Saturday, July 27, 2024
Homeຂ່າວການເມືອງຮອງນາຍົກລັດຖະມົນຕີ ຕ້ອນຮັບຜູ້ຊ່ວຍເລຂາທິການໃຫຍ່ອົງການ ສປຊ ສໍາລັບພາກພື້ນຕາເວັນອອກກາງ, ອາຊີ ແລະ ປາຊີຟິກ

ຮອງນາຍົກລັດຖະມົນຕີ ຕ້ອນຮັບຜູ້ຊ່ວຍເລຂາທິການໃຫຍ່ອົງການ ສປຊ ສໍາລັບພາກພື້ນຕາເວັນອອກກາງ, ອາຊີ ແລະ ປາຊີຟິກ

ໃນວັນທີ 24 ພະຈິກ 2023, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ໂມຮາເມັດ ຄາຣິດ ເຄຣຍລີ ຜູ້ຊ່ວຍເລຂາທິການໃຫ່ຍອົງການ ສປຊ ສໍາລັບພາກພື້ນຕາເວັນອອກກາງ, ອາຊີ ແລະ ປາຊີຟິກ, ປະຈໍາຫ້ອງການກິດຈະການດ້ານການເມືອງ ແລະ ການສ້າງສັນຕິພາບ ສປຊ ພ້ອມຄະນະ ໃນໂອກາດເດີນມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງ ວັນທີ 24-25 ພະຈິກ 2023.

ໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ໄດ້ຕີລາຄາສູງ ຕໍ່ການມາຢ້ຽມຢາມເຮັດວຽກທີ່ສຳຄັນໃນຄັ້ງນີ້ ຂອງ ທ່ານ ໂມຮາເມັດ ຄາຣິດ ເຄຣຍລີ ເຊິ່ງຈະປະກອບສ່ວນເຂົ້າໃນການສົ່ງເສີມ ແລະ ຮັດແໜ້ນການຮ່ວມມື ລະຫວ່າງ ສປປ ລາວ ແລະ ອົງການສະຫະປະຊາຊາດ ກໍຄື ລະຫວ່າງ ອາຊຽນ ແລະ ອົງການ ສະຫະປະຊາຊາດ ໂດຍຜ່ານການຈັດຕັ້ງປະຕິບັດຂອບການຮ່ວມມືໃນແຕ່ລະໄລຍະ, ລວມເຖິງການກະກຽມຄວາມພ້ອມຂອງ ສປປ ລາວ ໃນການເປັນປະທານອາຊຽນ ໃນປີ 2024 ເພື່ອພ້ອມກັນສືບຕໍ່ເສີມຂະຫຍາຍຜົນສໍາເລັດທີ່ອາຊຽນ ຍາດມາໄດ້ ໂດຍສະເພາະການສືບຕໍ່ສ້າງປະຊາຄົມອາຊຽນ ເພື່ອເຮັດໃຫ້ອາຊຽນມີການເຊື່ອມຈອດ ແລະ ມີຄວາມເຂັ້ມແຂງຫລາຍຂຶ້ນ ແລະ ສາມາດຮັບມືກັບສິ່ງທ້າທາຍຕ່າງໆທີ່ເກີດຂຶ້ນ. ພ້ອມກັນນັ້ນ, ທ່ານຮອງນາຍົກລັດຖະມົນຕີ ກໍໄດ້ເນັ້ນໜັກເຖິງບົດບາດສຳຄັນຂອງອົງການ ສປຊ ໃນການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ ກໍຄື ການສົ່ງເສີມການຮ່ວມມືສາກົນ ເພື່ອການພັດທະນາ ພ້ອມທັງສະແດງຄວາມຂອບໃຈຕໍ່ ອົງການ ສປຊ ທີ່ໃຫ້ການຮ່ວມມື ແລະ ສະໜັບສະໜູນ ລັດຖະບານ ແຫ່ງ ສປປ ລາວ ໃນການພັດທະນາປະເທດຊາດ ກໍຄື ການແກ້ໄຂສິ່ງທ້າທາຍຕ່າງໆໃນໄລຍະຜ່ານມາ.

ທ່ານ ໂມຮາເມັດ ຄາຣິດ ເຄຣຍລີ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບອັບອົບອຸ່ນ ພ້ອມທັງສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດ ແລະ ຄວາມຄືບໜ້າໃນການພັດທະນາປະເທດໃນໄລຍະຜ່ານມາ. ນອກຈາກນັ້ນ, ຜູ້ຊ່ວຍເລຂາທິການໃຫຍ່ ສປຊ ຍັງໄດ້ຢ້ຳຄືນຄວາມສຳຄັນຂອງການຮ່ວມມືລະຫວ່າງ ອົງການສະ ຫະປະຊາຊາດ ແລະ ອາຊຽນ ກໍຄື ຄວາມໝາຍໝັ້ນທີ່ຈະສະໜັບສະໜູນລັດຖະບານ ແຫ່ງ ສປປ ລາວ ໃນການເປັນປະທານອາຊຽນ ໃນປີ 2024 ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ສປປ ລາວ ຈະສາມາດເຮັດສຳ ເລັດໜ້າທີ່ການເປັນປະທານອາຊຽນ ທີ່ສຳຄັນໃນຄັ້ງນີ້ໄດ້ເປັນຢ່າງດີ.

ກ່ອນການເຂົ້າຢ້ຽມຂ່ຳນັບຄັ້ງນີ້, ທ່ານ ໂມຮາເມັດ ຄາຣິດ ເຄຣຍລີ ໄດ້ພົບປະກັບ ທ່ານ ໂພໄຊ ໄຂຄໍາພິທູນຮອງລັດຖະມົນຕີກະຊວງການຕ່າງປະເທດ ເພື່ອປຶກສາຫາລືຂອບການຮ່ວມມືລະຫວ່າງ ສປປ ລາວ ແລະ ອົງການ ສປຊ ລວມທັງບົດບາດສຳຄັນຂອງຜູ້ປະສານງານອົງການ ສປຊ ປະຈໍາ ສປປ ລາວ, ການຮ່ວມມືລະດັບພາກພື້ນ ແລະ ສາກົນ ເປັນຕົ້ນ ບັນຫາການປ່ຽນແປງດິນຟ້າອາກາດ ແລະ ຄວາມໝັ້ນຄົງ, ແມ່ຍິງ ແລະ ສັນຕິພາບ ແລະ ຄວາມໝັ້ນຄົງ ກໍຄື ຄວາມສຳຄັນໃນການຈັດກອງປະຊຸມສຸດຍອດ ເພື່ອອານາຄົດ (Summit of the Future) ໃນເດືອນກັນຍາ 2024. ນອກຈາກນັ້ນ, ຍັງໄດ້ພົບປະ ແລະ ເຮັດວຽກກັບກົມອາຊຽນ, ກະຊວງການຕ່າງປະເທດ ເພື່ອປຶກສາຫາລືລາຍລະອຽດ ກ່ຽວກັບການຮ່ວມມືອາຊຽນ-ອົງການ ສປຊ ພາຍໃຕ້ການເປັນປະທານອາຊຽນ ຂອງ ສປປ ລາວ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments