Saturday, July 27, 2024
Homeຂ່າວໜ້າໜຶ່ງເຜີຍແຜ່ການເປັນປະທານອາຊຽນຂອງ ສປປ ລາວ ປີ 2024 ໃຫ້ບັນດາແຂວງ ພາກກາງ ພາກໃຕ້.

ເຜີຍແຜ່ການເປັນປະທານອາຊຽນຂອງ ສປປ ລາວ ປີ 2024 ໃຫ້ບັນດາແຂວງ ພາກກາງ ພາກໃຕ້.

ກອງປະຊຸມເຜີຍແຜ່ການເປັນປະທານອາຊຽນຂອງ ສປປ ລາວ ປີ 2024 ໃຫ້ບັນດາແຂວງພາກກາງ ແລະ ພາກໃຕ້, ໄດ້ຈັດຂື້ນໃນຕອນເຊົ້າຂອງວັນທີ 12 ທັນວາ 2023 ທີ່ແຂວງຈໍາປາສັກ. ໂດຍການເປັນປະທານຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ຮອງປະທານ, ຜູ້ປະຈໍາການຄະນະຊີ້ນໍາລະດັບຊາດ ເພື່ອກະກຽມ ແລະ ດຳເນີນການເປັນປະທານອາຊຽນ ຂອງ ສປປ ລາວ, ໂດຍມີບັນດາເຈົ້າແຂວງ, ການນຳຫຼັກແຫຼ່ງຈາກບັນດາແຂວງພາກກາງ ແລະ ພາກໃຕ້ ຕະຫຼອດຮອດ ນັກສຶກສາ ປັນຍາຊົນ ເຂົ້າຮ່ວມ.

ຈຸດປະສົງຂອງກອງປະຊຸມເຜີຍແຜ່ຄັ້ງນີ້ ແມ່ນເພື່ອສົ່ງເສີມຄວາມຮັບຮູ້ ແລະ ເຂົ້າໃຈ ໃຫ້ແກ່ບັນດາຜູ້ເຂົ້າຮ່ວມ ກ່ຽວກັບ ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ໂດຍໄດ້ເນັ້ນເຖິງຄວາມໝາຍຄວາມສໍາຄັນໃນການເປັນປະທານອາຊຽນ ກໍຄືການຄັດເລືອກເອົາຄຳຂວັນ ແລະ ບູລິມະສິດ ພາຍໃຕ້ການເປັນປະທານ ຂອງ ສປປ ລາວ, ລວມທັງການກຽມຄວາມພ້ອມໃນດ້ານຕ່າງໆ ເພື່ອຮັບປະກັນຜົນສໍາເລັດຂອງການເປັນເຈົ້າພາບ ແລະ ປະທານອາຊຽນ ຂອງ ສປປ ລາວ ໃນປີ 2024.

ໃນກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ຮັບຟັງການເຜີຍແຜ່ກ່ຽວກັບຄວາມໝາຍຄວາມສຳຄັນ ແລະ ເປົ້າໝາຍໃນການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024, ລວມທັງຄຳຂວັນການເປັນປະທານອາຊຽນຂອງ ສປປ ລາວ ຄື: “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ ອາຊຽນ” ແລະ ບັນດາບູລິມະສິດປີ່ນອ້ອມການສົ່ງເສີມການເຊື່ອມຈອດ ແລະ ການສົ່ງເສີມຄວາມເຂັ້ມແຂງ ກໍຄື ພາຍໃຕ້ 3 ເສົາຄໍ້າອາຊຽນຄື: ເສົາຄໍ້າປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ, ເສົາຄໍ້າປະຊາຄົມເສດຖະກິດອາຊຽນ ແລະ ເສົາຄໍ້າປະຊາຄົມວັດທະນະທໍາ-ສັງຄົມອາຊຽນ. ພ້ອມນີ້, ທ່ານ ປະທານ ຍັງໄດ້ຍົກໃຫ້ເຫັນບົດບາດອັນສໍາຄັນຂອງ ສປປ ລາວ ໃນການເປັນປະທານກອງປະຊຸມທີ່ສໍາຄັນໃນລະດັບຕ່າງໆ ໂດຍສະເພາະລະດັບຜູ້ນໍາຂອງປະເທດສະມາຊິກອາຊຽນ ແລະ ກອງປະຊຸມລະດັບຜູ້ນຳ ລະຫວ່າງ ອາຊຽນ ແລະ ຄູ່ເຈລະຈາ ຊຶ່ງ ສປປ ລາວ ຈະໄດ້ນໍາພາ ແລະ ເຮັດວຽກຮ່ວມກັບປະເທດສະມາຊິກອາຊຽນ ໃນການປຶກສາຫາລືການຮ່ວມມືໃນຂົງເຂດຕ່າງໆ ແລະ ການຮັບຮອງບັນດາເອກະສານອາຊຽນທີ່ສໍາຄັນ ແລະ ການຈັດຕັ້ງປະຕິບັດບັນດາກິດຈະກຳ ພາຍໃຕ້ຂອບການຮ່ວມມືອາຊຽນ ເພື່ອນໍາຜົນປະໂຫຍດສູງສຸດມາສູ່ອາຊຽນ ເວົ້າລວມ ເວົ້າສະເພາະແມ່ນ ສປປ ລາວ.

ສປປ ລາວ ເຂົ້າເປັນສະມາຊິກ ອາຊຽນ ໃນວັນທີ 23 ກໍລະກົດ 1997. ໃນໄລຍະຜ່ານມາ ສປປ ລາວ ເຄີຍໄດ້ຮັບກຽດເປັນປະທານ ອາຊຽນ ມາແລ້ວ 2 ຄັ້ງຄື: ຄັ້ງທຳອິດ ໃນປີ 2004-2005 ແລະ ຄັ້ງທີ 2 ໃນປີ 2016. ສຳລັບການເປັນປະທານ ອາຊຽນ ຄັ້ງທີ 3 ຂອງ ສປປ ລາວ ໃນຄັ້ງນີ້ ແມ່ນຈະເລີ່ມແຕ່ ວັນທີ 1 ມັງກອນ ເຖິງ ວັນທີ 31 ທັນວາ 2024. ການດຳເນີນການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ແມ່ນຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມລາວ ທັງພາກລັດ, ພາກເອກະຊົນ ແລະ ພໍ່ແມ່ປະຊາຊົນ ນັບແຕ່ສູນກາງຈົນຮອດທ້ອງຖິ່ນ ພ້ອມກັນເປັນເຈົ້າພາບທີ່ດີ ເພື່ອໃຫ້ການເປັນປະທານອາຊຽນຂອງ ສປປ ລາວ ສາມາດບັນລຸຈຸດປະສົງ ແລະ ເປົ້າໝາຍທີ່ ວາງອອກ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments