Saturday, July 27, 2024
Homeຂ່າວພາຍໃນວັຮທີ 18 ທັນວາ #ເຈົ້າແຂວງເຊກອງ ເນັ້ນຄະນະພັກທຸກຂັ້ນ ເອົາໃຈໃສ່ກໍ່ສ້າງພັກ-ພະນັກງານໃຫ້ມີຄຸນນະພາບ

ວັຮທີ 18 ທັນວາ #ເຈົ້າແຂວງເຊກອງ ເນັ້ນຄະນະພັກທຸກຂັ້ນ ເອົາໃຈໃສ່ກໍ່ສ້າງພັກ-ພະນັກງານໃຫ້ມີຄຸນນະພາບ

ໃນໂອກາດມີຄໍາເຫັນໂອ້ລົມຕໍ່ກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ເປີດກວ້າງຄັ້ງທີ 9 ສະໄໝທີ X ໃນວັນທີ 15 ທັນວາ 2023 ຜ່ານມາ, ສະຫາຍ ເຫລັກໄຫລ ສີວິໄລ ກໍາມະການສູນກາງພັກ ເລຂາພັກແຂວງ #ເຈົ້າແຂວງເຊກອງ ໄດ້ເນັ້ນໃຫ້ຄະນະພັກ-ຄະນະນໍາທຸກຂັ້ນຂອງແຂວງ ເອົາໃຈໃສ່ປັບປຸງແບບແຜນນໍາພາ-ວິທີເຮັດວຽກ, ກໍ່ສ້າງ, ປັບປຸງພັກໃຫ້ມີຄຸນນະພາບ ແລະ ກໍ່ສ້າງພະນັກງານໃຫ້ມີຄວາມຮູ້ຄວາມສາມາດ, ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີນໍ້າໃຈເສຍສະຫລະເອື້ອເຟື້ອເພື່ອແຜ່ ແລະ ເຮັດສໍາເລັດໜ້າທີ່ ທີ່ໄດ້ຮັບມອບໝາຍ.

ພ້ອມນີ້, ກໍ່ສືບຕໍ່ສຶກສາອົບຮົມການເມືອງ-ນໍາພາແນວຄິດ, ສ້າງຄວາມຮັບຮູ້ເຂົ້າໃຈໃຫ້ສະມາຊິກພັກ-ພະນັກງານ ກໍຄື ປະຊາຊົນບັນດາເຜົ່າ ເພື່ອສ້າງການຫັນປ່ຽນດ້ານແນວຄິດຈິນຕະນາການ; ປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຕິດພັນກັບການພັດທະນາເສດຖະກິດ-ສັງຄົມ, ຍູ້ແຮງຂະບວນການຜະລິດສະບຽງອາຫານ-ການຜະລິດເປັນສິນຄ້າ ແລະ ຊຸກຍູ້ສົ່ງເສີມການນໍາໃຊ້ສິນຄ້າພາຍໃນ ເພື່ອຫລຸດຜ່ອນການນໍາເຂົ້າ; ສືບຕໍ່ຈັດສັນພູມລໍາເນົາ, ຈັດສັນອາຊີບໝັ້ນທ່ຽງຍືນຍົງໃຫ້ປະຊາຊົນ; ເພີ່ມທະວີຄຸ້ມຄອງການເກັບລາຍຮັບ-ລາຍຈ່າຍງົບປະມານ, ປະຕິບັດມາດຕະການປະຢັດ, ຕ້ານການຟຸມເຟືອຍ; ປັບປຸງກົນໄກ, ສ້າງສິ່ງຈູງໃຈ-ສິ່ງອໍານວຍຄວາມສະດວກ, ຍາດແຍ່ງການຊ່ວຍເຫລືອ, ດຶງດູດການລົງທຶນພາກເອກະຊົນພາຍໃນ ແລະ ຕ່າງປະເທດໃຫ້ຫລາຍຂຶ້ນ; ເອົາໃຈໃສ່ຕິດຕາມ, ກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດໂຄງການລົງທຶນທີ່ອະນຸມັດແລ້ວໃຫ້ເຄື່ອນໄຫວເປັນປົກກະຕິ ແລະ ຄຸ້ມຄອງການລົງທຶນຂອງລັດ, ທຶນຊ່ວຍເຫລືອ-ທຶນກູ້ຢືມ ແລະ ການລົງທຶນຂອງເອກະຊົນໃຫ້ມີຄຸນນະພາບ; ພັດທະນາການສຶກສາ, ຍົກສູງຄຸນນະພາບການຮຽນ-ການສອນ, ຂະຫຍາຍຕາໜ່າງສາທາລະນະສຸກ, ຫັນການບໍລິການປິ່ນປົວສຸຂະພາບລົງສູ່ຮາກຖານ, ເພີ່ມທະວີການປະຕິບັດຄໍາຂວັນ 5 ດີ 1 ພໍໃຈ ແລະ ສືບຕໍ່ຫັນພະນັກງານຫລັກແຫລ່ງລົງກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ-ລຶບລ້າງຄວາມທຸກຍາກ ແລະ ວຽກງານ 3 ສ້າງ ເພື່ອນໍາພາປັບປຸງລະບົບການເມືອງຢູ່ຮາກຖານ ແລະ ກະກຽມດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ.

ສະຫາຍ ເຫລັກໄຫລ ສີວິໄລ ຍັງຊີ້ນໍາໃຫ້ຄະນະພັກ-ຄະນະນໍາທຸກຂັ້ນ ສຸມໃສ່ແກ້ໄຂຈຸດອ່ອນ-ຂໍ້ຄົງຄ້າງໃນໄລຍະຜ່ານມາ ແລະ ນໍາເອົາຜົນສໍາເລັດກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ເປີດກວ້າງຄັ້ງທີ 9 ສະໄໝທີ X ໄປຜັນຂະຫຍາຍເປັນແຜນງານ, ໂຄງການລະອຽດແທດຕົວຈິງໃນແຕ່ລະຂົງເຂດວຽກງານ ພ້ອມທັງ ປຸກລະດົມທຸກພາກສ່ວນທົ່ວສັງຄົມເຂົ້າຮ່ວມໃນການຈັດຕັ້ງປະຕິບັດ. ທັງນີ້ ກໍ່ເພື່ອເຮັດໃຫ້ການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິ X ຂອງອົງຄະນະພັກແຂວງ ກໍຄື ແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງໃນປີ 2024 ປະກົດຜົນເປັນຈິງ.

ຂ່າວ-ພາບ: ສັນຍາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments