Home ຂ່າວພາຍໃນ ບົດຖະແຫຼງການຂອງ ປະທານຄະນະກໍາມະການອະໄພຍະໂທດ ລະດັບຊາດ ປະຈໍາປີ 2023

ບົດຖະແຫຼງການຂອງ ປະທານຄະນະກໍາມະການອະໄພຍະໂທດ ລະດັບຊາດ ປະຈໍາປີ 2023

0
110

– ບັນດາທ່ານ ຄະນະນຳສູນກາງພັກ, ລັດຖະບານ ທີ່ເຄົ່າລົບ ແລະ ນັບຖື!

– ບັນດາທ່ານ ຄະນະກໍາມະການອະໄພຍະໂທດ ລະດັບຊາດ, ຄະນະກໍາມະການອະໄພຍະໂທດ ຂັ້ນກະຊວງ, ແຂວງ, ນະຄອນຫຼວງ ຕະຫຼອດຮອດພໍ່ແມ່ປະຊາຊົນລາວ ບັນດາເຜົ່າ ທີ່ນັບຖື ແລະ ຮັກແພງ!

ໃນທ່າມກາງບັນຍາກາດ ທີ່ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ແລະ ປະຊາຊົນລາວບັນດາເຜົ່າ ພວມຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ກາງສະໄໝ ຄັ້ງທີ IX ແລະ ການສະຫຼຸບຜົນການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ແຕ່ປີ 2021 ຫາ 2023 ຄື: ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ເຂົ້າສູ່ຊີວິດຕົວຈິງ, ຊຶ່ງໄດ້ຮັບການສະໜັບສະໜູນຢ່າງກວ້າງຂວາງ ໃນທົ່ວສັງຄົມ.

ມື້ນີ້, ຂ້າພະເຈົ້າ ຮູ້ສຶກເປັນກຽດ ທີ່ໄດ້ຖະແຫຼ່ງການ ກ່ຽວກັບການໃຫ້ອະໄພຍະໂທດ ປະຈໍາປີ 2023 ແລະ ໃນນາມປະທານຄະນະກໍາມະການອະໄພຍະໂທດລະດັບຊາດ ຂໍສະແດງຄວາມຊົມເຊີຍ ມາຍັງບັນດາສະຫາຍ ໃນຄະນະກໍາມະການອະໄພຍະໂທດ ແຕ່ສູນກາງຮອດທ້ອງຖິ່ນ ແລະ ຜູ້ທີ່ມີສ່ວນຮ່ວມ; ໂດຍສະເພາະ ບັນດາສະຫາຍ ທີ່ເຮັດວຽກໃນຂົງເຂດປົກປ້ອງກົດໝາຍ, ຂົງເຂດຕຸລາການ, ຂົງເຂດຍຸຕິທໍາ ທີ່ມີຄວາມຮັບຜິດຊອບໂດຍກົງຕໍ່ວຽກງານນີ້.

– ບັນດາທ່ານ ທີ່ມີກຽດ, ພໍ່ແມ່ປະຊາຊົນລາວບັນດາເຜົ່າ ທີ່ນັບຖື ແລະ ຮັກແພງ!

ວຽກງານອະໄພຍະໂທດ ແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນ ຊຶ່ງສະແດງໃຫ້ເຫັນແນວ ທາງນະໂຍບາຍອັນຖືກຕ້ອງ ແລະ ເປັນທໍາຂອງພັກ, ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເພື່ອໃຫ້ຜູ້ທີ່ຫຼົງຜິດ ໄດ້ກໍ່ສ້າງ, ປັບປຸງຕົນເອງໃຫ້ກາຍເປັນພົນລະເມືອງທີ່ດີຂອງຊາດ, ແນໃສ່ເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ; ສ້າງເງຶ່ອນໄຂໃຫ້ເຂົາເຈົ້າ ໄດ້ມີການປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃຫ້ມີຄວາມມັ່ງຄັ່ງເຂັ້ມແຂງ ປະຊາຊົນຮັ່ງມີຜາສຸກ, ສັງຄົມມີຄວາມສະຫງົບ, ຍຸຕິທໍາ ແລະ ສີວິໄລ.

ອີງຕາມລັດຖະທໍາມະນູນ ແລະ ລັດຖະບັນຍັດ ຂອງປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ວ່າດ້ວຍການໃຫ້ອະໄພຍະໂທດ ສະບັບເລກທີ 001/ປປທ, ລົງວັນທີ 20 ມີນາ 2018 ແລະ ເພື່ອປະຕິບັດແນວທາງນະໂຍບາຍມະນຸດສະທໍານັ້ນ, ໃນແຕ່ລະປີ ລັດຖະບານ ໄດ້ມີການໄດ້ມີການຄົ້ນຄ້ວາ, ນຳສະເໜີອະໄພຍະໂທດ, ຜ່ອນໂທດໃຫ້ແກ່ນັກໂທດທີ່ເປັນຄົນລາວ ແລະ ນັກໂທດທີ່ເປັນຄົນຕ່າງປະເທດ ທີ່ມີການປະພຶດດີ, ມີຄວາມກ້າວໜ້າ, ຮູ້ສຶກກິນແໜງແຄງໃຈຕໍ່ການກະທໍາຜິດ, ໄດ້ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງ ຕະຫຼອດໄລຍະເວລາປະຕິບັດໂທດ ແລະ ດ້ວຍແນວທາງນະໂຍບາຍດ້ານມະນຸດສະທໍາດັ່ງກ່າວ ແມ່ນໄດ້ຈັດຕັ້ງປະຕິບັດຜ່ານມາຫຼາຍປີ ໂດຍແມ່ນຄະນະກໍາມະການອະໄພຍະໂທດ ຢູ່ແຕ່ລະຂັ້ນ ເປັນຜູ້ຄົ້ນຄ້ວາ, ນຳສະເໜີຕາມຂັ້ນຕອນ ແລະ ລະບຽບການທີ່ໄດ້ກໍານົດໄວ້.

ປີ 2023 ນີ້ເປັນອີກປີໜຶ່ງ ທີ່ປະເທດເຮົາ ໄດ້ປະສົບກັບບັນຫາໄພທໍາມະຊາດທີ່ເກີດຂຶ້ນຢູ່ຫຼາຍທ້ອງຖິ່ນ ຊຶ່ງເຮັດໃຫ້ເກີດມີຄວາມເສຍຫາຍຫຼາຍພໍສົມຄວນ; ນອກຈາກນີ້ ພວກເຮົາຍັງມີຄວາມຫຍຸ້ງຍາກທາງດ້ານເສດຖະກິດ, ບັນຫາໄພເງິນເຟີ້ ແລະ ການແກ້ໄຂຄວາມທຸກຍາກຂອງປະ ຊາຊົນ, ເຮັດໃຫ້ພົບຄວາມຫຍຸ້ງຍາກໃນຫຼາຍດ້ານ; ເຖິງຢ່າງໃດກໍ່ຕາມ ດ້ວຍຄວາມເອົາໃຈໃສ່ຊີ້ນໍາຈາກສູນກາງພັກ, ລັດຖະບານ ແລະ ຄວາມຮັບຜິດຊອບຂອງບັນດາສະຫາຍ ໄດ້ມີຄວາມພະຍາມຢ່າງຕັ້ງໜ້າ ແລະ ເຮັດສໍາເລັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ; ໃນໂອກາດນີ້ ຂ້າພະເຈົ້າຂໍແຈ້ງ ມາຍັງບັນດາທ່ານ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າທົ່ວປະເທດຊາບວ່າ:

ເນື່ອງໃນໂອກາດວັນສະຖາປານາ ສາທາລະນະລັດ ປະຊາຊາທິປະໄຕ ປະຊາຊົນລາວ ວັນທີ 2 ທັນວາ 2023 ຄົບຮອບ 48 ປີນີ້, ຜ່ານການກວດກາ, ຄົ້ນຄວ້າຢ່າງລະອຽດ, ຄົບຖ້ວນ, ຮອບດ້ານ ແລະ ພາວະວິໄສ ຂອງລະບົບຍຸຕິທໍາ; ລັດຖະບານ ໄດ້ສະເໜີປະທານປະເທດແຫ່ງ ສປປ ລາວ ອອກລັດຖະດໍາລັດ ວ່າດ້ວຍການໃຫ້ອະໄພຍະໂທດ ແກ່ນັກໂທດ ສະບັບເລກທີ 219/ປປທ, ລົງວັນທີ 21 ພະຈິກ 2023; ຕົກລົງໃຫ້ອະໄພຍະໂທດ ແກ່ນັກໂທດ ທັງໝົດ 1.824 ຄົນ, ຍິງ 238 ຄົນ; ຄົນຕ່າງປະເທດ 16 ຄົນ; ໃນນີ້, ໃຫ້ອະໄພຍະໂທດ ດ້ວຍການຫຼຸດຜ່ອນໂທດ ຈໍານວນ 1.602 ຄົນ, ຍິງ 200 ຄົນ, ຄົນຕ່າງປະເທດ 13 ຄົນ; ອະໄພຍະໂທດ ດ້ວຍການປ່ອຍຕົວ ຈໍານວນ 222 ຄົນ, ຍິງ 38 ຄົນ, ຄົນຕ່າງປະເທດ 3 ຄົນ.

ປັດຈຸບັນນີ້, ກອງເລຂາຄະນະກໍາມະການອະໄພຍະໂທດລະດັບຊາດ ກໍ່ໄດ້ກະກຽມບັນດາເອກະສານຕ່າງໆ ເພື່ອຈັດສົ່ງໃຫ້ບັນດາຄະນະກໍາມະການອະໄພຍະໂທດ ລະດັບກະຊວງ, ແຂວງ, ນະຄອນຫຼວງວຽງຈັນ ເພື່ອພ້ອມກັນຈັດຕັ້ງປະຕິບັດ ໃຫ້ສໍາເລັດຕາມແຜນການທີ່ວາງໄວ້.

ຂ້າພະເຈົ້າ ໃນນາມປະທານ ຄະນະກໍາມະການອະໄພຍະໂທດ ລະດັບຊາດ, ຈິ່ງຂໍແຈ້ງມາຍັງບັນດາທ່ານ, ພໍ່ແມ່ປະຊາຊົນລາວບັນດາເຜົ່າ ເພື່ອຊາບ ກ່ຽວກັບການອະໄພຍະໂທດ ຕໍ່ນັກໂທດພາຍໃນ ແລະ ນັກໂທດທີ່ເປັນຄົນຕ່າງປະເທດ ປະຈຳປີ 2023 ແລະ ຂໍຖືໂອກາດນີ້ ສະແດງຄວາມຂອບໃຈມາຍັງບັນດາສະຫາຍ ຄະນະນໍາສູນກາງພັກ ແລະ ລັດຖະບານ, ບັນດາສະຫາຍ ຄະນະກໍາມະການ ອະໄພຍະໂທດ, ອົງການປົກຄອງທ້ອງຖິ່ນ ທີ່ໄດ້ສະໜັບສະໜູນ ການເຄື່ອນໄຫວວຽກງານຂອງຄະນະກໍາມະການອະໄພຍະໂທດ ແຕ່ລະຂັ້ນ ໄດ້ປະຕິບັດສໍາເລັດໜ້າທີ່ ເປັນຢ່າງດີ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here