Sunday, September 8, 2024
Homeຂ່າວພາຍໃນຄຕພ ປາຖະກະຖາ ວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 103 ປີ

ຄຕພ ປາຖະກະຖາ ວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 103 ປີ

ຄະນະພົວພັນຕ່າງປະເທດສູນກາງພັກ(ຄຕພ) ຈັດປາຖະກະຖາວັນເກີດ ປະທານ ໄກ ສອນ ພົມວິຫານ ຄົບຮອບ 103 ປີ ໃນວັນທີ 18 ທັນວາ 2023 ພາຍໃຕ້ການເປັນປະທານ ຂອງ ສະຫາຍ ວາລະໄຊ ເລັ່ງສະຫວັດ ກຳມະການຄະນະພັກ, ຮອງຫົວໜ້າ ຄຕພ, ມີຄະນະບໍລິຫານງານພັກ, ຄະນະນຳ, ຄະນະກົມ, ຄະນະພະແນກ ແລະ ພະນັກງານ-ສະມາຊິກພັກ ເຂົ້າຮ່ວມ.

ໂອກາດນີ້, ສະຫາຍ ນາງ ພອນລັດສະໝີ ພິມມະສອນ ຮອງຫົວໜ້າພະແນກ ກິດຈະກຳ ແລະ ໂຄສະນາ ຫໍພິພິທະພັນ ໄກສອນ ພົມວິຫານ ໄດ້ຍົກໃຫ້ເຫັນເຖິງຊີວິດ ແລະ ການເຄື່ອນໄຫວປະຕິວັດ ຂອງ ປະທານ ໄກສອນ ພົມວິຫານ, ຕະຫລອດຊີວິດຂອງ ປະທານ ໄກສອນ ພົມວິຫານ ແມ່ນອຸທິດທຸກຢ່າງໃຫ້ກັບພາລະກິດປະຕິວັດປະເທດເຮົາ, ໄດ້ມີຫລາຍວິລະກຳອັນລ້ຳເລີດ ທີ່ສະແດງໃຫ້ເຫັນເຖິງ ນໍ້າໃຈຮັກຊາດອັນສູງສົ່ງ, ນໍ້າໃຈກຳມະຊິບອັນໜັກແໜ້ນ, ຄວາມເດັດດ່ຽວບໍ່ຍອມຈຳນົນສັດຕູ, ຄວາມສະຫລຽວສະຫລາດ ແລະ ຄວາມເສຍສະລະເພື່ອປະເທດຊາດ ເພື່ອປະຊາຊົນຢ່າງບໍ່ມີຂີດຈຳກັດ ເຊິ່ງສະແດງອອກຢູ່ໃນພຶດຕິກຳຕົວຈິງ ແລະ ຜ່ານຂະບວນວິວັດແຫ່ງການນຳພາ ຕໍ່ສູ້ປົດປ່ອຍຊາດ ກໍຄືພາລະກິດແຫ່ງການປົກປັກຮັກສາ ແລະ ພັດທະນາປະເທດຊາດ ຈົນສາມາດຍາດໄດ້ໄຊຊະນະຢ່າງສົມ ບູນ ແລະ ສະຖາປະນາ ເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນປັດຈຸບັນ; ໄຊຊະນະທີ່ຍາດມາໄດ້ທັງໝົດນັ້ນ ແມ່ນຍ້ອນຄວາມສະຫລາດຫລັກແຫລມ, ຄວາມມີໄຫວພິບ ຂອງພັກເຮົາ ແລະ ຄວາມສາມັກຄີ ເປັນຈິດໜຶ່ງໃຈດຽວ ຂອງປວງຊົນລາວທັງຊາດ ໂດຍມີ ປະທານ ໄກສອນ ພົມວິຫານ ເປັນຜູ້ນຳພາ. ສະນັ້ນ, ຜົນງານ ອັນຍິ່ງໃຫຍ່ ຂອງປະທານ ໄກສອນ ພົມວິຫານ ໃນພາລະກິດປະຕິວັດປະເທດເຮົາ ທີ່ຍັງຄົງໄວ້ຄູ່ກັບຊາດລາວເຮົາຕະຫລອດໄປ ເປັນຕົ້ນ ປະທານ ໄກ ສອນ ພົມວິຫານ ເປັນຜູ້ກໍ່ຕັ້ງກອງລາດຊະວົງ ໃນວັນທີ 20 ມັງກອນ 1949 ເຊິ່ງໄດ້ປ່ຽນຊື່ມາເປັນກອງທັບປະຊາຊົນລາວ ໃນປັດຈຸບັນ ແລະ ໄດ້ກຳນົດເອົາວັນດັ່ງກ່າວ ເປັນວັນສ້າງຕັ້ງກອງທັບປະຊາ ຊົນລາວ; ເປັນຜູ້ນໍາພາ ສ້າງຕັ້ງພັກປະຊາຊົນລາວ ໃນວັນທີ 22 ມີນາ 1955 ກາຍເປັນ ພັກປະຊາຊົນປະຕິວັດລາວ ໃນປັດຈຸບັນ ແລະ ໄດ້ກຳນົດເອົາວັນດັ່ງກ່າວ ເປັນວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ; ເປັນຜູ້ນໍາພາຕໍ່ສູ້ລົບລ້າງແອກປົກຄອງ ຂອງພວກຈັກກະພັດລ່າເມືອງຂຶ້ນທັງແບບເກົ່າ ແລະ ແບບ ໃໝ່; ຍາດເອົາເອກະລາດ, ອິດສະລະພາບມາໃຫ້ປະເທດຊາດ ຢ່າງສົມບູນໃນວັນທີ 2 ທັນວາ 1975 ແລະ ນໍາພາສະຖາປະນາປະເທດຊາດເປັນ ສປປ ລາວ ທີ່ເດີນຕາມເສັ້ນທາງສັງຄົມນິຍົມ ແລະ ໄດ້ກຳ ນົດ ເອົາວັນດັ່ງກ່າວເປັນວັນຊາດ ຂອງ ສປປ ລາວ; ເປັນຜູ້ນໍາພາ ປ່ຽນແປງໃໝ່ ຢ່າງຮອບດ້ານ ແລະ ມີຫລັກການ ຢູ່ປະເທດເຮົາ, ເຮັດໃຫ້ບາດກ້າວເດີນ ຂອງປະເທດເຮົາ ສອດຄ່ອງກັບສະພາບຄວາມເປັນຈິງ ແລະ ມີການພັດທະນາເປັນກ້າວໆ ໂດຍພາຍໃຕ້ການນໍາພາ ຂອງພັກປະຊາຊົນ ປະຕິວັດລາວ.

ສະນັ້ນ, ສະມາຊິກພັກ ກຳແໜ້ນ ແລະ ຮູ້ບຸນຄຸນ, ຜົນງານອັນຍິ່ງໃຫຍ່ ແລະ ແບບຢ່າງອັນລ້ຳເລີດຂອງປະທານ ໄກສອນ ພົມວິຫານ ໃນພາລະກິດປະຕິວັດ, ພ້ອມທັງເປັນບົດຮຽນອັນລ້ຳຄ່າ ເພື່ອ ນໍາໄປພັດທະນາຕົນເອງ ກໍຄື ເຂົ້າໃນການປະຕິບັດໜ້າທີ່ວຽກງານຕົວຈິງໃຫ້ມີປະສິດທິຜົນດີຂຶ້ນ.

ພາບ: ເກດສະໜາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments