Sunday, September 8, 2024
Homeຂ່າວພາຍໃນໂຫດຮ້າຍ! 11 ເດືອນອຸບັດຕິເຫດຂ້າຊີວິດຄົນລາວແລ້ວ 800 ຄົນ

ໂຫດຮ້າຍ! 11 ເດືອນອຸບັດຕິເຫດຂ້າຊີວິດຄົນລາວແລ້ວ 800 ຄົນ

ຍິ່ງທາງດີຍິ່ງຂັບໄວອູບັດຕິເຫດຫຼາຍຂຶ້ນຕິກໆ ທັ້ງທີ່ບ້ານເຮົາຖ້າທຽບໃສ່ປະເທດອື່ນທີ່ມີປະຊາຊົນ ມີລົດຫຼາຍແມ່ນຍັງຖືວ່າ ຈຳນວນພາຫະນະເບົາບາງຢູ່ແຕ່ ໃນ 11 ເດືອນຜ່ານມາກັບມີຄົນທີ່ຮັກຫຼາຍຄອບຄົວຕ້ອງອຳລາພາຈາກໄປເຖິງ 800 ກວ່າຄົນແລ້ວ.

ອີງຕາມລາຍງານຂ່າວ ໃນວັນທີ 13/12/2023 ນີ້ ໃຫ້ຮູ້ວ່າ ສະຖິຕິການເກີດ ອຸປະຕິເຫດ ທາງລົດ ຢູ່ ສປປ ລາວ ໄລຍະເວລາ 11 ເດືອນ ແຕ່ເດືອງມັງກອນ ເຖິງເດືອນ ພະຈິກ 2023 ນີ້ ມີຜູ້ເສຍຊີວິດຢູ່ລາວ ແລ້ວ ຫຼາຍກ່ວາ 800 ຄົນ, ໄດ້ຮັບບາດເຈັບ ຫຼາຍກ່ວາ 1,000 ຄົນ ຈາກ ອຸປະຕິເຫດ ທາງລົດ ທີ່ເກີດຂຶ້ນ ທັງໝົດ 6,182 ຄັ້ງ, ເຮັດໃຫ້ ພາຫະນະຂັບຂີ່ ເປ່ເພທັງໝົດ 10,926 ຄັນ, ສ້າງຄວາມເສຍຫາຍ ຫຼາຍກ່ວາ 131 ຕື້ກີບ !!!

ອີກບໍ່ດົນຈະຮອດປີໃໝ່ສາກົນແລ້ວ ເປັນໄລຍະທີ່ຫຼາຍໆຄົນຂຶ້ນແຜນກັບເມືອຢາມບ້ານ, ໄປທ່ອງທ່ຽວກັບຄອບຄົວ ໝູ່ຄູ່ກັບສຳນັກງານຫ້ອງການ ກໍຂໍໃຫ້ທຸກຄົນຂັບລົດດ້ວຍຄວາມລະມັດລະວັງ ບໍ່ໄວຫຼາຍ ເມົາບໍ່ຂັບ ເມື່ອຍຕ້ອງພັກກ່ອນ ເພື່ອຄວາມປອດໄພຂອງທຸກໆທ່ານ.

ຂອບໃຈຂໍ້ມູນຈາກ: ໜັງສືພິມ VientianeTimes

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments