Sunday, September 8, 2024
Homeຂ່າວໜ້າໜຶ່ງສະຫລອງຄົບຮອບ 20 ປີ ຜົນສຳເລັດການຂຸດຄົ້ນ-ຜະລິດບໍ່ຄຳ-ທອງ ເຊໂປນ

ສະຫລອງຄົບຮອບ 20 ປີ ຜົນສຳເລັດການຂຸດຄົ້ນ-ຜະລິດບໍ່ຄຳ-ທອງ ເຊໂປນ

ບໍລິສັດ ລ້ານຊ້າງ ມິເນໂຣນສ໌ ຈໍາກັດ (ລຊມລ) ສະເຫລີມສະຫລອງຄົບຮອບ 20 ປີແຫ່ງ ຄວາມສຳເລັດໃນການຂຸດຄົ້ນ-ຜະລິດບໍ່ຄຳ-ທອງ ເຊໂປນ ໃນວັນທີ 8 ທັນວາ 2023 ຜ່ານມາໂດຍມີ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ພ້ອມດ້ວຍບັນດາລັດຖະ ມົນຕີ, ຮອງລັດຖະມົນຕີ, ຄະນະບໍລິຫານບໍລິສັດ ຊືເຟິງ ໂກນລ໌, ຜູ້ບໍລິຫານ ລຊມລ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ຫວາງ ຈຽນຫົວ, ປະທານ ບໍລິສັດ ຊືເຟິງ ໂກນ ໄດ້ໃຫ້ຮູ້ວ່າ: 20 ປີຜ່ານມາ ລຊມລ ໄດ້ເປັນສັນຍາລັກຂອງການຂຸດຄົ້ນບໍ່ແຮ່ ແລະ ການເຕີບໂຕທີ່ດີເລີດຢູ່ ສປປ ລາວ ໄດ້ຮັກສານາມມະຍົດຂອງບໍລິສັດຂັ້ນ A+ ໂຄງການບໍ່ຄຳ-ທອງ ເຊໂປນ ມີຄວາມພະຍາຍາມສຸດຄວາມສາມາດ ເພື່ອສົ່ງເສີມການພັດທະນາແບບຍືນຍົງ ແລະ ການເປັນຜູ້ນຳດ້ານສິ່ງແວດລ້ອມ ໃນອຸດສາຫະກຳບໍ່ແຮ່, ລວມເຖິງການຈັດຕັ້ງປະຕິບັດວຽກງານຟື້ນຟູ ແລະ ຕິດຕາມສິ່ງແວດລ້ອມຢ່າງເຂັ້ມງວດ. ສະນັ້ນ, ໂຄງການບໍ່ຄຳ-ທອງ ເຊໂປນ ຈຶ່ງກາຍເປັນຜູ້ຜະລິດຄຳ ແລະ ທອງ ທີ່ໃຫຍ່ ແລະ ມີຄວາມຍືນຍົງທີ່ສຸດຢູ່ ສປປ ລາວ ເຊິ່ງໄດ້ລົງທຶນຫລາຍກວ່າ 55 ລ້ານໂດລາສະຫະລັດ, ໃນການປັບປຸງໂຄງລ່າງພື້ນຖານ 34 ລ້ານໂດລາສະຫະລັດ, ການສ້າງຕາຂ່າຍໄຟຟ້າແຫ່ງຊາດ ຈາກເມືອງທ່າແຂກ ຫາ ເມືອງມະຫາໄຊ ຜ່ານບໍ່ຄຳ-ທອງ ເຊໂປນ ເພື່ອຊື້ໄຟຟ້າ ຈາກລັດວິສາຫະກິດໄຟຟ້າລາວ, ຂະຫຍາຍໂຄງການພັດທະນາຊຸມຊົນໄປຍັງເຂດຊົນນະບົດ ແລະ ເກັບກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງໃນ ສປປ ລາວ.

ລຊມລ ເປັນ ບໍລິສັດບໍ່ແຮ່ທີ່ຂຶ້ນທະບຽນທີ່ ສປປ ລາວ ໂດຍບໍລິສັດ ຊືເຟິງ ຈີຫລົງ ໂກນລ໌ ມາຍນິງ ຖືຫຸ້ນ 90% ແລະ ລັດຖະບານລາວ 10% ເຊິ່ງໄດ້ປະສານສົມທົບກັບຫລາຍກະຊວງ ສະ ແດງໃຫ້ເຫັນວ່າລັດຖະບານ ແລະ ບໍລິສັດເອກະຊົນ ເຮັດວຽກຮ່ວມກັນເພື່ອຜົນປະໂຫຍດຂອງສ່ວນ ລວມ ນັບແຕ່ເລີ່ມດຳເນີນງານ ປີ 2003 ບໍ່ຄຳ-ທອງ ເຊໂປນ ໄດ້ຜະລິດຄຳ ຫລາຍກວ່າ 1,5 ລ້ານອອນ ທອງ 1,1 ລ້ານໂຕນ ໄດ້ສ້າງລາຍຮັບໂດຍກົງຫລາຍກວ່າ 1,7 ຕື້ໂດລາສະຫະລັດ ໃຫ້ລັດຖະບານລາວ ຜ່ານການຈ່າຍພາສີ, ອາກອນ, ຄ່າຊັບພະຍາກອນແຮ່ທາດ ແລະ ເງິນປັນຜົນ. ນອກນີ້, ຍັງໄດ້ສ້າງຜົນປະໂຫຍດທາງອ້ອມ ຜ່ານການສ້າງວຽກເຮັດງານທຳ, ຝຶກອົບຮົມ, ການພັດທະນາຊຸມຊົນ, ການຈ້າງງານ ແລະ ສ້າງລາຍໄດ້ໃຫ້ຄູ່ຮ່ວມທຸລະກິດ ແລະ ຜູ້ສະໜອງທ້ອງຖິ່ນ.

ສຳລັບໂຄງການພັດທະນາຊຸມຊົນ ຂອງບໍ່ຄຳ-ທອງ ເຊໂປນ ໄດ້ສະໜອງງົບປະມານຫລາຍກວ່າ 20 ລ້ານໂດລາສະຫະລັດ ໃຫ້ປະຊາຊົນ 40.000 ຄົນ, ພ້ອມນີ້ຍັງໄດ້ສ້າງຜົນປະໂຫຍດໃຫຍ່ຫລວງໃຫ້ເມືອງວິລະບູລີ ແລະ ສ້າງລາຍຮັບໃຫ້ກຸ່ມນັກທຸລະກິດທ້ອງຖິ່ນເຖິງ 50 ລ້ານໂດລາສະຫະລັດ.

ຂ່າວ: ກິດຕາ

ພາບ: ເກດສະໜາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments