອອນ ຣິດທິພັກດີ ກ່າວວ່າ: ການຈັດສຳມະນາໃນຄັ້ງນີ້ຂຶ້ນແມ່ນມີຄວາມໝາຍ-ຄວາມສຳຄັນຫຼາຍ ເພື່ອໃຫ້ສື່ມວນຊົນລາວ ໄດ້ແລກປ່ຽນຮຽນຮູ້ກ່ຽວກັບວຽກງານການຄວບຄຸມຢາສູບ, ຄວາມອັນຕະລາຍຂອງຢາສູບທຳມະດາ ແລະ ຢາສູບໄຟຟ້າ ຊຶ່ງເປັນວຽກງານໜຶ່ງສຳຄັນຫຼາຍ ຕໍ່ ສປປ ລາວ ແລະ ໄທ ໃນປັດຈຸບັນ ແລະ ເຊື່ອວ່າຂໍ້ມູນໃໝ່ໆທີ່ໄດ້ຮັບໃນຄັ້ງນີ້ຈະເປັນປະໂຫຍດຕໍ່ ສປປ ລາວ ກໍຄືສື່ມວນຊົນລາວ ເນື່ອງຈາກວ່າ ສປປ ລາວ ກໍໄດ້ຫ້າມຊື້-ຂາຍ ຢາສູບໄຟຟ້າຄືກັນກັບປະເທດໄທ. ປັດຈຸບັນຢາສູບໄຟຟ້າຍັງມີການລັກລອບຊື້-ຂາຍ ແລະ ມີການນຳໃຊ້ເປັນຈຳນວນຫຼາຍໃນກຸ່ມເດັກນ້ອຍ, ໄວໜຸ່ມ. ສະນັ້ນ, ສື່ມວນຊົນລາວຕ້ອງໄດ້ເຂົ້າມາມີບົດບາດໃນວຽກງານດັ່ງກ່າວນີ້ ເພື່ອເຜີຍແຜ່ຂໍ້ມູນທີ່ຖືກຕ້ອງ, ຊັດເຈນ ແລະ ວ່ອງໄວທັນກັບສະຖານະການ ແລະ ສາມາດຊ່ວຍໃຫ້ສັງຄົມໄດ້ເຂົ້າໃຈ-ຮັບຮູ້ກ່ຽວກັບບັນຫາຕ່າງໆກ່ຽວກັບຢາສູບ. ພ້ອມນັ້ນຕ້ອງໄດ້ມີການບັງຄັບໃຊ້ກົດໝາຍ, ບັງຄັບໃຊ້ນະໂຍບາຍທີ່ໄດ້ກຳນົດອອກມາຢ່າງຈິງຈັງ, ຖ້າຫາກເດັກນ້ອຍໄປນຳໃຊ້ຢາສູບໄຟຟ້າແລ້ວຈະພາໃຫ້ຕິດງ່າຍ, ຕິດແລ້ວຈະເລີກຍາກ. ນອກນັ້ນ, ຢາສູບໄຟຟ້າຍັງພາໃຫ້ຜູ້ສູບເກີດມີການເຈັບປ່ວຍເປັນໂລກພະຍາດຕ່າງໆ, ປັດຈຸບັນຢາສູບໄຟຟ້າຍັງມີຮູບແບບໃໝ່ໆຫຼາຍຊະນິດ. ສະນັ້ນສື່ມວນຊົນລາວຕ້ອງເປັນຜູ້ເຮັດໜ້າທີເຝົ້າລະວັງໃນການເຕືອນ, ໃຫ້ຂໍ້ມູນທີ່ຖືກຕ້ອງໃນການສົ່ງເສີມ, ໂຄສະນາໃຫ້ສັງຄົມ ທັງປຸກລະດົມພ້ອມປົກປ້ອງເດັກນ້ອຍໃນບັນຫາດັ່ງກ່າວ, ຖ້າດັ່ງນັ້ນຈະເຮັດໃຫ້ເດັກຕິດຢາສູບໄຟຟ້າເປັນຈຳນວນຫຼາຍ ແລະ ຈະແກ້ໄຂລຳບາກໃນອະນາຄົດ.
ການສຳມະນາໃນຄັ້ງນີ້ ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການຄວາມອັນຕະລາຍຂອງຢາສູບໄຟຟ້າ, ຮັບຟັງ ການລາຍງານກ່ຽວກັບການປະຕິບັດວຽກງານຄວບຄຸມຢາສູບໄຟຟ້າຂອງມູນນິທິປຸກລະດົມ ເພື່ອການບໍ່ສູບຢາ ປະຈຳປະເທດໄທ, ໄດ້ມີການສົນທະນາແລກປ່ຽນບົດຮຽນຊຶ່ງກັນ ແລະ ກັນ, ມີຖາມ-ຕອບກ່ຽວກັບວຽກງານຢາສູບ, ພ້ອມນີ້ສື່ມວນຊົນລາວແຕ່ລະສຳນັກງານກໍໄດ້ມີການແລກປ່ຽນບົດຮຽນປະສົບການກ່ຽວກັບການ ໂຄສະນາຕ່າງໆກ່ຽວກັບຢາສູບໃນສື່ຂອງຕົນ ແລະ ອື່ນໆ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments