Saturday, July 27, 2024
Homeແຈ້ງການສໍາຄັນສະພາບອາກາດ ວັນທີ 11 ທັນວາ 2023

ສະພາບອາກາດ ວັນທີ 11 ທັນວາ 2023

ສະພາບອາກາດ ເວລາ 12:00 ໂມງ ຂອງວັນທີ 11 ທັນວາ 2023, ຄວາມກົດດັນສູງຂອງອາກາດເຢັນໄດ້ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງອ່ອນ, ສົມທົບກັບກະແສລົມຕາເວັນອອກພັດປົກຄຸມ. ຊຶ່ງຈະເຮັດໃຫ້ອາກາດເຢັນໃນຕອນເຊົ້າຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ພ້ອມມີໝອກບາງປົກຫຸ້ມ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນແຂວງພາກເໜືອ, ສໍາລັບແຂວງພາກກາງ ແລະ ພາກໃຕ້ອາກາດຮ້ອນ ພ້ອມຈະມີລົມພັດແຮງເປັນບາງໂອກາດ.

ລາຍງານຂໍ້ມນູອຸຕຸກະເສດ ໃນໄລຍະວັນທີ 11 ຫາ 17 ທັນວາ 2023. ໃນໄລຍະໜຶ່ງອາທິດຂ້າງໜ້າແມ່ນບໍ່ມີຄວາມສ່ຽງຢູ່ໃນເຂດເມືອງຄຳ ແຂວງຊຽງຂວາງ. ເລີ່ມຕົກກ້ານາແຊງ ພືດຜັກແມ່ນຢູ່ໃນໄລຍະຈະເລີນເຕີບໂຕ. ດັ່ງນັ້ນກະສິກອນຄວນເອົາໃຈໃສ່ຕິດຕາມ ແລະ ເພີ່ມທະວີການນຳໃຊ້ມາດຕະການທີ່ເໜາະສົມສໍາລັບພະຍາດໃບຈຸດສີນ້ຳຕານ, ພະຍາດໃບໄໜ ມີຄວາມສ່ຽງສູງ, ເພັ້ຍຈັກຈັ່ນສີນ້ຳຕານ, ເພັ້ຍຈັກຈັ່ນສີຂຽວ, ບົ້ງຫໍ່ລຳຕົວ, ແມງບົວ, ບົ້ງຮໍາໃບ, ດ້ວງກໍສີເຫລືອງທີ່ມີຄວາມສ່ຽງປານກາງ ໃຫ້ກະສິກອນກວດກາຄວາມຊຸ່ມຂອງດີນ, ຫລີກລ່ຽງການຫົດນ້ຳຫລາຍ ແລະ ຮັກສາລະດັບນ້ຳໃຫ້ຕ່ຳເພື່ອຫລຸດຜ່ອນຄວາມສ່ຽງຕໍ່ພະຍາດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments