Home ແຈ້ງການສໍາຄັນ ສະພາບອາກາດ ວັນທີ 29 ພະຈິກ 2023

ສະພາບອາກາດ ວັນທີ 29 ພະຈິກ 2023

0

ສະພາບອາກາດ ປະຈໍາວັນທີ 29 ພະຈິກ 2023, ຄວາມກົດດັນສູງຂອງ ອາກາດເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມຕາເວັນອອກພັດປົກຄຸມ. ຊຶ່ງຈະເຮັດ ໃຫ້ອາກາດຈະໜາວເຢັນ ພ້ອມມີໝອກໜາປົກຫຸ້ມໃນຕອນເຊົ້າຢູ່ແຂວງ ພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ. ສ່ວນແຂວງ ພາກກາງ ແລະ ພາກໃຕ້ ອາກາດເຢັນພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນແຂວງພາກໃຕ້.

ສໍາລັບນະຄອນຫລວງວຽງຈັນ ອາກາດເຢັນໃນຕອນເຊົ້າ ພ້ອມມີ ໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີລົມພັດແຮງຢູ່ບາງບໍລິເວນ. ອຸນຫະພູມໃນລະຫວ່າງ 22-32 ອົງສາ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version