Saturday, July 27, 2024
Homeບຸນປະເພນີຊາວພຸດຮ່ວມແຫ່ຜາສາດເຜິ້ງ ໃນບຸນພະທາດຫລວງວຽງຈັນ ປະຈຳປີ 2023

ຊາວພຸດຮ່ວມແຫ່ຜາສາດເຜິ້ງ ໃນບຸນພະທາດຫລວງວຽງຈັນ ປະຈຳປີ 2023

ໃນບຸນນະມັດສະການພະທາດຫລວງວຽງຈັນ ປະຈຳປີ 2023 ວັນທີ 26 ພະຈິກ 2023 ນີ້, ພຸດທະສາສະນິກະຊົນລາວ ບັນດາເຜົ່າ ຮ່ວມແຫ່ຜາສາດເຜິ້ງ ໂດຍໄດ້ເຕົ້າທີ່ວັດໜອງບອນ ແລ້ວແຫ່ເຂົ້າ ອ້ອມກົມມະລຽນທາດຫລວງ 3 ຮອບ ເພື່ອເປັນການບູຊາ, ຄຸນພະພູມ, ພະທັມ ແລະ ພະສົງ ໂດຍມີຂະບວນຂອງພະສົງອອກໜ້າ ແລະ ຂະບວນຂອງການນຳພັກ-ລັດ ນຳໂດຍ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ, ມີ ທ່ານ ນາງ ນາລີ ສີສຸລິດ ພັນລະຍາ ທ່ານປະທານປະເທດ, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ພ້ອມດ້ວຍຂະບວນຂອງມວນຊົນ ຈາກຫລາຍພາກສ່ວນ ເຂົ້າຮ່ວມແຫ່ຢ່າງຄຶກຄື້ນ ຮັກສາໄດ້ຮີດຄອງປະເພນີ ແລະ ວັດທະນະທຳ ອັນດີງາມຂອງຊາດລາວເຮົາ.

ການແຫ່ຜາສາດເຜິ້ງ ໃນບຸນນະມັດສະການພະທາດຫລວງວຽງຈັນ ເປັນກິດຈະກຳໜຶ່ງ ທີ່ໄດ້ສືບທອດ ແລະ ປະຕິບັດກັນມາ ໃນທຸກໆປີ, ຜາສາດເຜິ້ງທີ່ນຳມາແຫ່ນັ້ນແມ່ນເຮັດມາຈາກຕົ້ນກ້ວຍ ແລະ ອື່ນໆ ພ້ອມປະດັບປະດາດ້ວຍດອກເຜິ້ງ (ຂີ້ເຜິ້ງ), ເຄື່ອງໃຊ້ຕ່າງໆ ເຊັ່ນ: ສໍດຳ, ບິກຂຽນ, ປຶ້ມຂຽນ ແລະ ເຄື່ອງໃຊ້ທີ່ຈໍາເປັນ ລວມທັງເງິນທີ່ຖືກຈັດວາງເປັນລະບຽບ ແລະ ດັດແປງເປັນຮູບແບບຕ່າງໆ ເຊິ່ງການຕົບແຕ່ງຜາສາດເຜິ້ງນັ້ນຈະມີຄວາມໝາຍ ສະແດງເຖິງຄວາມອຸດົມຮັ່ງມີຂອງປະຊາຊົນລາວໃນແຕ່ລະໄລຍະ. ທັງນີ້, ກໍເພື່ອແນໃສ່ສືບທອດເອກະລັກ ແລະ ປົກປັກຮັກສາຮີດຄອງປະເພນີອັນດີງາມຂອງລາວໄວ້ ໃຫ້ເຖິງເຊັ່ນລູກ, ເຊັ່ນຫລານ.

ໃນການແຫ່ຜາສາດເຜິ້ງ ຈະມີມວນຊົນຊາວລາວ ບັນດາເຜົ່າ ທັງຜູ້ເຖົ້າ, ຜູ້ແກ່, ຊາວໜຸ່ມຍິງ-ຊາຍ, ລວມເຖິງ ເດັກນ້ອຍ ກໍໄດ້ເຂົ້າຮ່ວມຢ່າງຟົດຟື້ນມ່ວນຊື່ນໂດຍຖືຜາສາດເຜິ້ງແຫ່ໄປຕາມຂະບວນ, ປະສົມປະສານດ້ວຍສຽງຄັບ, ສຽງລໍາຈາກທ້ອງຖິ່ນຕ່າງໆ. ພ້ອມນັ້ນ, ຍັງມີຂະບວນແຫ່ຜາສາດເຜິ້ງ ຈາກພາກສ່ວນຕ່າງໆ ທີ່ນຸ່ງຖືເຄື່ອງຂອງຊົນເຜົ່າຕ່າງໆ ສະແດງໃຫ້ເຫັນເຖິງການເຕົ້າໂຮມ ຄວາມສາມັກຄີຂອງປວງຊົນລາວບັນດາເຜົ່າ.

ກ່ອນໜ້ານີ້, ໃນຕອນບ່າຍວັນທີ 25 ພະຈິກ 2023 ກໍໄດ້ມີພິທີສູດປະລິຕະມຸງຄຸນ ຫລື ເປີດປະຕູພະທາດຫລວງວຽງຈັນ ໂດຍມີພະເຖລານຸເທລະ, ພ້ອດ້ວຍການນຳພັກ, ລັດ ນຳໂດຍ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ ພ້ອມດ້ວຍບັນດາພັນລະຍາການນຳ ພັກ, ລັດ ເຂົ້າຮ່ວມ ເຊິ່ງພິທີສູດປະລິຕະມຸງຄຸນ ເປັນການສືບສານປະເພນີທີ່ເຄີຍປະຕິບັດມາແຕ່ບັນພະບູລຸດ ເພື່ອປົກປັກຮັກສາຮີດຄອງປະເພນີ ແລະ ວັດທະນະທໍາໃຫ້ມີຄວາມຍືນຍົງ.

ໃນມື້ສຸດທ້າຍຂອງງານບຸນນະມັດສະການພະທາດຫລວງ ໃນວັນທີ 27 ຈະມີພິທີໃສ່ບາດ ໃນຕອນເຊົ້າ ຈາກນັ້ນ, ໃນຕອນບ່າຍ ຈະມີພິທີແຫ່ລູກຄີ ແລະ ແຂ່ງຂັນກິລາພື້ນບ້ານ (ຕີຄີ) ແລະ ໃນ ຕອນຄ່ຳ ຈະມີພິທີວຽນທຽນ ແລະ ຈູດທູບທຽນບັ້ງໄຟ ສັກກະລະບູຊາ ພະທາດຫລວງ ຖືວ່າ ສິ້ນສຸດງານຢ່າງເປັນທາງການ.

ຂ່າວ: ທະນູທອງ

ພາບ: ເກດສະໜາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments