Saturday, July 27, 2024
Homeຂ່າວໜ້າໜຶ່ງລັດຖະມົນຕີກະຊວງ ຖວທ ຕ້ອນຮັບຮອງຜູ້ອຳນວຍການໃຫຍ່ ວິທະຍຸໂທລະພາບສູນກາງຈີນ

ລັດຖະມົນຕີກະຊວງ ຖວທ ຕ້ອນຮັບຮອງຜູ້ອຳນວຍການໃຫຍ່ ວິທະຍຸໂທລະພາບສູນກາງຈີນ

ໃນວັນທີ 21 ພະຈິກ 2023 ນີ້, ທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ໃຫ້ກຽດຕ້ອນຮັບ ທ່ານ ຫູຈິ້ງຈຸ່ນ ຮອງຜູ້ອຳນວຍການໃຫຍ່ ວິທະຍຸໂທລະພາບສູນກາງຈີນ ພ້ອມຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ຮ່ວມຈັດກອງປະຊຸມແລກປ່ຽນບົດຮຽນດ້ານສື່ມວນຊົນ ພາຍໃຕ້ຫົວຂໍ້ “ໜຶ່ງແລວໜຶ່ງເສັ້ນທາງ” ຢູ່ນະຄອນຫລວງວຽງຈັນ.

ໂອກາດດັ່ງກ່າວ, ທ່ານນາງ ສວນສະຫວັນ ວິຍະເກດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ ທ່ານ ຫູຈິ້ງຈຸ່ນ ທີ່ໄດ້ນຳພາຄະນະເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້, ພ້ອມທັງ ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດ ໃນການຈັດກອງປະຊຸມແລກ ປ່ຽນດ້ານສື່ມວນຊົນ ກັບກະຊວງ ຖວທ ຂອງ ສປປ ລາວ ກໍຄື ສື່ມວນຊົນທຸກຂະແໜງການ ຂອງ ລາວ ແລະ ຈີນ ເຊິ່ງເປັນການປະກອບສ່ວນສຳຄັນ ເຂົ້າໃນການເຮັດແໜ້ນ ການພົວພັນຮ່ວມມືລະ ຫວ່າງສອງ ປະເທດ ໂດຍສະເພາະ ຮັດແໜ້ນການຮ່ວມມື ວຽກງານສື່ມວນຊົນ ຂອງ ລາວ ແລະ ຈີນ ໃຫ້ໄດ້ຮັບການພັດທະນາ ແລະ ສືບຕໍ່ໃຫ້ການສະໜັບສະໜູນ, ຊ່ວຍເຫລືອ, ແລກປ່ຽນບົດ ຮຽນ, ແລກປ່ຽນຂໍ້ມູນຂ່າວສານຕ່າງໆ ເຊິ່ງກັນ ແລະ ກັນ ໂດຍສະເພາະຮ່ວມກັນໂຄສະນາການ ຈັດຕັ້ງປະຕິບັດຂໍ້ລິເລີ່ມ ໜຶ່ງແລວໜຶ່ງເສັ້ນທາງ ໃຫ້ເປັນຂະບວນການຟົດຟື້ນ. ພ້ອມນີ້, ທ່ານ ລັດ ຖະມົນຕີ ຍັງໄດ້ສະແດງຄວາມຊົມເຊີຍຕໍ່ການຮ່ວມມືທີ່ດີ ຂອງສື່ມວນຊົນ ລາວ-ຈີນ ໃນໄລຍະຜ່ານມາ ໃນການໂຄສະນາເຜີຍແຜ່ ຂໍ້ມູນຂ່າວສານຕ່າງໆຮ່ວມກັນ ເປັນຕົ້ນ ໂຄສະນາດ້ານການ ທ່ອງທ່ຽວ, ວັດທະນະທໍາ, ການຮ່ວມມືຮອບດ້ານ ລາວ-ຈີນ, ຈີນ-ລາວ ແລະ ອື່ນໆ. ໃນນັ້ນ ໄດ້ມີການຮ່ວມມືກັນ ໃນຫລາຍລະດັບ, ຫລາຍວຽກງານ ໂດຍສະເພາະວຽກງານດ້ານສື່ໂທລະພາບ ທີ່ມີການຮ່ວມມືກັນດ້ວຍດີຕະຫລອດມາ ເຊັ່ນ: ການຊ່ວຍເຫລືອດ້ານອຸປະກອນຕ່າງໆຈາກຝ່າຍຈີນ, ການແລກປ່ຽນຢ້ຽມຢາມກັນ ຂອງຂັ້ນການນຳ ອົງການສື່ມວນຊົນ ໂດຍສະເພາະ ສື່ເອເລັກໂຕຣ ນິກ, ວິທະຍຸ ແລະ ໂທລະພາບ ຫລາຍສະຖານີຂອງຈີນ, ການສະໜອງທຶນການສຶກສາ ແລະ ການຝຶກອົບຮົມຂອງຝ່າຍຈີນ ໃຫ້ແກ່ພະນັກງານວິຊາການຂອງລາວ, ການຮ່ວມມືຜະລິດສາລະຄະ ດີ, ການສະໜອງລາຍການ, ລະຄອນຊຸດ ແລະ ອື່ນໆ.

ທ່ານ ຫູຈິ້ງຈຸ່ນ ກໍໄດ້ສະແດງຄວາມຂອບໃຈຕໍ່ ທ່ານນາງ ສວນສະຫວັນ ວິຍະເກດ ທີ່ໄດ້ໃຫ້ ການຕ້ອນຮັບຢ່າງອົບອຸ່ນ ໃນຄັ້ງນີ້, ພ້ອມທັງ ລາຍງານກ່ຽວກັບແຜນການເຄື່ອນໄຫວຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ໃຫ້ທ່ານລັດຖະມົນຕີຮັບຊາບ ເຊິ່ງການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້, ເປັນນິມິດໝາຍອັນດີ ປະກອບສ່ວນຮັດແໜ້ນການຮ່ວມມືດ້ານສື່ມວນຊົນ ຂອງສອງປະເທດ ຈີນ-ລາວ ໃຫ້ແໜ້ນແຟ້ນຂຶ້ນກວ່າເກົ່າ, ທັງເປັນການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານຕ່າງໆ ໂດຍສະເພາະການທ່ອງທ່ຽວ ຂອງ ສປປ ລາວ ອອກສູ່ສາກົນໄດ້ຮັບຮູ້ຢ່າງທົ່ວເຖິງ.

ຂ່າວ-ພາບ: ທະນູທອງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments