Saturday, July 27, 2024
Homeຂ່າວໜ້າໜຶ່ງເດັກນ້ອຍໃນເຂດອາຊີຕະເວັນອອກສ່ຽງໃຕ້ມີປະລິມານນໍ້າຕານ ແລະ ເກືອສູງ

ເດັກນ້ອຍໃນເຂດອາຊີຕະເວັນອອກສ່ຽງໃຕ້ມີປະລິມານນໍ້າຕານ ແລະ ເກືອສູງ

ວັນທີ 14 ທັນວາ 2023 ການສຶກສາລ່າສຸດໃນເຂດພາກພື້ນໄດ້ສະແດງໃຫ້ເຫັນວ່າອາຫານທີ່ຜະລິດຂາຍຕາມທ້ອງຕະຫຼາດສໍາລັບເດັກນ້ອຍອາຍຸລະຫວ່າງ 6 ເດືອນ ຫາ 3 ປີ ໃນຂົງເຂດອາຊີຕາເວັນອອກສ່ຽງໃຕ້ ມີປະລິມານນໍ້າຕານ ແລະ ເກືອໃນປະລິມານທີ່ສູງ, ພ້ອມທັງມີການນໍາໃຊ້ສື່ໂຄສະນາຢ່າງກວ້າງຂວາງເພື່ອຊວນເຊື່ອ ແລະ ຫຼອກລວງ, ຂາດຂໍ້ບັງຄັບທີ່ເຄັ່ງຄັດກ່ຽວກັບການປະກອບການ ແລະ ຄ້າຂາຍຜະລິດຕະພັນອາຫານເສີມສໍາລັບເດັກນ້ອຍ.

ການສຶກສານີ້, ແມ່ນໄດ້ຮັບການສະຫນັບສະຫນູນຈາກອົງການສະຫະປະຊາຊາດສໍາລັບເດັກ (UNICEF) ແລະ ຄູ່ຮ່ວມງານ ທີ່ເປັນພາຄີໃນການສົ່ງເສີມການໃຫ້ອາຫານເສີມເດັກນ້ອຍໃນເຂດອາຊີຕາເວັນອອກສ່ຽງໃຕ້ (COMMIT), ໄດ້ມີການປະເມີນອາຫານຫວ່າງ, ອາຫານເສີມສໍາເລັບຮູບສໍາລັບເດັກນ້ອຍຫຼາຍກວ່າ 1,600 ລາຍການ ທີ່ຂາຍຕາມທ້ອງຕະຫຼາດຢູ່ປະເທດກໍາປູເຈ້ຍ, ອິນໂດເນເຊຍ, ລາວ, ມາເລເຊຍ, ຟີລິບປິນ, ໄທ ແລະ ຫວຽດນາມ. ນອກນັ້ນຍັງໄດ້ສຶກສາພຶດຕິກໍາຂອງຜູ້ບໍລິໂພກ ແລະ ລະບຽບການທີ່ມີຢູ່ໃນ 7ປະເທດທີ່ໄດ້ເຮັດການສຶກສາ.

ການສຶກສາຄົ້ນຄວ້າພົບວ່າ ເກືອບເຄິ່ງຫນຶ່ງຂອງຜະລິດຕະພັນທີ່ໄດ້ສຶກສາ (44 ເປີເຊັນ) ໄດ້ເພີ່ມນໍ້າຕານ ແລະ ສານເພີ່ມຄວາມຫວານ ໃສ່ໃນອາຫານຫວ່າງ ແລະ ຂອງກິນຫຼີ້ນຫຼາຍເຖິ່ງ 72 ເປີເຊັນ. ເມື່ອກ່າວເຖິ່ງປະລິມານເກືອ, ຫຼາຍກວ່າຫນຶ່ງສ່ວນສາມຂອງຜະລິດຕະພັນທີ່ໄດ້ສຶກສາແມ່ນເພີ່ມທາດໂຊດຽມ ໃນປະລິມານທີ່ສູງກວ່າຂໍ້ແນະນໍາທີ່ກໍານົດໃວ້.

ຫຼາຍໄປກວ່ານັ້ນ, ເກືອບ 90 ເປີເຊັນ ຂອງສະຫຼາກສິນຄ້າຂອງຜະລິດຕະພັນເຫຼົ່ານັ້ນໄດ້ມີເນື້ອຫາໂຄສະນາຊວນເຊື່ອ ແລະ ຫຼອກລວງຄຸນປະໂຫຍດທາງດ້ານໂພຊະນາການຂອງຜະລິດຕະພັນ. “ໃນ ສ ປ ປ ລາວ, ຜະລິດຕະພັນອາຫານຈໍານວນຫຼາຍທີ່ເລັງໃສ່ລູກຫລ້າຂອງພວກເຮົາແມ່ນບໍ່ພຽງແຕ່ບໍ່ດີຕໍ່ສຸຂະພາບເທົ່ານັ້ນ ແຕ່ຍັງມີສະຫຼາກໂຄສະນາຊວນເຊື່ອຫຼອກລວງນໍາອີກ” ທ່ານນາງ, Pia Rebello Britto ໄດ້ກ່າວວ່າ “ລູກຫຼານຂອງພວກເຮົາ ແລະ ພໍ່ແມ່ຂອງພວກເຂົາມີສິດທີ່ຈະໄດ້ຮັບຂໍ້ມູນທີ່ເປັນຈິງ ແລະ ເລືອກສິງທີ່ດີເພື່ອສຸຂະພາບດີກວ່າ”

ສໍາລັບ ສ ປ ປ ລາວ, ບົດລາຍງານໄດ້ລະບຸໃຫ້ເຫັນສະພາບການກິນອາຫານໃນປັດຈຸບັນທີ່ຍັງຂາດແຄນ ໂດຍສະເພາະແມ່ນຂາດຈຸນລະສານອາຫານ ຫຼື ວິຕາມິນແຮ່ທາດ ແລະ ລວມໄປເຖິ່ງການໄດ້ຮັບອິດທິພົນຈາກການໂຄສະນາຜະລິດຕະພັນອາຫານເສີມສໍາລັບເດັກໃນທ້ອງຕະຫຼາດຊື່ງມີຜົນຕໍ່ການເລືອກຂອງຜູ້ບໍລິໂພກ. ຂໍ້ບົກຜ່ອງຕ່າງໆ ຍັງລວມໄປເຖິ່ງ ກອບວຽກດ້ານລະບຽບການໃນລະດັບປະເທດສໍາລັບການຄ້າຂາຍຜະລິດອາຫານອາຫານເສີມສໍາລັບເດັກ ລວມທັງຊ່ອງຫວ່າງໃນການຄວບຄຸມຕາຕະລາງສະແດງປະເພດ ແລະ ປະລິມານສານອາຫານທີ່ບັນຈຸໃນຜະລິດຕະພັນ, ສະຫຼາກສິນຄ້າ ແລະ ການໂຄສະນາ. ບົດລາຍງານນີ້ຈະຊ່ວຍຊຸກຍູ້ການພັດທະນາມາດຕະຖານແຫ່ງຊາດ ແລະ ຄູ່ມືແນະນໍາທີ່ຄົບຖ້ວນ ເພື່ອຮັບປະກັນໃຫ້ມີການຜະລິດອາຫານເສີມສໍາລັບເດັກທີ່ມີໂພຊະນາການພຽງພໍໃນທ້ອງຕະຫຼາດ ແລະ ມີການສົ່ງເສີມຢ່າງມີຄວາມຮັບຜິດຊອບ.

ການຊື່ຂາຍຜະລິດຕະພັນອາຫານເສີມສໍາລັບເດັກ ແມ່ນເປັນເລື່ອງປົກະຕິສໍາລັບການໃຫ້ອາຫານແກ່ເດັກນ້ອຍໃນອາຊີຕາເວັນອອກ ສ່ຽງໃຕ້, 79 ເປີເຊັນ ຂອງແມ່ທີ່ອາໃສ່ຢູ່ໃນຕົວເມືອງລາຍງານວ່າພວກເຂົາເຈົ້າໃຫ້ອາຫານເຫຼົ່ານີ້ໃຫ້ແກ່ລູກນ້ອຍຂອງພວກເຂົາໃນແຕ່ລະມື້. ໃນທົ່ວເຂດອາຊີຕາເວັນອອກສຽງໃຕ້, ການຄ້າຂາຍອາຫານເສີມສໍາລັບເດັກໄດ້ເຕີບໂຕຂຶ້ນເຖິງ 45 ເປີເຊັນ ໃນ ໄລຍະ 5ປີ ທີ່ຜ່ານມາ.

ດ້ານລະບຽບການຄຸ້ມຄອງ, ການສຶກສາໄດ້ໃຫ້ຂໍ້ສັງກາດວ່າ ໃນບັນດາ 7ປະເທດ ແມ່ນບໍ່ມີປະເທດໃດທີ່ມີນະໂຍບາຍແຫ່ງ ຊາດກ່ຽວກັບການລະບຸປະເພດສານອາຫານທີ່ບັນຈຸ ແລະ ສະຫຼາກສິ່ນຄ້າ ໃສ່ໃນກ໋ອງອາຫານເສີມສໍາລັບເດັກທີ່ຜະລິດອອກມາຂາຍ ໂດຍອີງຕາມມາດຕະຖານສາກົນ. ພົບວ່າຫຼາຍປະເທດບໍ່ມີມາດຕະການ ທີ່ຖືກຕ້ອງຕາມກົດຫມາຍເພື່ອຄວບຄຸມປະລິມານສູງສຸດທີ່ອະນຸຍາດໃຫ້ເພີ່ມນ້ໍາຕານ ຫລື ເກືອ ໃສ່ໃນອາຫານເສີມສາລັບເດັກທີ່ຜະລິດຂາຍຕາມຕະຫຼາດ. ປະເທດທີ່ມີມາດຕະສ່ວນປະລິມານສູງສຸດຂອງນໍ້າຕານ ຫຼື ເກືອ ແມ່ນມັກຈະນໍາໃຊ້ກັບບາງປະເພດເຊັ່ນ: ອາຫານກ໋ອງສໍາເລັດຮູບ(Cereal) ຫຼື ຂອງກິນຫຼີ້ນ ແລະ ເຫັນວ່າສັດສ່ວນແມ່ນສູງກວ່າມາດຕະຖານສາກົນ. ການໄດ້ຮັບນໍ້າຕານຕັ້ງແຕ່ໄວຍັງນ້ອຍສາມາດສົ່ງຜົນໃຫ້ເປັນພະຍາດແຂ້ວແມງ, ນໍ້າໜັກເພີ່ມຂື້ນ ແລະ ພຶດຕິກໍາການກິນທີ່ບໍ່ດີ, ໃນຄະນະດຽວກັນເມື່ອໄດ້ຮັບເກືອໃນປະລິມານທີ່ສູງພາໃຫ້ເປັນຄວາມດັນເລືອດສູງ ຊື່ງມີຜົນຕໍ່ການມີອາຍຸຍືນຍາວ.

ຍັງພົບການອ້າງອີງຢ່າງກວ້າງຂວາງ, ຕາມຂໍ້ມູນກ່ຽວກັບຕາຕະລາງປະເພດ ແລະ ປະລິມານສານອາຫານທີ່ປະກອບຢູ່ໃນຜະລິດຕະພັນເກືອບ 90 ເປີເຊັນທີ່ໄດ້ຮັບການປະເມີນ. ພົບວ່າມີການປະສົມເກືອ ແລະ ໄຂມັນໃນປະລິມານສູງ “ລວມເຖິ່ງຈາກທໍາມະຊາດ”, “ແຫຼ່ງທີ່ດີຂອງວິຕາມິນ”, ແລະ “ບໍ່ມີສ່ວນປະກອບປອມ.” ຍິ່ງໄປກວ່ານັ້ນ, ໃນປະເທດກໍາປູເຈຍ, ຟີລິບປິນ ແລະ ສປປ ລາວ, ຜະລິດຕະພັນສ່ວນໃຫຍ່ແມ່ນໃສ່ຊື່ເປັນພາສາອັງກິດເທົ່ານັ້ນ ຫຼື ບໍ່ມີຄໍາອະທິບາຍເປັນພາສາປະຈໍາຊາດ, ສິ່ງນີ້ພາໃຫ້ພໍ່ແມ່ມີຂໍ້ຈໍາກັດໃນການໄດ້ຮັບຂໍ້ມູນຂ່າວສານເພື່ອພິຈາລະນາກ່ອນຈະເລືອກຊື້ຜະລິດຕະພັນອາຫານເສີມເພື່ອຮັບປະກັນໃຫ້ລູກຫຼານໄດ້ຮັບອາຫານທີ່ມີປະໂຫຍດເພື່ອໂພຊະນາການທີ່ດີຂອງພວກເຂົາ.

UNICEF ແລະ ຮ່ວມງານ ທີ່ເປັນພາຄີໃນການສົ່ງເສີມການໃຫ້ອາຫານເສີມເດັກນ້ອຍ (COMMIT) ຂໍຮຽກຮ້ອງໃຫ້: ປັບປຸງລະບຽບການຄຸ້ມຄອງຂອງລັດຖະບານເພື່ອການຄ້າຂາຍຜະລິດຕະພັນອາຫານເສີມສໍາລັບເດັກ, ລວມເຖິ່ງຂໍ້ຫ້າມໃນການເພິ່ມນໍ້າຕານ ແລະ ສານເພີ່ມຄວາມ, ຈໍາກັດປະລິມານນໍ້າຕານ ແລະ ເກືອ, ແລະ ຫ້ານໂຄສະນາຊວນເຊື່ອ ແລະ ສະຫຼາກສິນຄ້າ, ລັດຖະບານເຂັ້ມງວດໃນການຕິດຕາມກວດກາ ແລະ ປະຕິບັດຢ່າງຈິງຈັງ ກ່ຽວກັບລະບຽບການຄຸ້ມຄອງການຄ້າຂາຍອາຫານເສີມສໍາລັບເດັກນ້ອຍ ແລະ ສົ່ງເສີມສະໜັບສະໜູນໃຫ້ພໍ່ແມ່ເອົາອາຫານທີ່ຫຼາກຫຼາຍໃຫ້ລູກນ້ອຍຂອງເຂົາເຈົ້າກິນ ແລະ ພິຈາລະນາໃຫ້ຖີ່ຖ້ວນການໂຄສະນາທີ່ບໍ່ຖືກຕ້ອງ ແລະ ກວດເບິ່ງສະຫຼາກສິນຄ້າ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments