Home ແຈ້ງການສໍາຄັນ ສະພາບອາກາດ ວັນທີ 28 ພະຈິກ 2023

ສະພາບອາກາດ ວັນທີ 28 ພະຈິກ 2023

0

ສະພາບອາກາດ ປະຈໍາວັນທີ 28 ພະຈິກ 2023, ຄວາມກົດສູງຂອງ ອາກາດເຢັນມີກໍາລັງອ່ອນ ຫາ ປານກາງ ຍັງປົກຄຸມຢູ່ທົ່ວທຸກພາກ ຂອງປະເທດລາວ, ສົມທົບກັບກະແສລົມຕາເວັນອອກສ່ຽງເໜືອພັດ ປົກຄຸມ. ເຊິ່ງຈະເຮັດອາກາດຍັງຈະເຢັນໃນຕອນເຊົ້າໃນແຕ່ລະພາກ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ອາກາດຍັງຈະໜາວເຢັນ ຢູ່ແຂວງພາກເໜືອ, ໄຊສົມບູນ ແລະ ເຂດພູພຽງບໍລະເວນ ພ້ອມຈະມີ ລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ.

ສໍາລັບນະຄອນຫລວງວຽງຈັນ ອາກາດເຢັນໃນຕອນເຊົ້າ ພ້ອມມີໝອກ ບາງປົກຫຸ້ມຢູ່ບາງບໍລິເວນ ແລະ ຈະມີລົມພັດແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມໃນລະຫວ່າງ 22-30 ອົງສາ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version