Sunday, September 8, 2024
Homeຂ່າວໜ້າໜຶ່ງສະພາແຫ່ງຊາດ ເພີ່ມເຄື່ອງມືຄຸ້ມຄອງລັດຄຸ້ມຄອງສັງຄົມ ໃຫ້ເປັນລະບົບຄົບຊຸດຂຶ້ນຕື່ມ

ສະພາແຫ່ງຊາດ ເພີ່ມເຄື່ອງມືຄຸ້ມຄອງລັດຄຸ້ມຄອງສັງຄົມ ໃຫ້ເປັນລະບົບຄົບຊຸດຂຶ້ນຕື່ມ

ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ໃນຕອນບ່າຍຂອງວັນທີ 20 ພະຈິກ 2023 ນີ້, ບັນດາສະມາຊິກສະພາແຫ່ງຊາດ(ສສຊ) ໄດ້ພ້ອມກັນພິຈາລະນາ ປະກອບຄຳຄິດເຫັນຢ່າງເປັນເອກະພາບ ແລະ ລົງຄະແນນສຽງຮັບຮອງ ເອົາບັນດາກົດໝາຍ ດ້ວຍການເຫັນດີເປັນສຽງສ່ວນຫລາຍ. ໃນນີ້, ມີກົດໝາຍສ້າງໃໝ່ 1 ສະບັບ ແລະ ປັບປຸງ 6 ສະບັບ ລວມ 7 ສະບັບ ເຊິ່ງແມ່ນຜົນສໍາເລັດທີ່ສໍາຄັນ ໃນການຈັດຕັ້ງປະຕິບັດ ແຜນການສ້າງ ແລະ ປັບປຸງ ກົດໝາຍ ແຕ່ປີ 2023-2025, ທັງເປັນການປະກອບສ່ວນສໍາຄັນໃນການປັບປຸງ ແລະ ເປັນການເພີ່ມເຄື່ອງມືໃນການ ຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ຂອງປະເທດ ໃຫ້ເປັນລະບົບ ຄົບຊຸດ ຂຶ້ນຕື່ມ ເພື່ອແນໃສ່ຮັບປະກັນການປົກປ້ອງສິດ ແລະ ຜົນປະໂຫຍດຂອງຊາດ, ຂອງລັດ, ລວມໝູ່, ບຸກຄົນ, ນິຕິບຸກຄົນ ແລະ ປະຊາຊົນລາວບັນດາເຜົ່າ, ສາມາດສະກັດກັ້ນ ແລະ ຕ້ານບັນດາປະກົດການຫຍໍ້ທໍ້ ທີ່ເປັນພຶດຕິກໍາລະເມີດກົດໝາຍ ຢູ່ໃນສັງຄົມ ໃຫ້ນັບມື້ນັບຫລຸດລົງ, ປະກອບສ່ວນໃນການ ສ້າງລັດ ໃຫ້ເປັນລັດ ທີ່ປົກຄອງດ້ວຍກົດໝາຍໃຫ້ເຂັ້ມງວດຂຶ້ນ.

ທ່ານ ນາງສູນອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫລງຂ່າວ ຕໍ່ສື່ມວນຊົນໃນວັນທີ 21 ພະຈິກ 2023 ໂດຍລະບຸ ວ່າ: ກົດໝາຍທັງ 7 ສະບັບ ປະມີກົດໝາຍສ້າງໃໝ໋ 1 ສະບັບ ຄື: ກົດໝາຍວ່າດ້ວຍການຮັກສາສຸຂະພາບຂັ້ນຕົ້ນ, ກະຊວງສາທາລະນະສຸກ ເປັນຜູ້ສະເໜີ ເຊິ່ງໄດ້ຮັບຄະ ແນນສຽງເຫັນດີ 97,36 %; ສ່ວນກົດໝາຍປັບປຸງ ມີ 6 ສະບັບຄື: ກົດໝາຍ ວ່າດ້ວຍລະບົບການຊໍາລະ, ສະເໜີໂດຍທະນາຄານແຫ່ງ ສປປ ລາວ, ໄດ້ຮັບຄະແນນສຽງເຫັນດີ 99,3 %; ກົດໝາຍ ວ່າດ້ວຍການບັນຊີ ເຊິ່ງແມ່ນກະຊວງການເງິນ ເປັນຜູ້ສະເໜີ, ໄດ້ຮັບຄະແນນສຽງເຫັນດີ 99,34 %; ກົດໝາຍ ວ່າດ້ວຍການຕິດຕາມ ກວດກາ ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ເຊິ່ງແມ່ນຄະນະປະຈໍາ ສະພາແຫ່ງຊາດ ເປັນຜູ້ສະເໜີ, ໄດ້ຮັບຄະແນນສຽງເຫັນດີ 98,02%; ກົດໝາຍ ວ່າດ້ວຍການປິ່ນປົວ ເຊິ່ງແມ່ນກະຊວງສາທາລະນະສຸກ ເປັນຜູ້ສະເໜີ, ໄດ້ຮັບຄະແນນສຽງເຫັນດີ 96,6 %; ກົດໝາຍ ວ່າດ້ວຍຊັບສິນທາງປັນຍາ ເຊິ່ງແມ່ນກະຊວງອຸດສາຫະກໍາ ແລະ ການຄ້າ ເປັນຜູ້ສະເໜີ, ໄດ້ຮັບຄະແນນສຽງເຫັນດີ 95,42 %; ກົດໝາຍວ່າດ້ວຍຜູ້ພິພາກສາ ເຊິ່ງແມ່ນສານປະຊາຊົນສູງສຸດ ເປັນຜູ້ສະເໜີ, ໄດ້ຮັບຄະແນນສຽງເຫັນດີ 95,36 %.

ທ່ານ ນາງສູນທອນ ໄຊຍະຈັກ ກ່າວຕື່ມວ່າ: ເຖິງວ່າບັນດາກົດໝາຍເຫລົ່ານັ້ນ ໄດ້ຮັບຮອງເອົາດ້ວຍຄະແນນສູງແລ້ວກໍຕາມ, ແຕ່ກໍາມາທິການກົດໝາຍ ສະພາແຫ່ງຊາດ ຍັງຈະໄດ້ສືບຕໍ່ສົມທົບ ກັບບັນດາ ກໍາມາທິການທີ່ກ່ຽວຂ້ອງຂອງ ສະພາແຫ່ງຊາດ, ຄະນະຮັບຜິດຊອບໃນການສ້າງ ແລະ ປັບປຸງແຕ່ລະກົດໝາຍ ແລະ ພາກສ່ວນທີ່ກ່ຽວຂ້ອງ ຈະໄດ້ສືບຕໍ່ປັບປຸງ, ຮຽບຮຽງໃຫ້ສໍາເລັດສົມບູນ ເພື່ອລາຍງານຕໍ່ຄະນະປະຈໍາສະພາແຫ່ງຊາດ ກ່ອນສະເໜີທ່ານປະທານປະເທດ ພິຈາລະນາ ອອກລັດຖະດໍາລັດປະກາດໃຊ້ ຢ່າງເປັນທາງການ ຕາມກົດໝາຍທີ່ກໍານົດໄວ້. ທັງນີ້ ແນໃສ່ເພື່ອຮັບປະກັນ ໃຫ້ບັນດາກົດໝາຍ ທີ່ໄດ້ຮັບຮອງໄປແລ້ວນັ້ນ ໄດ້ຮັບການຈັດຕັ້ງປະຕິບັດເຂົ້າສູ່ຊີວິດຕົວຈິງຂອງສັງຄົມ ໃຫ້ມີຄວາມຮັບຜິດຊອບໃນການເຂົ້າຮ່ວມ ຈັດຕັ້ງປະຕິບັດບັນດາກົດໝາຍເຫລົ່ານັ້ນ ໂດຍຍົກສູງສະຕິ ແລະ ຄວາມຮັບຜິດຊອບໃນການປະຕິບັດ ໃຫ້ເກີດໝາກຜົນເປັນຈິງ.

ຂ່າວ:ວຽງສະຫວັນ-ພາບ:ເທດສະໜາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments