Home ຂ່າວພາຍໃນ ຫາລືກ່ຽວກັບການຄຸ້ມຄອງ ປະສານງານ ແລະ ຕິດຕາມການຈັດຕັ້ງປະຕິບັດຍຸດທະສາດການເງິນ

ຫາລືກ່ຽວກັບການຄຸ້ມຄອງ ປະສານງານ ແລະ ຕິດຕາມການຈັດຕັ້ງປະຕິບັດຍຸດທະສາດການເງິນ

0

ກອງປະຊຸມປຶກສາຫາລືລະດັບສູງກ່ຽວກັບການຄຸ້ມຄອງ ປະສານງານ ແລະ ຕິດຕາມການຈັດຕັ້ງປະຕິ ບັດຍຸດທະສາດການເງິນ (2023-2025) ເພື່ອສະໜັບສະໜູນແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ຈັດຂຶ້ນວັນທີ 24 ພະຈິກ 2023 ຢູ່ໂຮງແຮມດອນຈັນພາເລດ ໂດຍການເປັນປະທານຮ່ວມຂອງທ່ານ ຄໍາເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ ບັກໂຄເດັຍ ເບີຄະນ໋ອຟ ຜູຸ້ປະສານງານອົງການສະຫະປະຊາຊາດ ປະຈໍາ ສປປ ລາວ ມີບັນດາການນໍາຂັ້ນສູງຈາກພາກລັດ ທ່ານເອກອັກຄະລັດຖະທູດ ຄູ່ຮ່ວມພັດທະນາ ແລະ ພາກສ່ວນກ່ຽວ ຂ້ອງ ແບບຊ່ອງໜ້າ ແລະ ທາງໄກ ເຂົ້າຮ່ວມ.

ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອປຶກສາຫາລືກ່ຽວກັບກົນໄກການຄຸຸ້ມຄອງ ປະສານງານ ແລະ ຕິດ ຕາມຄວາມຄືບໜ້າ ແຜນພັດທະນາເສດຖະກິດ-ສັງຄົມ ແຕ່ລະໄລຍະ ລວມທັງ 54 ມາດຕະການ ຂອງຍຸດທະສາດການເງິນ ພາຍຫຼັງທີ່ຍຸດທະສາດດັ່ງກ່າວ ຖືກຮັບຮອງໂດຍນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃນວັນທີ 30 ມິຖຸນາ 2023 ແລະ ຈັດພິທີເປີດຕົວ ໃນວັນທີ 5 ກໍລະກົດ 2023 ໃນກອງປະຊຸມ ໄດ້ຮັບຟັງການສະເໜີກ່ຽວກັບ ທາງເລືອກໃນການຄຸຸ້ມຄອງ ປະສານງານ ແລະ ຕິດຕາມຍຸດທະສາດການເງິນ ສໍາລັບແຜນພັດການ 5 ປີ ຄັ້ງທີ IX ຈາກທ່ານ ໄພເລີດ ພົນບູລົມ ຫົວໜ້າກົມແຜນການ ກະຊວງແຜນການ ແລະ ການລົງທຶນ ການປະກອບຄໍາເຫັນຈາກຜູຸ້ຕາງໜ້າຈາກກະຊວງການເງິນ ທະນາຄານແຫ່ ງ ສປປ ລາວ ແລະ ທະນາຄານພັດທະນາອາຊີ.

ໃນການລາຍງານໄດ້ຍົກໃຫ້ເຫັນເຖິງກົນໄກການຕິດຕາມ ຄຸ້ມຄອງ ເພື່ອລາຍງານການຈັດຕັ້ງປະຕິບັດຍຸດທະສາດການເງິນ ຕໍ່ລັດຖະບານ ໂດຍຜ່ານກົນໄກການປະສານງານທີ່ມີໃນປັດຈຸບັນ ເຊັ່ນ:ຂະບວນການສ້າງແຜນພັດທະນາເສດຖະກິດ-ສັງຄົມ ແຜນງົບປະມານ ໜ່ວຍງານຕ່າງໆທີ່ຢູ່ພາຍໃຕ້ຂະບວນການໂຕະ ມົນ ກອງປະຊຸມນັກທຸລະກິດລາວ ແລະ ອື່ນໆ.

ພ້ອມນີ້ ຍັງໄດ້ປຶກສາຫາລືກ່ຽວກັບການສ້າງຕັ້ງກອງເລຂາ ເພື່ອສະໜັບສະໜູນການຈັດຕັ້ງປະຕິບັດ ແລະ ຕິດຕາມ ຍຸດທະສາດດັ່ງກ່າວ ເຊິິ່ງປະກອບດ້ວຍກົມແຜນການ ກະຊວງແຜນການ ແລະ ການລົງທຶນ ຮ່ວມກັບ ກົມນະໂຍບາຍການເງິນ ກະຊວງການເງິນ ແລະ ກົນໄກໃນການເຊື່ອມສານຍຸດທະສາດການເງິນ ເຂົ້າໃນຂະບວນການສ້າງ ຈັດຕັ້ງປະຕິບັດ ຕິດຕາມ ແລະ ປະເມີນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ແລະ ຄັ້ງທີ X (2026-2030).

ໂອກາດນີ້ ທ່ານ ຄໍາເຈນ ວົງໂພສີ ໄດ້ເນັ້ນໜັກກ່ຽວກບັຄວາມສໍາຄັນຂອງຍຸດທະສາດການເງິນນີ້ ເຊິ່ງຖືກສ້າງຂຶ້ນຕາມຫຼັກການຂອບການເງິນເຊື່ອມສານແຫ່ງຊາດ ແລະ ໄດ້ສະແດງຄວາມຂອບໃຈມາຍັງຄູ່ຮ່ວມພັດທະນາ ທີ່ໄດ້ໃຫ້ການສະໜັບສະໜູນໃນການສ້າງຍຸດທະສາດ ໃນໄລຍະຜ່ານມາ ແລະ ການຮ່ວມ ມືໃນໄລຍະການຈັດຕັ້ງປະຕິບັດໃນຕໍ່ໜ້າ ພ້ອມກັນນີ້ ທ່ານຍັງໄດ້ຮຽກຮ້ອງມາຍັງທຸກພາກສ່ວນກ່ຽວຂ້ອງ ໃຫ້ຮີບຮ້ອນເລັ່ງຈັດຕັ້ງປະຕິບັດຍຸດທະສາດການເງິນ ແລະ ມີການແບ່ງຄວາມຮັບຜິດຊອບລະອຽດ ເພື່ອເຮັດໃຫ້ການປະສານສົມທົບມີຄວາມກົມກຽວທີ່ສຸດ.

ພ້ອມນີ້ ທ່ານ ບັກໂຄເດັຍ ເບີຄະນ໋ອຟ ຍັງໄດ້ເນັ້ນກ່ຽວກັບຄວາມສໍາຄັນຂອງການຕິດຕາມຄວາມຄືບໜ້າຂອງຍຸດທະສາດ ແລະ ສະເໜີໃຫ້ມີການລາຍງານປົກກະຕິຫາລັດຖະບານ ແລະ ພາກສ່ວນກ່ຽວຂ້ອງຂອງລັດຖະບານ ເຊິ່ງຈະເປັນການສະແດງໃຫ້ເຫັນເຖິງຄວາມພະຍາຍາມຂອງລັດຖະບານ ສປປ ລາວ ໃນການແກ້ໄຂຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍເສດຖະກິດ-ການເງິນ ປັດຈຸບັນ.

ກອງປະຊຸມຄັ້ງນີ້ ໄດ້ຮັບການສະໜັບສະໜູນຈາກອົງການສະຫະປະຊາຊາດ ເພື່ອການພັດທະນາ UNDP ພາຍໃຕ້ໂຄງການການວາງແຜນ ແລະ ການເງິນແຫ່ງຊາດ ເພື່ອການພັດທະນາແບບມີສ່ວນຮ່ວມ ເຊິ່ງໄດ້ຮັບການຊ່ວຍເຫຼືອດ້ານງົບປະມານຈາກ USAID ຜົນຂອງກອງປະຊຸມຄັ້ງນີ້ ຍັງຈະເປັນບ່ອນອີງສໍາຄັນສໍາລັບກອງປະຊຸມໂຕະມົນທີ່ຄາດວ່າຈະຈັດຂຶ້ນໃນຕົ້ນປີ 2024 ທີ່ຈະມາເຖິງນີ້.

#VientianeMai

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version