Sunday, September 8, 2024
Homeຂ່າວໜ້າໜຶ່ງກະຊວງ ຖວທ ປະກາດໃຫ້ພະນັກງານການນຳຂັ້ນສູງ ຮັບອຸດໜູນບຳນານ

ກະຊວງ ຖວທ ປະກາດໃຫ້ພະນັກງານການນຳຂັ້ນສູງ ຮັບອຸດໜູນບຳນານ

ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຈັດພິທີປະກາດພະນັກງານການນຳຂັ້ນສູງ ຮັບນະໂຍບາຍອຸດໜູນບຳນານ ຈຳນວນ 1 ທ່ານ ໃນວັນທີ 24 ພະຈິກ 2024 ທີ່ກະຊວງ ຖວທ ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ຖວທ ພ້ອມດ້ວຍບັນດາຫົວໜ້າກົມ-ຮອງກົມ ແລະ ພະນັກງານ-ລັດຖະກອນພາຍໃນກະຊວງ ຖວທ ເຂົ້າຮ່ວມ.

ໃນພິທີ ຄະນະຈັດຕັ້ງໄດ້ຜ່ານຂໍ້ຕົກລົງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການອະນຸມັດໃຫ້ພະນັກ ງານການນໍາຂັ້ນສູງອອກພັກການ-ຮັບອຸດໜູນບຳນານ, ອີງຕາມມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 031/ກມສພ, ລົງວັນທີ 03 ມັງກອນ 2018 ວ່າດ້ວຍວຽກງານຄຸ້ມຄອງພະນັກງານ; ອີງຕາມ ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ສະບັບເລກທີ 74/ສພຊ, ລົງວັນທີ 18 ທັນວາ 2015 ມາດຕາ 70 ໂດຍອະນຸມັດໃຫ້ ທ່ານ ອຸ່ນທວງ ຂາວພັນ ກຳມະການປະຈຳພັກ, ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ອອກພັກການ-ຮັບອຸດໜູນບຳນານ.

ໂອກາດດັ່ງກ່າວ, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ຖວທ ໄດ້ມີຄຳເຫັນໂອ້ລົມໂດຍໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜູ້ທີ່ໄດ້ຮັບນະໂຍບາຍອຸດໜູນບຳນານໃນຄັ້ງນີ້ ເຊິ່ງຕະຫລອດໄລ ຍະຜ່ານມາໄດ້ທຸ່ມເທເຫື່ອແຮງ, ສະຕິປັນຍາ, ຜ່ານຜ່າຄວາມຫຍຸ້ງຍາກຢູ່ໃນຂົງເຂດວຽກງານຂອງຕົນຮັບຜິດ ຊອບ ກໍຄື ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໂດຍສະເພາະແມ່ນການປະຕິບັດຕາມສິດ ແລະ ໜ້າທີ່ ທີ່ການຈັດຕັ້ງມອບໝາຍໃຫ້ໃນແຕ່ລະໄລຍ ະຈົນສຳເລັດຜົນຢ່າງຈົບງາມ ຊຶ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນຜົນງານລວມຂອງກະຊວງ ຖວທ.

ຂ່າວ: ວຽງສະຫວັນ

ພາບ: ອ່າຍຄຳ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments