Saturday, July 27, 2024
Homeຂ່າວໜ້າໜຶ່ງຮອງເຈົ້າແຂວງ ອຸດອນທານີ ຕ້ອນຮັບຄະນະສື່ມວນຊົນລາວ ເຂົ້າຢ້ຽມພົບປະ ເພື່ອແລກປ່ຽນບົດຮຽນວຽກງານການຄວບຄຸມຢາສູບ

ຮອງເຈົ້າແຂວງ ອຸດອນທານີ ຕ້ອນຮັບຄະນະສື່ມວນຊົນລາວ ເຂົ້າຢ້ຽມພົບປະ ເພື່ອແລກປ່ຽນບົດຮຽນວຽກງານການຄວບຄຸມຢາສູບ

ຮອງເຈົ້າແຂວງ ອຸດອນທານີ ຕ້ອນຮັບຄະນະສື່ມວນຊົນລາວ ເຂົ້າຢ້ຽມພົບປະ ເພື່ອແລກປ່ຽນບົດຮຽນວຽກງານການຄວບຄຸມຢາສູບ
ໃນໂອກາດກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ສປປ ລາວ ໄດ້ນຳພາຄະນະສື່ມວນຊົນລາວ ເຂົ້າຮ່ວມສຳມະນາແລກປ່ຽນບົດຮຽນກ່ຽວກັບວຽກງານການຄວບຄຸມຢາສູບຮ່ວມກັບມູນນິທິ ເພື່ອສັງຄົມອາຊຽນປອດຢາສູບ ແລະ ມູນນິທິລົນນະລົງ ເພື່ອການບໍ່ສູບຢາ ໃນລະຫວ່າງວັນທີ 19-20 ທັນວານີ້, ທີ່ແຂວງອຸດອນທານີ ປະເທດໄທ. ໃນວັນທີ 19 ທັນວາຜ່ານມາ, ຄະນະສື່ມວນຊົນລາວນຳໂດຍ ທ່ານ ນາງ ຄັດທະນະພອນ ພັນດວງສີ ຮອງຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງ ສາທາລະນະສຸກ ສປປ ລາວ ໄດ້ເຂົ້າພົບປະ ທ່ານສະລັນສັກ ສີເຄືອເນດ ຮອງເຈົ້າແຂວງ ອຸດອນທານີ ປະເທດໄທ ແລະ ຜູ້ບໍລິຫານງານຂັ້ນແຂວງດັ່ງກ່າວ ເພື່ອແລກປ່ຽນບົດຮຽນວຽກງານການຄວບຄຸມຢາສູບ.
ໃນໂອກາດນີ້, ຄະນະສື່ມວນຊົນລາວ ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ພ້ອມໄດ້ຟັງການລາຍງານສະພາບການຈັດຕັ້ງປະຕິບັດວຽກງານການຄວບຄຸມຢາສູບຂອງແຂວງອຸດອນທານີ, ໄດ້ມີການສົນທະນາຮ່ວມກັນ ເພື່ອແລກປ່ຽນບົດຮຽນ ຊຶ່ງກັນ ແລະ ກັນເປັນຕົ້ນ ມາດຕະການການຄວບຄຸມຜະລິດຕະພັນຢາສູບ, ການແຜ່ລະບາດຂອງຢາສູບໄຟຟ້າໃນປັດຈຸບັນ, ການປະຕິບັດວຽກງານຄວບຄຸມຢາສູບຢູ່ພາຍໃນແຂວງ ແລະ ເມືອງ, ການປ້ອງກັນເຍົາວະຊົນຈາກຢາສູບ, ການເຄື່ອນໄຫວວຽກງານຂອງຄະນະກຳມະ ການຄວບຄຸມຢາສູບ ເພື່ອພ້ອມກັນຈັດຕັ້ງປະຕິບັດວຽກງານຄວບຄຸມຢາສູບໃຫ້ມີປະສິດທິພາບ ແລະ ປະສິດທິຜົນ.


ທ່ານສະລັນສັກ ສີເຄືອເນດ ລາຍງານວ່າ: ແຂວງອຸດອນທານີ ໄດ້ກວດພົບຜູ້ບໍລິໂພກຢາສູບທີ່ມີອາຍຸ 15 ປີ ຂຶ້ນໄປມີ 25%, ເປັນອັນດັບ 7 ຂອງປະເທດ, ໃນປີ 2021 ພົບວ່າມີ 19,6% ແມ່ນອັດຕາການສູບຢາໃນກຸ່ມຄົນອາຍຸ 15–19 ປີ. ໃນນັ້ນ, 13,7% ແມ່ນກຸ່ມຄົນເລີ່ມສູບຢາຄັ້ງທຳອິດ, ທີ່ຮ້າຍແຮງກ່ວານັ້ນຍັງພົບເດັກເກນອາຍຸນ້ອຍທີ່ສຸດເລີ່ມສູບຢາແຕ່ 10 ປີ. ຕໍ່ກັບບັນຫາດັ່ງກ່າວທາງແຂວງອຸດອນທານີ ໄດ້ປະຕິບັດມາດຕະການ ແລະ ກົນໄກການດໍາເນີນການຄວບຄຸມຜະລິດຕະພັນຢາສູບຂັ້ນແຂວງຢ່າງເຂັ້ມງວດ ໂດຍສະເພາະສະໜັບສະໜູນການເຄື່ອນໄຫວຂອງຂົງເຂດການສຶກສາປອດຄວັນຢາສູບ, ປູກຈິດສຳນຶກຄວາມອັນຕະລາຍຂອງຢາສູບ ແລະ ຮູ້ຍຸດທະສາດດ້ານການຕະຫຼາດ ທັງຕ້ານຜູ້ສູບຢາໃໝ່, ສ້າງສະພາບແວດລ້ອມປອດຄວັນຢາສູບ ພ້ອມຕິດຕາມ ແລະ ບັງຄັບໃຊ້ກົດໝາຍ; ພັດທະນາລະບົບການເຂົ້າເຖິງການບໍລິການ ແລະ ຊ່ວຍເຫຼືອຜູ້ສູບຢາ ໃຫ້ຫັນມາເຊົາສູບຢາ, ພັດທະນາມາດຕະການຂອງຊຸມຊົນ ແລະ ຄວບຄຸມການບໍລິໂພກຢາສູບ ໄດ້ເຮັດໃຫ້ອັດຕາການສູບຢາພາຍໃນແຂວງອຸດອນທານີເລີ່ມຫຼຸດລົງຕາມລຳດັບໃນແຕ່ລະປີ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments