Saturday, July 27, 2024
Homeຂ່າວໜ້າໜຶ່ງSCG ສານຝັນເຍົາວະຊົນລາວ ສູ່ຄວາມສຳເລັດ ມອບທຶນ Sharing the Dream 2023

SCG ສານຝັນເຍົາວະຊົນລາວ ສູ່ຄວາມສຳເລັດ ມອບທຶນ Sharing the Dream 2023

SCG ຮ່ວມກັບ ກະຊວງສຶກສາທິການ ແລະ ກິລາ ຈັດງານມອບທຶນການສຶກສາໃນໂຄງການ Sharing the Dream ປະຈຳປີ 2023 ໃຫ້ກັບນັກຮຽນມັດທະຍົມຕອນປາຍ ແລະ ນັກສຶກສາລະດັບປະລິນຍາຕີໃນ ສປປ ລາວ ໂດຍໃນປີນີ້ ມີນັກຮຽນ ແລະ ນັກສຶກສາໄດ້ຮັບທຶນລວມທັງໝົດ 210 ຄົນ ແບ່ງອອກເປັນ ນັກຮຽນມັດທະຍົມຕອນປາຍໃນນະຄອນຫຼວງວຽງຈັນ ແລະ ແຂວງຄຳມ່ວນ ແຂວງລະ 100 ຄົນ ແລະ ນັກສຶກສາລະດັບປະລິນຍາຕີທີ່ຜ່ານການຄັດເລືອກຈາກທົ່ວປະເທດອີກ 10 ຄົນ ອັນເປັນສ່ວນໜຶ່ງຂອງໂຄງການສະໜັບສະໜູນເຍົາວະຊົນຜູ້ມີຄວາມມຸ່ງໝັ້ນຕັ້ງໃຈສຶກສາຮ່ຳຮຽນ ແຕ່ຂາດໂອກາດທາງການສຶກສາ ອັນເນື່ອງມາຈາກຂາດແຄນເງິນທຶນ ເຊິ່ງ SCG ມຸ່ງໝັ້ນທີ່ຈະສືບຕໍ່ທົ່ວທັງພາກພື້ນອາຊຽນ.

“ເປັນໄລຍະເວລາ 12 ປີ ທີ່ SCG ໄດ້ດຳເນີນໂຄງການ Sharing the Dream ໃນ ສປປ ລາວ ເພື່ອເນັ້ນຫຼຸດຄວາມເຫຼື່ອມລ້ຳໃນສັງຄົມ ຕາມກົນລະຍຸດ ESG 4 Plus ໂດຍສະໜັບສະໜູນທຶນການສຶກສາແກ່ເດັກນ້ອຍ ແລະ ເຍົາວະຊົນທີ່ມີຄວາມປະພຶດດີ ມີຄວາມມຸ່ງໝັ້ນທີ່ຈະສຶກສາຕໍ່ ແຕ່ຂາດແຄນທຶນຮອນ ໂດຍບໍ່ມີພາລະຜູກພັນຕ້ອງໃຊ້ຄືນ ເນື່ອງດ້ວຍການສຶກສາຄືຮາກຖານທີ່ສຳຄັນໃນການພັດທະນາສັກກະຍະພາບຂອງມະນຸດ ແລະ ການກ້າວໄປສູ່ຄວາມສຳເລັດ ເຊິ່ງຈະເປັນກຳລັງສຳຄັນໃນການພັດທະນາປະເທດຊາດໃຫ້ຍືນຍົງຕໍ່ໄປ ຂ້າພະເຈົ້າຂໍຂອບໃຈທາງກະຊວງສຶກສາ ສປປ ລາວ ແລະ ຜູ້ອຳນວຍການໂຮງຮຽນທຸກທ່ານ ທີ່ຮ່ວມເປັນສ່ວນໜຶ່ງໃນການດຳເນີນໂຄງການນີ້” ທ່ານ ປະຣະເມດ ນິສາຄອນເສນ ຜູ້ຈັດການໃຫຍ່-ດິສທຣິບິວຊັ່ນ ແອນດ໌ ຣີເທລ ທຸລະກິດຊີມັງ ແລະ ຜະລິດຕະພັນກໍ່ສ້າງ SCG ກ່າວ

SCG ເຊື່ອວ່າການສະໜັບສະໜູນການສຶກສາ ເປັນການຊ່ວຍຫຼຸດຄວາມເຫຼື່ອມລ້ຳ ແລະ ແກ້ບັນຫາທາງສັງຄົມໄດ້ໃນໄລຍະຍາວ ເພາະເປັນໂອກາດທີ່ເຮັດໃຫ້ເຍົາວະຊົນໄດ້ມີສັກກະຍະພາບ ແລະ ມີຄວາມພ້ອມໃນການປະກອບອາຊີບເພື່ອລ້ຽງດູຕົນເອງ ຄອບຄົວ ແລະ ເປັນກຳລັງສຳຄັນໃນການພັດທະນາປະເທດຊາດ ຂັບເຄື່ອນໄປສູ່ອະນາຄົດທີ່ຍືນຍົງ ເຊິ່ງ SCG ໄດ້ດໍາເນີນການມອບທຶນການສຶກສາໃນໂຄງການ Sharing the Dream ໃຫ້ກັບນັກຮຽນທົ່ວພາກພື້ນອາຊຽນກວ່າ 5,000 ຄົນ ໃນແຕ່ລະປີ

ສຳລັບກົນລະຍຸດ  ESG 4 Plus ຂອງ SCG ນັ້ນ ເປັນແນວທາງການດໍາເນີນທຸລະກິດດ້ວຍຄວາມຮັບຜິດຊອບຕໍ່ສັງຄົມ ຊຸມຊົນ ແລະ ສິ່ງແວດລ້ອມມາຢ່າງຕໍ່ເນື່ອງ ປະກອບດ້ວຍ 1. Net Zero 2. GO Green 3. Lean ເຫຼື່ອມລໍ້າ ແລະ 4. ເນັ້ນຮ່ວມມື ໂດຍຍຶດຫຼັກຄວາມເຊື່ອໝັ້ນ ແລະ ໂປ່ງໃສ ເປັນຫົວໃຈໃນການດຳເນີນທຸລະກິດ ເພື່ອສົ່ງມອບໂລກໃຫ້ໜ້າຢູ່ ແລະ ຍືນຍົງໃຫ້ຄົນຮຸ່ນຕໍ່ໄປ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments