Sunday, September 8, 2024
Homeຂ່າວໜ້າໜຶ່ງທ່ານ ລັດຖະມົນຕີ, ຫົວໜ້າ ຫສນຍ ຢ້ຽມຢາມກອງພັນນ້ອຍ 19 ແລະ ຊຸກຍູ້ການຜະລິດຂອງປະຊາຊົນ ຢູ່ແຂວງຜົ້ງສາລີ

ທ່ານ ລັດຖະມົນຕີ, ຫົວໜ້າ ຫສນຍ ຢ້ຽມຢາມກອງພັນນ້ອຍ 19 ແລະ ຊຸກຍູ້ການຜະລິດຂອງປະຊາຊົນ ຢູ່ແຂວງຜົ້ງສາລີ

ໃນວັນທີ 16 ທັນວາ 2023 ທ່ານ ອາລຸນໄຊ ສູນນະລາດ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາ ຍົກລັດຖະມົນຕີ, ຫົວໜ້າກອງເລຂາຄະນະສະເພາະກິດ ຮັບຜິດຊອບແກ້ໄຂບັນຫາເຄັ່ງຮ້ອນຂອງ ເສດຖະກິດ-ການເງິນ, ບັນຫາເງິນເຟີ້, ອັດຕາແລກປ່ຽນເງິນຕາ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ (ຄະນະສະເພາະກິດ 19/ກມສພ) ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວເຮັດວຽກ ຢູ່ແຂວງຜົ້ງສາລີ, ມີທ່ານ ຄຳຜອຍ ວັນນະສານ, ເຈົ້າແຂວງໆຜົ້ງສາລີ ພ້ອມດ້ວຍຄະນະ ໄດ້ຮ່ວມເຄື່ອນໄຫວ ພ້ອມທັງນໍາພາໄປພົບປະໂອ້ລົມ ຕໍ່ນາຍ ແລະ ພົນທະຫານ ກອງພັນນ້ອຍ 19, ຢ້ຽມຢາມພື້ນຖານການຜະລິດຂອງປະຊາຊົນ ຢູ່ເມືອງບຸນເໜືອ, ແຂວງຜົ້້ງສາລີ.

ການຢ້ຽມຢາມ ແລະ ພົບປະໂອ້ລົມ ຕໍ່ນາຍ ແລະ ພົນທະຫານ ຄັ້ງນີ້, ທ່ານ ພັນໂທ ຈັນໄຊ ຄຳສະຫວັນ, ຫົວໜ້າການທະຫານກອງພັນນ້ອຍ 19 ໄດ້ລາຍງານໃຫ້ຊາບ ກ່ຽວກັບໜ້າທີ່, ຄວາມຮັບຜິດຊອບ ແລະ ການເຄື່ອນໄຫວວຽກງານທີ່ພົ້ນເດັ່ນ ຂອງກົມກອງ ເຫັນວ່າ: ກອງພັນນ້ອຍ 19 ມີມູນເຊື້ອເປັນກອງຮ້ອຍວິລະຊົນ, ເຮັດໜ້າທີ່ກໍ່ສ້າງຮາກຖານການເມືອງ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃນຂອບເຂດ 17 ບ້ານ ຂອງເມືອງບຸນເໜືອ ໂດຍສະເພາະ ການເກັບກຳສະພາບຮອບດ້ານ, ສຶກສາອົບຮົມປະຊາຊົນ ໃຫ້ເຊື່ອມຊຶມຕໍ່ແນວທາງຂອງພັກ, ນະໂຍບາຍຂອງລັດ ກໍ່ຄືແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ, ຊ່ວຍເຫຼືອປະຊາຊົນທີ່ພົບຄວາມຫຍຸ້ງຍາກ ແລະ ອື່ນໆ ເຊິ່ງໂດຍລວມ ແມ່ນສາມາດເຮັດໃຫ້ຮາກຖານ ໃນຂອບເຂດຄວາມຮັບຜິດຊອບ ມີຄວາມສະຫງົບທາງດ້ານການເມືອງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ຊີວິດການເປັນຢູ່ຂອງປະຊາຊົນ ນັບມື້ໄດ້ຮັບການປັບປຸງດີຂຶ້ນ.

ໃນໂອກາດນີ້, ທ່ານ ອາລຸນໄຊ ສູນນະລາດ ກໍ່ໄດ້ມີຄຳເຫັນພົບປະໂອ້ລົມ ຕໍ່ນາຍ ແລະ ພົນທະຫານ ທີ່ໃຫ້ ການຕ້ອນຮັບ ໂດຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນສຳເລັດທີ່ກົມກອງສາມາດຍາດມາໄດ້ ໃນໄລຍະຜ່ານມາ, ພ້ອມທັງ ສະແດງຄວາມຢ້ຽມຢາມຖາມຂ່າວ ເຖິງຊີວິດການເປັນຢູ່ຂອງອ້າຍນ້ອງທະຫານ ໂດຍສະເພາະ ຜູ້ທີ່ກຳລັງປະຕິບັດໜ້າທີ່ຢູ່ເຂດທຸລະກັນດານຫ່າງໄກສອກຫຼີກ. ອັນສຳຄັນ, ທ່ານ ໄດ້ມີຄຳເຫັນເນັ້ນໜັກ ໃຫ້ກອງພັນນ້ອຍ 19 ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ສືບຕໍ່ສົມທົບກັບອົງການປົກຄອງທ້ອງຖິ່ນ ລົງໃກ້ຊິດຕິດແທດກັບປະຊາຊົນ ຢ່າງເປັນເປັນປົກກະຕິ, ເຮັດໜ້າທີ່ກໍ່ສ້າງຮາກຖານການເມືອງ ຕິດພັນກັບການພັດທະນາຊົນນະບົດ ຕາມ 4 ເນື້ອໃນ, 4 ຄາດ ໝາຍ ຂອງພັກກໍານົດໄວ້; ສືບຕໍ່ເພີ່ມພູນຜະລິດຜົນ ສ້າງພະລາທິການກັບທີ່ ຕາມທິດກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມ ແຂງດ້ວຍຕົນເອງ ທັງເປັນການປັບປຸງຊີວິດການເປັນຢູ່ ຂອງນາຍ ແລະ ພົນທະຫານ ໃຫ້ນັບມື້ດີຂຶ້ນເປັນກ້າວໆ; ກະກຽມ ແລະ ສ້າງຂະບວນການຂໍ່ານັບຮັບຕ້ອນ ການສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບ ຄົບຮອບ 75 ປີ ໃຫ້ເປັນຂະບວນການກວ້າງຂວາງ, ມີບັນຍາກາດຟົດຟື້ນມ່ວນຊື່ນ ແລະ ມີເນື້ອໃນທີ່ເລິກເຊິ່ງ ໂດຍສະເພາະ ຂະບວນການກິລາ, ສິລະປະວັນນະຄະດີ ແລະ ອື່ນໆ ໂດຍຕິດພັນກັບການປະຕິບັດວຽກງານວິຊາສະເພາະ, ຈັດຕັ້ງປະຕິບັດບັນດາຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ ເປັນຕົ້ນ ການປັບປຸງກຳລັງ ແລະ ການຈັດຕັ້ງ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ ແລະ ມີລະບຽບວິໄນ, ທັງເຫັນໄດ້ວຽກດີຄົົນເດັ່ນ ຢ່າງແທ້ຈິງ. ພາຍຫຼັງສໍາເລັດການພົບປະ ທ່ານລັດຖະມນຕີ, ຫົວໜ້າ ຫສນຍ ຍັງໄດ້ມອບເຄື່ອງໃຊ້ຫ້ອງການ ແລະ ວັດຖຸປັດໃຈຈຳນວນໜຶ່ງ ເພື່ອຊຸກຍູ້ຂະບວນການ ຂໍ່ານັບຮັບຕ້ອນ ວັນສ້າງຕັ້ງກອງທັບ ຄົບຮອບ 75 ປີ (20 ມັງກອນ 1949 – 20 ມັງກອນ 2024) ທີ່ຈະມາເຖິງນີ້.

ຫຼັງຈາກນັ້ນ, ຄະນະຂອງທ່ານ ລັດຖະມົນຕີ, ຫົວໜ້າ ຫສນຍ ແລະ ເຈົ້າແຂວງໆຜົ້ງສາລີ ກໍ່ໄດ້ສືບຕໍ່ໄປຢ້ຽມຢາມພື້ນຖານການຜະລິດຂອງປະຊາຊົນ ຢູ່ບ້ານເດື່ອ ແລະ ບ້ານຢໍ້, ເມືອງບຸນເໜືອ ທີ່ປູກໝາກຖົ່ວ ແລະ ໝາກອຶ ເປັນສິນຄ້າ ສົ່ງອອກໄປ ສປ ຈີນ ໂດຍໄດ້ເຈາະຈີ້ມຖາມເຖິງຂໍ້ສະດວກ ແລະ ຫຍຸ້ງຍາກ ໃນການຜະລິດ, ລວມທັງ ປັດໃຈ ແລະ ຕ່ອງໂສ້ການຜະລິດ ເຊັ່ນ ຕົ້ນທຶນການຜະລິດ, ແນວພັນພືດ, ຜົນຜະລິດ, ລາຄາຜົນຜະລິດ, ຕະຫຼາດຈຳໜ່າຍ, ການຂົນສົ່ງ, ການຊໍາລະສະສາງ ແລະ ອື່ນໆ.

(ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ).

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments