Saturday, July 27, 2024
Homeຂ່າວໜ້າໜຶ່ງພິທີເປີດໄຟສີຟ້າສະຫຼອງວັນຄົບຮອບສົນທິສັນຍາວ່າດ້ວຍສິດທິເດັກ (ວັນເດັກໂລກ) ຄົບ ຮອບ 34 ປີ

ພິທີເປີດໄຟສີຟ້າສະຫຼອງວັນຄົບຮອບສົນທິສັນຍາວ່າດ້ວຍສິດທິເດັກ (ວັນເດັກໂລກ) ຄົບ ຮອບ 34 ປີ

ພິທີເປີດໄຟສີຟ້າເພື່ອສະເຫຼີມສະຫຼອງວັນຄົບຮອບສົນທິສັນຍາວ່າດ້ວຍສິດທິເດັກ (ວັນເດັກໂລກ) ຄົບ ຮອບ 34 ປີ ຈັດຂຶ້ນຕອນຄໍ່າວັນທີ 20 ພະຈິກ 2023 ທີ່ສວນສາທາລະນະປະຕູໄຊ ນະຄອນຫຼວງວຽງຈັນ ມີທ່ານ ນາງ ອາລີ ວົງໜໍ່ບຸນທໍາ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ຮອງປະທານຜູ້ປະຈໍາການ ຄຊກມດ ທ່ານນາງ ເພຍ ເຣເບວໂລ ບຣິດໂຕ ຜູ້ຕາງໜ້າອົງການຢູນິເຊັບປະຈໍາລາວ ຄະນະນໍາກະຊວງ-ອົງການ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ຮອງເຈົ້າແຂວງ ອົງການຈັດຕັ້ງສາກົນ ຕາງໜ້ານັກຮຽນຈາກ 18 ແຂວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ການຈັດພິທີຄັ້ງນີ້ເພື່ອສະເຫຼີມສະຫຼອງວັນຄົບຮອບ 34 ປີຂອງສົນທິສັນຍາວ່າດ້ວຍສິດທິເດັກ (ວັນເດັກໂລກ 20 ພະຈິກ) ແລະ ສະເຫຼີມສະຫຼອງ 50 ປີແຫ່ງການພົວພັນຮ່ວມມືລະຫວ່າງລາວ ແລະ ອົງ ການຢູນິເຊັບປະຈໍາລາວ ການສະເຫຼີມສະຫຼອງປີນີ້ພາຍໃຕ້ຄໍາຂວັນ “ການລົງທຶນໃນອະນາຄົດຄືການລົງທຶນໃສ່ເດັກ”.

ເຊິ່ງທຸກປີຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ (ຄຊກມດ) ຮ່ວມກັບອົງການຢູນິເຊັບປະຈໍາລາວ ແລະ ທຸກພາກສ່ວນໄດ້ຈັດຫຼາກກິດຈະກຳສະເຫຼີມ ສະຫຼອງວັນດັ່ງກ່າວເຊັ່ນ: ການແຂ່ງຂັນຮູບແຕ້ມຂອງເດັກ ກອງປະຊຸມຕົວແທນເດັກໃນຫຼາກຫຼາຍຫົວຂໍ້ ພ້ອມທັງຈັດກອງປະຊຸມລະດັບສູງ ເພື່ອທົບທວນການຈັດຕັ້ງປະຕິບັດວຽກສິດທິເດັກຢູ່ລາວ ແລະ ອື່ນໆ ສໍາລັບການຍ້ອມໄຟສີຟ້າໃສ່ສໍານັກງານອົງການ ແລະ ສະຖານທີ່ສໍາຄັນເພື່ອເປັນການປູກຈິດສໍານຶກ ປຸກ ລະດົມສັງຄົມ ແລະ ທຸກຄົນໃຫ້ເຂົ້າຮ່ວມສົ່ງເສີມສິດທິເດັກ ສ້າງຄວາມເຂັ້ມແຂງ ແລະ ຄວາມເປັນຢູ່ທີ່ດີສໍາລັບເດັກ.

ໃນປີ 1950 ຫຼາຍປະເທດທົ່ວໂລກເລີ່ມມີການສະເຫຼີມສະຫຼອງວັນເດັກ (1 ມິຖຸນາ) ເປັນວັນ‘‘ວັນປົກປ້ອງເດັກ’’ ປີ 1954 ອົງການສະຫະປະຊາຊາດໄດ້ຈັດຕັ້ງວັນທີ 20 ພະຈິກເປັນ‘‘ວັນເດັກທົ່ວໄປ’’ ສະມັດຊາໃຫຍ່ສະຫະປະຊາຊາດໄດ້ກໍານົດໃຫ້ທຸກໆປະເທດຈັດຕັ້ງວັນເດັກຕາມວັນເວລາທີ່ສະດວກ ແລະ ເໝາະສົມ ເພື່ອສົ່ງເສີມຄວາມຮັບຮູ້ກ່ຽວກັບສິດທິເດັກ ຮ່ວມກັນປັບປຸງສະຫວັດດີການຂອງເດັກ ວັນທີ 20 ພະຈິກ 1959 ສະມັດຊາໃຫຍ່ອົງການສະຫະປະຊາຊາດໄດ້ຮັບຮອງເອົາຖະແຫຼງການກ່ຽວກັບສິດທິເດັກ ແລະ ວັນທີ 20 ພະຈິກ 1989 ກອງປະຊຸມໃຫຍ່ອົງການສະຫະປະຊາຊາດໄດ້ຮັບຮອງເອົາສົນທິສັນຍາກ່ຽວກັບສິດທິເດັກ ວັນຄົບຮອບຂອງຖະແຫຼງການສາກົນ ແລະ ສົນທິສັນຍາດັ່ງກ່າວນີ້ໄດ້ລະບຸໄວ້ໂດຍ ສປຊ ໃນວັນທີ 20 ພະຈິກ ນັບຕັ້ງແຕ່ປີ 1990 ເປັນຕົ້ນມາ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments