Saturday, July 27, 2024
Homeຂ່າວພາຍໃນເປີດກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາປະຊາຊົນ ນວ ຊຸດທີ II

ເປີດກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາປະຊາຊົນ ນວ ຊຸດທີ II

ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ (ນວ) ຊຸດທີ II ໄດ້ເປີດຂຶ້ນຢ່າງເປັນທາງການໃນວັນທີ 5 ທັນວາ ນີ້ ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນປະທານຂອງ ທ່ານ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ, ມີບັນດາສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ, ບັນດາທ່ານສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.

ທ່ານ ອານຸພາບ ຕຸນາລົມ ໄດ້ກ່າວເປີດກອງປະຊຸມ ວ່າ: ກອງປະຊຸມຄັ້ງນີ້, ຈະໄດ້ພິຈາລະນາຮັບຮອງເອົາບັນດາເນື້ອໃນທີ່ສໍາຄັນ ຄື:

1. ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງທ່ານເຈົ້າຄອງນະຄອນຫຼວງວຽງຈັນ ກ່ຽວກັບຜົນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານປະຈໍາປີ 2023 ແລະ ທິດທາງແຜນການປະຈໍາປີ 2024 ຂອງນະຄອນຫຼວງວຽງຈັນ, ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດໃນໄລຍະປີ 2021-2023 ຢູ່ນະຄອນຫຼວງວຽງຈັນ;

2. ພິຈາລະນາ ແລະ ຮັບຮອງເອົາຮ່າງຂໍ້ຕົກລົງຂອງທ່ານເຈົ້າຄອງນະຄອນຫຼວງວຽງຈັນ ຈໍານວນ 2ສະບັບ ຄື:

1) ຮ່າງຂໍ້ຕົກລົງ ວ່າດ້ວຍການກໍານົດລາຄາຫົວໜ່ວຍຊົດເຊີຍທົດແທນຄ່າເສຍຫາຍຂອງໂຄງການກໍ່ສ້າງປ້ອງກັນຕາຝັ່ງ ແລະ ພັດທະນາແຄມຂອງໄລຍະ II;

2) ຮ່າງຂໍ້ຕົກລົງ ວ່າດ້ວຍກອງທຶນພັດທະນາກິລາ-ກາຍຍະກໍາ ນະຄອນຫຼວງວຽງຈັນ.

3. ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຜົນການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2023 ແລະ ທິດທາງແຜນການເຄື່ອນໄຫວວຽກງານປະຈໍາປີ 2024 ຂອງອົງການກວດສອບປະຈໍາພາກກາງ; ຜົນການກວດສອບປະຈໍາປີ 2022 ຂອງອົງການກວດສອບປະຈໍາພາກກາງ 1;

4. ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງອົງການກວດກາລັດນະຄອນຫຼວງກ່ຽວກັບຜົນການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2023 ແລະ ທິດທາງແຜນການປະຈໍາປີ 2024, ຜົນການກວດກາຕາມຜົນການກວດສອບປີ 2018 ແລະ ປີ 2022;

5. ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຜົນການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2023 ແລະ ທິດທາງແຜນການປະຈໍາປີ 2024 ຂອງອົງການໄອຍະການປະຊາຊົນພາກກາງ ແລະ ອົງການໄອຍະການປະຊາຊົນນະຄອນຫຼວງວຽງຈັນ;

6. ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຜົນການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2023 ແລະ ທິດທາງແຜນການປະຈໍາປີ 2024 ຂອງສານປະຊາຊົນພາກກາງ ແລະ ສານປະຊາຊົນນະຄອນຫຼວງວຽງຈັນ;

7. ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຜົນການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2023 ແລະ ທິດທາງແຜນການປະຈໍາປີ 2024 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນຊຸດທີ II ຕິດພັນກັບແຜນການເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງເພື່ອເຜີຍແຜ່ຜົນສໍາເລັດກອງປະຊຸມສະ ໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ IX ແລະ ສະພາປະຊາຊົນນະຄອນຫຼວງຊຸດທີ II;

8. ຮັບຟັງການປະກອບຄໍາເຫັນຂອງອົງການແນວລາວສ້າງຊາດນະຄອນຫຼວງຕໍ່ຜົນການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍປີ 2023 ແລະ ທິດທາງແຜນການປະຈໍາປີ 2024 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ;

9. ຮັບຟັງການຊີ້ແຈງບາງບັນຫາສໍາຄັນ ແລະ ພົ້ນເດັ່ນຂອງນະຄອນຫຼວງຈໍານວນໜຶ່ງເປັນຕົ້ນ:

1) ວິທີການ, ມາດຕະການໃນການຊຸກຍູ້ສົ່ງເສີມ ແລະ ຂະຫຍາຍແຫຼ່ງລາຍຮັບໃໝ່ຂອງນະຄອນຫຼວງວຽງຈັນ ທີ່ຕິດພັນກັບຂົງເຂດກະສິກໍາ ແລະ ປ່າໄມ້, ຂົງເຂດອຸດສາຫະກໍາ ແລະ ການຄ້າ, ຂົງເຂດຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແລະ ຂົງເຂດເສດຖະກິດພິເສດ;

2) ກົນໄກ, ມາດຕະການສົ່ງເສີມ ແລະ ປົກປ້ອງການຜະລິດພາຍໃນລວມທັງການແບ່ງຄວາມຮັບຜິດຊອບຂອງພາກສ່ວນກ່ຽວຂ້ອງໃນການຈັດຕັ້ງປະຕິບັດ;

3) ການຈັດຕັ້ງປະຕິບັດຜັງເມືອງ ແລະ ມາດຕະການຄຸ້ມຄອງຜັງເມືອງຢູ່ນະຄອນຫຼວງວຽງຈັນ;

4) ການຄຸ້ມຄອງຄົນຕ່າງປະເທດຢູ່ນະຄອນຫຼວງວຽງຈັນ;

5) ການຄຸ້ມຄອງ, ຕິດຕາມກວດກາການສຶກສາສໍາຫຼວດ, ຂຸດຄົ້ນ ຫຼື ສໍາປະທານແຮ່ເກືອໂປຕັສ (ເກືອກາຣີ) ຢູ່ນະຄອນຫຼວງວຽງຈັນ;

6) ການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍໃນສັງຄົມເພື່ອຕ້ອນຮັບການເປັນເຈົ້າພາບກອງປະຊຸມສຸດຍອດອາຊຽນ ແລະ ປີທ່ອງທ່ຽວລາວ 2024 ແລະ ການແກ້ໄຂບັນຫາເລື່ອງປ້າຍທີ່ບໍ່ຖືກຕ້ອງຢູ່ນະຄອນຫຼວງ.

ນອກຈາກບັນດາເນື້ອໃນທີ່ກ່າວມາຂ້າງເທິງແລ້ວກອງປະຊຸມຍັງຈະໄດ້ຮັບຟັງການຊີ້ແຈງບາງບັນຫາພົ້ນເດັ່ນທີ່ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນນະຄອນຫຼວງຍົກຂຶ້ນ ຫຼື ຊັກຖາມໃນກອງປະຊຸມ ຈາກອົງການປົກຄອງ, ສານປະຊາຊົນ, ອົງການໄອຍະການປະຊາຊົນ ແລະ ພາກສ່ວນກ່ຽວຂ້ອງຕື່ມອີກ.

(ຂ່າວ-ພາບ: ແສງຈັນ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments